ກະຊວງການເງິນ!!! ແຈ້ງການປັບປຸງມື້ອອກເລກເປັນ 2 ຄັ້ງຕໍ່ອາທິດ ເລີ່ມວັນທີ 3 ກຸມພານີ້

ແຈ້ງການຈາກ ກະຊວງການເງິນ ເຫັນດີໃຫ້ບໍລິສັດລັດ ວິສາຫະກິດ ຫວຍພັດທະນາປັບປຸງມື້ອອກເລກລາງວັນຫວຍພັດທະນາຈາກ 1 ຄັ້ງ ຕໍ່ອາທິດ ມາເປັນ 2 ຄັ້ງ ຕໍ່ອາທິດ ໂດຍກໍານົດເອົາເວລາ 20:00 ໂມງ ຂອງທຸກໆວັນຈັນ ແລະ ວັນພະຫັດເປັນວັນເວລາອອກເລກ ລາງວັນຫວຍພັດທະນາ (ກໍລະນີມື້ອອກເລກລາງວັນຫາກກົງກັບມື້ວັນພັກລັດຖະການແມ່ນໃຫ້ເລື່ອນໄປໃສມື້ໃຫມ່ຕາມວັນເວລາທີ່ເໝາະສົມ).

ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງສະບັບເລກທີ 2845/ກງ ລົງວັນທີ 23 ສິງຫາ 2017 ແລະ ມີຜົນສັກສິດ
ນໍາໃຊ້ເປັນທາງການນັບແຕ່ວັນທີ 03 ກຸມພາ 2020 ເປັນຕົ້ນໄປ.

 

Comments