News

ກອງປະຊຸມ ລັດຖະບານ ເນັ້ນໃຫ້ 5 ກະຊວງ ສຶບຕໍ່ແກ້ໄຂບັນຫາທີ່ພົ້ນເດັ່ນ

ລັດຖະບານພິຈາລະນາຫຼາຍບັນຫາສໍາຄັນຢູ່ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ ໃນລະຫວ່າງ ວັນທີ 22-23 ມັງກອນ 2020 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ. ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ບັນຫາທີ່ພົ້ນເດັ່ນ ແລະ ສຳຄັນດັ່ງນີ້: ໃຫ້ກະຊວງການຕ່າງປະເທດເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານລັດຖະບານ ຢ່າງເປັນປົກກະຕິ. ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການຕິດຕາມ ສະພາບປະກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການເກີດອຸປະຕິເຫດຕາມທ້ອງຖະໜົນ ແລະ ອັກຄີໄພທີ່ອາດເກີດຂຶ້ນ, ...

Read More »

ປະເທດລາວ ກໍາລັງສຶກສາຄວາມເປັນໄປໄດ້ ໃນການສົ່ງອອກເຂົ້າ 100,000 ໂຕນ ໄປປະເທດກູບາ

ເພື່ອເປັນການພັດທະນາສາຍສໍາພັນທາງການທູດໃຫ້ແໜ້ນແຟ້ນຂື້ນຕື່ມ ລະຫວ່າງສອງປະເທດກໍ່ຄື ປະເທດລາວ ແລະ ປະເທດກູບາ ໂດຍສະເພາະຍົກສູງສາຍພົວພັນທາງການຄ້າຂອງສອງປະເທດໃຫ້ເກີດປະໂຫຍດແກ່ທັງສອງຝ່າຍ. ດັ່ງນັ້ນ, ສປປ ລາວ ໄດ້ມອບໝາຍໃຫ້ ບໍລິສັດ ພັນເພັດພັດທະນາ ກະສິກໍາ ຈໍາກັດຜູ້ດຽວ ສຶກສາຄົ້ນຄ້ວາຫາວິທີທາງຜະລິດເຂົ້າໃຫ້ໄດ້ຈໍານວນ 100,000 ໂຕນ/ປີ ເພື່ອສົ່ງອອກເຂົ້າໄປຫາ ປະເທດ ກູບາ. ສໍາລັບປະເທດກູບາ ແມ່ນຈະຊົດເຊີຍເປັນຢາ ແລະ ອຸປະກອນການແພດ ເຊັ່ນ: ວັກຊິນ, ຢາປີ່ນປົວພະຍາດ, ແລະ ເຄື່ອງມືການແພດ. ໃນວັນທີ 8 ກັນຍາ 2019 ຜ່ານມາ, ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນຕ່າງປະເທດ ສ ກູບາ ພ້ອມດ້ວຍຄະນະ ແລະ  ບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ຂອງ ສປປ ລາວ ໄດ້ລົງຢ້ຽມຢາມ ບໍລິສັດພັນເພັດພັດທະນາ ກະສິກໍາ ຈໍາກັດຜູ້ດຽວ. ຈຸດປະສົງໃນການລົງຢ້ຽມຢາມຂອງຄະນະດັ່ງກ່າວ ເພື່ອ ຄົ້ນຄວ້າ ແລະ ສືກສາຄວາມພ້ອມໃນການຜະລິດເຂົ້າເປັນສິນຄ້າສົ່ງອອກໃນ ຈໍານວນ 100,000 ໂຕນ ໄປຍັງ ປະເທດກູບາ. ການລົງຢ້ຽມຢາມຄັ້ງນີ້ ...

Read More »

ເຊີນ….ເຂົ້າຮ່ວມກອງປະຊຸມປຶກສາຫາລືພາກທຸລະກິດ

ຮຽນ: ທ່ານ ປະທານ/ຜູ່ອຳນວຍການ ບໍລິສັດ ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ນັບຖື! ເລື່ອງ: ເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ພາກທຸລະກິດ. ເພື່ອເປັນການລາຍງານຜົນຂອງກອງປະຊຸມທຸລະກິດລາວ ຄັ້ງທີ 12 ໃຫ້ແກ່ພາກທຸລະກິດ ແລະ ເປີດໂອກາດໃຫ້ພາກທຸລະກິດສະເໜີບັນຫາໃໝ່ທີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດ ກະກຽມລາຍງານແກ່ກອງປະຊຸມທຸລະກິດລາວ ຄັ້ງທີ 13, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນນາມກອງເລຂາກອງປະຊຸມທຸລະກິດລາວ (LBF) ຂໍຖືເປັນກຽດ ເຊີນທ່ານເຂົ້າຮ່ວມກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງບໍລິການ (ເວລາ 8:30-12:00ໂມງ), ແລະ ກໍ່ສ້າງ ແລະ ການບໍລິການດ້ານອະສັງຫາລິມະຊັບ (ເວລາ 13:30 ຫາ 16:00 ໂມງ) ໃນວັນທີ 29 ມັງກອນ 2020 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຖະໜົນໄກສອນພົມວິຫານ, ນະຄອນຫຼວງວຽງຈັນ. ກະລຸນາແຈ້ງການເຂົ້າຮ່ວມກອງປະຊຸມຂອງທ່ານ ມາຍັງກອງເລຂາກອງປະຊຸມທຸລະກິດລາວ, ນາງ ຕຸ້ມຄໍາ ຄໍາວົງໄຊ ໂທລະສັບ ...

Read More »

ຂົວຂ້າມລະຫວ່າງປະເທດຈີນ-ລັດເຊຍ ແຫ່ງທຳອິດ ພ້ອມເປີດນຳໃຊ້ ເດືອນເມສານີ້!!!

ສຳນັກຂ່າວຊິນຫົວລາຍງານໃນວັນທີ 19 ມັງກອນ 2020 ວ່າ:  ສຳນັກງານຂົນສົ່ງມົນທົນເຮຍຫຼົງຈຽງທາງພາກຕາເວັນອອກສ່ຽງເໜືອຂອງຈີນ ເປີດເຜີຍເມືອວັນສຸກ (17 ມັງກອນ) ວ່າ: ຂົວທາງຫຼວງແຫ່ງທຳອິດຊື່ງເຊື່ອມຈີນ ແລະ ລັດເຊຍໂດຍຕັດຂ້າມແມ່ນ້ຳເຮຍຫຼົງຈຽງ ຜ່ານການທົດສອບຂັ້ນສຸດທ້າຍກ່ອນເປີດໃຊ້ງານແທ້ແລ້ວ ນີ້ຖືເປັນສັນຍານດີໃນການຮ່ວມມື ແລະ ຄວາມສຳພັນທີ່ອົບອຸ່ນຂອງສອງຊາດຈີນ-ລັດເຊຍ. ຂົວແຫ່ງນີ້ຈະເຮັດໃຫ້ທັງສອງຊາດ ສາມາດເຂົ້າເຖິງຈຸດກະຈາຍສິນຄ້າຂອງອີກຝ່າຍໄດ້ຢ່າງເຕັມທີ. ລາຍງານລະບຸວ່າ: ຄະນະຜູ້ຊ່ຽວຊານຈາກສະຖາບັນເຕັກໂນໂລຢີແຫ່ງຮາບິນ (HIT) ແລະ ຈາກລັດເຊຍຮ່ວມກັນເຮັດການທົດສອບຂົວດັ່ງກ່າວ ໃນວັນອັງຄານ (14 ມັງກອນ) ໂດຍຜົນປາກົດວ່າຂົວມີຄວາມສາມາດຮອງຮັບນ້ຳໜັກສູງສຸດລະຫວ່າງທົດສອບເຖິງ 318 ໂຕນ ສຳນັກງານຄາດວ່າຈະເປີດໃຊ້ງານຂົວແຫ່ງນີ້ໄດ້ໃນເດືອນເມສາ ຂົວແຫ່ງນີ້ມີຄວາມຍາວ 1.284 ແມັດ ແລະ ຄວາມກວ້າງ 14.5 ແມັດ ວາງຍາວຂ້າມແມ່ນ້ຳເຮຍຫຼົງຈຽງຫລືແມ່ນ້ຳອາມູຣ (Amur) ໃນພາສາລັດເຊຍຊື່ງໄຫຼຈາກເຮຍເຫີ ເມືອງຊາຍແດນຂອງເຮຍຫຼົງຈຽງສູ່ເມືອງບລາໂກເວຊເຊນສຂອງລັດເຊຍ ໂດຍການກໍ່ສ້າງຂົວຈາກທັງສອງຝັ່ງ ມາເຊື່ອມຕໍ່ກັນສໍາເລັດ ໃນວັນທີ 31 ພະຈິກ 2019.

Read More »

ນາຍົກ ອອກຄຳສັງ ໃຫ້ປະຕິບັດ ການບໍລິການປະຕູດຽວ

ຫ້ອງການສຳນັກງານນາຍົກລັດຖະມົນຕີໄດ້ລາຍງານໃນວັນທີ 21 ມັງກອນ 2020 ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຄຳສັ່ງເຖິງບັນດາ ທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ໃນຂອບເຂດທົວປະເທດ ໃຫ້ມີການຈັດຕັ້ງປະຕິບັນການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງຢ່າງວ່ອງໄວ ແລະ ຈະແຈ້ງໂດຍສະເພາະການປັບປຸງລະບົບການບໍລິການການລົງທຶນປະຕູດຽວ ແລະ ການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ. ບາງເນື້ອໃນທີ່ສຳຄັນໃນຄຳສັ່ງດັ່ງກ່າວໄດ້ຂຽນໄວ້ວ່າ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຮັບຜິດຊອບ ກ່ຽວກັບວຽກງານສົ່ງເສີມການລົງທຶນ, ການບໍລິການ, ການລົງທຶນປະຕູດຽວຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັນສູນກາງ ແລະ ທ້ອງຖິ່ນໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ກໍານົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການອະນຸຍາດລົງທຶນ ແລະ ການດໍາເນີນທຸລະກິດຢູ່ ລາວ. ທ່ານ ຍັງໄດ້ມອບໃຫ້ ຂະແໜງແຜນການ ແລະ ...

Read More »

ເຊີນຊວນ!!! ທ່ຽວບຸນນະມັດສະການຜາສາດຫີນວັດພູຈຳປາສັກ 6-8 ກຸມພາ ນີ້

ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ 2020 ຈະເລີ່ມຂຶ້ນໃນລະຫວ່າງວັນທີ 6-8 ກຸມພາ 2020, ພາຍໃນງານຈະມີການເປີດຕະຫຼາດນັດ, ຄົບງັນຕາມປະເພນີ, ທາງຫ້ອງວ່າການແຂວງ ຈຳປາສັກ ຈຶ່ງໄດ້ອອກແຈ້ງການເພື່ອແຈ້ງເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນໄດ້ຮັບຮູ້ວ່າ ເພື່ອເປັນອະນຸລັກຮີດຄອງປະເພນີອັນດີງາມຂອງຊາດກໍຄືທ້ອງຖິ່ນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງຈຳປາສັກ 2020 ໃຫ້ມີບັນຍາກາດມ່ວນຊື່ນ ແລະ ຫຼີກລ່ຽງສຽງຈົ່ມຂອງສັງຄົມຄືທີ່ຜ່ານມາ, ທາງຄະນະຮັບຜິດຊອບຈັດງານຈຶ່ງມີມະຕິເຫັນດີ ບໍ່ໃຫ້ມີການເກັບຄ່າເຂົ້າຊົມງານ ດັ່ງທີ່ແຈ້ງການໄດ້ລະບຸໄວ້ລຸ່ມນີ້. /

Read More »

ຄັ້ງທຳອິດ!!! ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ

ແຈ້ງການຂອງກະຊວງການຕ່າງປະເທດ ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄມເຄີນ ຣິດຈາດ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາເມຣິກາ ຢ່າງເປັນທາງການ ຄັ້ງທໍາອິດ, ໃນລະຫວ່າງວັນທີ 26-29 ມັງກອນ 2020. ທີ່ມາ: ວິທະຍຸແຫ່ງຊາດລາວ

Read More »

ສິນຄ້າ ທີ່ກ່ຽວຂ້ອງກັບປີໃໝ່ຫວຽດນາມ-ຈີນ ປັບລາຄາຂຶ້ນເລັກນ້ອຍ

ສຳນັກງານໜັງສືພິມວຽງຈັນໃຫມ່ໃຫ້ຮູ້ວ່າ ວັນທີ 22 ມັງກອນ 2020, ຫຼາຍຄົນຄົງຈະຄິດໜັກກັບສິນຄ້າກ່ຽວກັບງານປີໃໝ່ຊາວຫວຽດນາມ-ຈີນຫຼາຍຢ່າງແມ່ນ ມີການປັບລາຄາຂຶ້ນຫຼາຍລາຍການໂດຍສະເພາະເຄື່ອງນຸ່ງທີ່ສວມໃສ່ໃນເທສະການ. ນັບແຕ່ມື້ນີ້ຊາວນະຄອນຫຼວງວຽງຈັນເຊື້ອສາຍຫວຽດນາມ-ຈີນ ໄດ້ເລີ່ມທະຍອຍອອກຈັບຈ່າຍຊື້ເຄື່ອງໄຫວ້ ເຊິ່ງເຄື່ອງໄຫວປີນີ້ແມ່ນມີລາຄາຄົງທີ ຖ້າທຽບໃສ່ປີຜ່ານມາ ຍົກເວັ້ນ ແຕ່ເຄື່ອງນຸ່ງຫົ່ມທີ່ນິຍົມນຸ່ງໃນເທສະການດັ່ງກ່າວ ແມ່ນໄດ້ປັບລາຄາຂຶ້ນ 2 ຫາ 5 ພັນກີບ. ນາງ ນ້ອຍ ແມ່ຂ້າຂາຍເຄື່ອງນຸ່ງຫົ່ມ ຢູ່ ຕະຫຼາດວັງທອງ ໄດ້ໃຫ້ສຳພາດວັນທີ 22 ມັງກອນ 2020 ວ່າ: ຂ້າພະ ເຈົ້າໄດ້ຂາຍເຄື່ອງນຸ່ງຫົ່ມສຳລັບນຸ່ງໃນເທສະການປີໃໝ່ ຊາວຫວຽດນາມ-ຈີນໃນທຸກໆປີ ເຊິ່ງປີນີ້ໄດ້ເລີ່ມນຳເຄື່ອງອອກມາວາງຈຳໜ່າຍແຕ່ຕົ້ນເດືອນມັງກອນ ເປັນຕົ້ນມາ ສະພາບການຂາຍເຄື່ອງໃນປີນີ້ແມ່ນບໍ່ຟົດຟື້ນເທົ່າປີຜ່ານມາ ນັ້ນກໍອາດຈະເປັນຍ້ອນສະພາບເສດຖະກິດຟືດເຄືອງ ພ້ອມທັງ ລາຄາເຄື່ອງນຸ່ງຫົ່ມປີນີ້ ກໍ່ໄດ້ປັບໂຕຂຶ້ນເລັກໜ້ອຍ ເຊີ່ງການທີ່ຕ້ອງປັບລາຄາຂຶ້ນນັ້ນກໍ່ຍ້ອນເຄື່ອງນຸ່ງຫົ່ມ ແມ່ນໄດ້ນຳເຂົ້າມາຈາກປະເທດໄທ ຈຶ່ງໄດ້ ອີງໃສ່ອັດຕາແລກປ່ຽນເງິນບາດທີ່ເພີ່ມສູງຂຶ້ນກວ່າປີຜ່ານມາ ຈິ່ງຈຳເປັນຕ້ອງປັບລາຄາເຄື່ອງນຸ່ງຂຶ້ນ ສະເລ່ຍເຄື່ອງນຸ່ງໂຕໜຶ່ງຈະປັບຂຶ້ນປະມານ 2-5 ພັນກີບ ເຊັ່ນ: ເສື້ອຄໍມົນເດັກນ້ອຍປີນີ້ ຂາຍໂຕລະ 25 ພັນກີບ ປີຜ່ານມາຂາຍໂຕລະ 23 ພັນກີບ. ນາງ ແປະ ແມ່ຄ້າຂາຍເຄື່ອງໄຫວ້ ແລະ ໂຄມໄຟ ໄດ້ກ່າວວ່າ: ...

Read More »

ງານເທສະການດອກງິ້ວບານ ຄັ້ງທີ 20 ຈະຈັດຂຶ້ນວັນທີ 14-16 ກຸມພາ 2020 ນີ້…

ງານບຸນດອກງິ້້ວບານຄັ້ງທີ 20 ຢູ່ທີ່ ດອນຊາວເຂດເສດຖະກິດພິເສດ ສາມຫຼຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2020 ນີ້ ຊຶ່ງງານບຸນດັ່ງກ່າວມີຈຸດປະສົງຫຼັກ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມ ຂອງປະຊາຊົນບັນດາເຜົ່າຢູ່ ເມືອງຕົ້ນເຜີ້ງ ທີ່ໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍ ທັງເປັນໜຶ່ງໃນຫຼາຍກິດຈະກໍາສົ່ງເສີມການທ່ອງທ່ຽວ ຂອງແຂວງບໍ່ແກ້ວ. ງານບຸນດອກງິ້ວບານຄັ້ງນີ້ ຈະມີກິດຈະກໍາທີ່ຫຼາກຫຼາຍ ແລະ ມີຫຼາຍກວ່າທຸກໆຄັ້ງທີ່ຜ່ານມາ ຊຶ່ງຈະມີການວາງສະແດງສິນຄ້າລາວ-ໄທ ຫຼື ເປີດຕະຫຼາດນັດຕັ້ງແຕ່ວັນທີ 10 ກຸມພາເປັນຕົ້ນໄປ ສ່ວນພິທີທາງການຂອງງານບຸນດັ່ງກ່າວແມ່ນຈະເລີ່ມແຕ່ວັນທີ 14-16 ກຸມພາ, ພາຍໃນງານປະກອບມີ: ການປະກວດນາງສາວດອກງິ້ວບານ, ການເດີນແບບສະແດງຊຸດຊົນເຜົ່າທີ່ມີ 13 ຊົນເຜົ່າດໍາລົງຊີວິດຢູ່ເມືອງຕົ້ນເຜີ້ງ  ການສະແດງສິລະປະວັນນະຄະດີຂອງລາວ- ຈີນ- ໄທ ແລະ ມຽນມາ ການແຂ່ງຂັນຕີມວຍມິດຕະພາບລາວ-ໄທ ຈະໄດ້ຈັດຂືິ້ນໃນຕອນຄໍ່າຂອງວັນທີ 14 ກຸມພາ ສຳມະນາການລົງທຶນດ້ານການທ່ອງທ່ຽວ ແລະ ການລົງທຶນດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ, ການແຂ່ງຂັນດຶງເຊືອກແຕ່ລະຫວ່າງບ້ານ ແລະ ຫົວໜ່ວຍທຸລະກິດຕ່າງໆ. ການຈູດບັ້ງໄຟດອກ, ປ່ອຍໂຄມໄຟ ແລະ ...

Read More »

ນະຄອນຫຼວງ ກຳນົດ 12 ຂໍ້ ສູ້ຊົນເກັບລາຍຮັບ ປີ 2020 ໃຫ້ບັນລຸເປົ້າ

ແຜນຈັດເກັບລາຍຮັບປີ 2020 ທີ່ກະຊວງການເງິນແຈ້ງໃຫ້ເບື້ອງຕົ້ນ ມີດັ່ງນີ້: ລວມລາຍຮັບທັງໝົດຂອງນະຄອນຫຼວງ ຈະສູ້ຊົນໃຫ້ໄດ້ຕໍ່າສຸດແມ່ນ 5.241 ຕື້ກວ່າກີບ ທຽບໃສ່ປີ 2019 ຜ່ານມາເພີ່ມຂຶ້ນ 9,18% ເຊິ່ງລາຍຮັບພູດສູນກາງ ( ພາສີ ) 3.730 ຕື້ ກວ່າກີບ ແລະ ລາຍຮັບທ້ອງຖິ່ນ ( ນະຄອນຫຼວງ ) 1.511 ຕື້ກວ່າກີບ. ໃນນີ້, ເວົ້າສະເພາະລາຍຮັບສ່ວຍສາອາກອນ 4.450 ຕື້ກວ່າກີບ, ຊັບສິນຂອງລັດ 60,75 ຕື້ກີບ, ລັດວິສາຫະກິດ 633 ລ້ານກວ່າກີບ. ສ່ວນລາຍຈ່າຍທັງໝົດ 551,28 ຕື້ກີບ ເຊິ່ງລາຍຈ່າຍປົກກະຕິ 480 ຕື້ກວ່າກີບ, ລາຍຈ່າຍຄ່າບໍລິຫານວິຊາການ ( ຈົດຮັບ – ຈົດຈ່າຍ ) 70,74 ຕື້ກີບ. ນອກນັ້ນ, ຍັງມີລາຍຈ່າຍຂອງຂະແໜງສຶກສາ 192,62 ຕື້ກີບ ແລະ ຂະແໜງສາທາລະນະສຸກ 53,59 ຕື້ກີບ. ໂອກາດນີ້ຫົວໜ້າພະແນກການເງິນນະຄອນຫຼວງ ຍັງໄດ້ສະເໜີ ...

Read More »