News

ເລີ່ມກຽມກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ V ຫຼັງລັດຖະບານ ກູ້ຢືມເງິນຈາກປະເທດໄທ 1.380 ລ້ານບາດ

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ໄດ້ລົງນາມເຊັນສັນຍາເງິນກູ້ຢືມເງິນຈາກອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ນີດາ ຫລື NEDA) ແຫ່ງລາຊະອານາຈັກໄທ, ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ)ໃນມູນຄ່າ 1.380 ລ້ານບາດ ເມື່ອວັນທີ 17 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານແຫ່ງສປປ ລາວໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ພິຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງລາຊະອານາຈັກໄທ, ມີຄະນະນໍາຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ເອກອັກຄະລາຊະທູດໄທ ປະຈຳ ສປປລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ) ແມ່ນແຜນຍຸດທະສາດລະດັບຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ ພາຍໃຕ້ເປົ້າໝາຍເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັັບພາກພື້ນ ...

Read More »

ມີບັນຫາເລື່ອງຂໍ້ຄາໃຈ-ເດືອດຮ້ອນ ໂທແຈ້ງໄດ້ທີ່ 1516 ສາຍດ່ວນລັດຖະບານ

ສາຍດ່ວນ 1516 ແມ່ນເບີໂທເພື່ອເປີດໂອກາດ ໃຫ້ປະຊາຊົນລາວທຸກຊັ້ນຄົນ ໃນສັງຄົມ ສາມາດໂທມາສະເໜີ ແລະ ລາຍງານ ທຸກບັນຫາທີ່ເກີດຂຶ້ນ ທີ່ສ້າງຄວາມເດືອດຮ້ອນໃຫ້ກັບຕົນເອງ ແລະ ສັງຄົມ ຫຼື ໂທແຈ້ງກ່ຽວກັບວຽກງານການບໍລິຫານວຽກງານຂອງລັດຖະບານ. ແລ້ວລັດຖະບານ ຈະຮັບເອົາລາຍງານນັ້ນ  ເພື່ອໄປແກ້ໄຂ ແລະ ຕອບຂໍ້ສະເໜີຂອງທຸກໆຄົນທີ່ລາຍງານເຂົ້າມາ. ສາຍດ່ວນ 1516 ຂອງລັດຖະບານ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 14 ພະຈິກ 2016 ອີງຕາມການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1774/ຫສນຍ.ກປພ ລົງວັນທີ 11-11-2016 ໂດຍອີງຕາມທິດຊີ້ນໍາຂອງທ່ານນາຍົກຄັ້ງວັນທີ 5 ກໍລະກົດ 2016. ແລະໃນປີ 2018 ມີປະຊາຊົນໄດ້ໂທເຂົ້າມາ ແລະ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ທຸກພາກສ່ວນຢູ່ໃນສັງຄົມ ມີທັງໝົດ ຈຳນວນ 2.700 ຄຳຖາມ, ໃນນັ້ນ ຄຳຖາມ ຂໍຄຳປຶກສາຈຳນວນ 2.250 ຄຳຖາມ, ບັນຫາທີ່ພົ້ນເດັ່ນກວ່າໝູ່ ແລະ ໂທເຂົ້າມາຫຼາຍແມ່ນ 1. ບັນຫາທີ່ດິນຈຳນວນ 735 ຄຳຖາມ. 2. ບັນຫາການປະຕິບັດຄຳຕັດສິນຂອງສານ ຈຳນວນ 458 ...

Read More »

ຊົມເຊີຍ!!! ນະຄອນຫຼວງວຽງຈັນໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2020

ຕາມຂ່າວໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບລາງວັນ 4 ປະເພດ ລວມມີ 13 ລາງວັນຄື: ມາດຕະຖານ ໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ, ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 1 ລາງວັນ  ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 1 ລາງວັນ).  ຈາກງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16/01/2020 ຢູ່ທີ່ປະເທດບຣູໄນ.             ລາງວັນມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ຊຶ່ງເປັນ ມາດຕະຖານ ທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ ...

Read More »

ແຈ້ງການ ປັບລາຄານໍ້າມັນຂຶ້ນ ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0067/ອຄ.ກຄພນ, ລົງວັນທີ 20ມັງກອນ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮສະເພາະນໍ້າມັນກາຊວນລົງ 100 ກີບຕໍ່ລິດ (ຈາກ 500ກີບຕໍ່ລິດ ເປັນ 400ກີບຕໍ່ລິດ) ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບຂຶ້ນ 90 ກີບຕໍ່ລິດ (ເປັນ 10.770 ກີບ) , ແອັດຊັງທໍາມະດາ ປັບຂຶ້ນ 180 ກີບຕໍ່ລິດ (ເປັນ 9.650 ກີບ) ກາຊວນປັບຂຶ້ນ 380 ກີບຕໍ່ລິດ (ເປັນ 9.040 ກີບ)  

Read More »

Thai Airways Thank you Party Agency Laos

ບັນຍາກາດຂອງງານ Thai Airways Thank you Party Agency Laos ໃນຄໍ່າຄືນຂອງມື້ວັນສຸກທີ່ຜ່ານມາ,​ ວັນທີ 17 ມັງກອນ 2020, ສາຍການບິນໄທ, ສາຍການບິນໄທສະມາຍ ແລະ ບໍລິສັດ ອະມາດິອຸສ ໄດ້ຈັດງານສະເຫຼີມສະຫຼອງປີໃຫມ່ສາກົນ 2020 ແລະ ງານລ້ຽງຂອບໃຈຕົວແທນຈໍາໜ່າຍ ໃນ ສປປ ລາວ ແລະ ພ້ອມກັບການສະຫຼອງຍອດຂາຍທີ່ເພີ່ມຂຶ້ນໃນທຸກໆປີ. ພາຍໃນງານ ໄດ້ແນະນຳ ຜູ້ຈັດການທົ່ວໄປຄົນໃຫມ່ ຂອງສາຍການບິນໄທ ປະຈຳ ສປປ ລາວ ທ່ານ  ຊະວະຣິດ ທະນະສົມບັດນັນ ທີ່ໄດ້ມາຮັບຕຳແໜ່ງຢູ່ ສປປ ລາວ ໃຫ້ກັບຕົວແທນຈຳໜ່າຍທຸກໆສາຂາໄດ້ຮູ້ຈັກ, ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນເປັນກັນເອງສຸດໆ. ນອກຈາກນັ້ນ, ຍັງໄດ້ມອບລາງວັນໃຫ້ກັບຕົວແທນທີ່ເຮັດຍອດຂາຍທະລຸເປົ້າ ແລະ ມີຍອດຂາຍເພີ່ມຂຶ້ນ, ແຈກຂອງຂວັນລາງວັນເຊັ່ນ: ປີ້ຍົນໄປ-ກັບ ວຽງຈັນ-ກຸງເທບ-ກະບີ່ ຈາກສາຍການບິນໄທສະມາຍ ແລະ ຍັງໄດ້ມອບຂອງທືລະນຶກໃຫ້ກັບທຸກຄົນທີ່ເຂົ້າຮ່ວມງານອີກດ້ວຍ. ງານດັ່ງກ່າວຈະບໍ່ເກີດຂຶ້ນຖ້າຂາດຜູ້ສະໜັບສະໜູນ ໂດຍສະເພາະແມ່ນຕົວແທນຈໍາໜ່າຍຂາຍປີ້ຍົນຂອງ ສາຍການບິນໄທ ແລະ ສາຍການບິນໄທສະມາຍ ແລະ  ທຸກບໍລິສັດໃນ ...

Read More »

ເສັ້ນທາງແຕ່ຕານມີໄຊ-ສີເກີດ ຈະສຳເລັດໃນເດືອນ ມີຖຸນາປີນີ້

ໂຄງການກໍ່ສ້າງເສັ້ນທາງແຕ່ ບ້ານຕານມີໄຊ ເມືອງໄຊທານີ ຫາ ບ້ານສີເກີດ ເມືອງນາໄຊ ທອງ ນະຄອນຫຼວງວຽງຈັນ ໄລຍະທາງປະມານ 9,4 ກິໂລແມັດ ຄາດວ່າຈະໃຫ້ສຳ ເລັດການກໍ່ສ້າງໃນເດືອນມີຖຸນາ ປີນີ້. ທ່ານ ສົມປະສົງ ຈັນທະວົງ ທີ່ປຶກສາໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ແຈ້ງໃຫ້ຮູ້ໃນວັນ ທີ 14 ມັງກອນ 2020 ວ່າ: ອີງຕາມແຜນການກໍ່ສ້າງຍົກ ລະດັບເສັ້ນທາງດັ່ງກ່າວ ໃນເບື້ຶອງຕົ້ນແມ່ນຕ້ອງໃຫ້ສຳເລັດໃນທ້າຍເດືອນທັນວາ 2019 ແຕ່ການກໍ່ສ້າງໄດ້ຊັກຊ້າ ເນື່ອງຈາກພົບຄວາມ ຫຍຸ້ງຍາກທາງດ້ານການເງິນ ກັບຜູ້ຮັບເໝົາ, ການເອົາສິ່ງ ກີດຂວາງໃນການກໍ່ສ້າງອອກ ແລະ ຈັດເອົາສາຍໄຟຟ້າຕ່າງໆ ອອກ. ສະນັ້ນ ມາຮອດເດືອນ ພະຈິກ 2019 ໂຄງການກໍ່ສ້າງ ຈຶ່ງສໍາເລັດໄປພຽງ 81,4% ເທົ່ານັ້ນ ດັ່ງນັ້ນ ການກໍ່ສ້າງ ເສັ້ນທາງດັ່ງກ່າວຈໍາເປັນຕ້ອງຕໍ່ເວລາໃນການກໍ່ສ້າງປະມານ 6 ເດືອນ ແລະ ຄາດວ່າຈະ ສໍາເລັດໃນເດືອນມີຖຸນາ 2020. ຂ່າວ: ບົວຜັນ ພາບ: ພ້ອມພົງ

Read More »

ເປັນຫຍັງ? ຕ້ອງເຮັດປະກັນໄພທຸລະກິດ

ໃນຍຸກສະໄໝນີ້, ໃຜໆຕ່າງກໍລົງທຶນເຮັດທຸລະກິດ ແລະ ມີທຸລະກິດ ເປັນຂອງຕົນເອງ, ດັ່ງນັ້ນ, ການມີປະກັນໄພໄວ້ນັ້ນ ຈະຊ່ວຍຄຸ້ມຄອງຂອງທຸລະກິດຂອງທ່ານໄດ້ເມື່ອເກີດບັນຫາຂຶ້ນ. ຕົວຢ່າງການປະໄພອຸ ແຕ່ລະບໍລິສັດມີປະກັນໄພ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME : Small and Medium Enterprises) ການປະກັນໄພທີ່ອອກແບບມາໃຫ້ທຸລະກິດຂະໜາດນ້ອຍ, ເຊິ່ງໃນຍຸກປັດຈຸບັນ ທີ່ມີຄວາມເສລີພາບທາງດ້ານເສດຖະກິດບໍ່ຫຼາຍພໍ ແລ້ວເຮົາຈະຫາສິ່ງໃດເພື່ອມາເປັນເຄື່ອງຢືນຢັນໄດ້ວ່າທຸລະກິດຂອງເຮົາຈະບໍ່ລົ້ມເຫຼວ ແລະ ມີສິ່ງທີ່ເຫຼືອໄວ້ ຈຶ່ງເປັນເຫດຜົນວ່າ ເປັນຫຍັງຜູ້ປະກອບການ SME ຈຶ່ງບໍ່ຄວນຮັບຄວາມສ່ຽງເລື່ອງນີ້ໄວ້ພຽງຄົນດຽວ ການເບິ່ງຫາເພັກເກັດປະກັນໄພທຸລະກິດ SME ຈຶ່ງເປັນເລື່ອງສຳຄັນທີ່ທຸລະກິດຕ້ອງຈຳເປັນຊອກຫາທີ່ສຸດ. ຂໍ້ດີຂອງການເຮັດປະກັນໄພທຸລະກິດ SME ຄື ຈະຊ່ວຍຄຸ້ມຄອງຄວາມສ່ຽງທີ່ອາດຈະເກີດຂຶ້ນກັບທຸລະກິດຂອງທ່ານ ບໍ່ວ່າຈະເປັນໃນດ້ານກົດໝາຍ ຫຼື ລວມໄປເຖິງປະໂຫຍດທີ່ຈະໄດ້ຈາກການຄຸ້ມຄອງຕໍ່ພະນັກງານໃນທຸລະກິດນັ້ນ ໂດຍປົກກະຕິແລ້ວ ການປະກັນໄພທຸລະກິດ ນັ້ນ ຈະຄຸ້ມຄອງຕັ້ງແຕ່ກຸ່ມ ສະຕາດອັບ, ກຸ່ມເຈົ້າຂອງທຸລະກິດສ່ວນຕົວ,​ທຸລະກິດ SME ຂະໜາດກາງ ຈົນໄປເຖີງບໍລິສັດທີ່ມີພະນັກງານປະຈຳບໍ່ເກີນ 100 ຄົນ. ການປະກັນໄພ  SME ອາດຈະເປັນອີກໜຶ່ງພູມຄຸ້ມກັນຂອງບໍລິສັດ ຫຼື ທຸລະກິດຂອງທ່ານ ທີ່ສາມາດຮອງຮັບທຸກຄວາມຕ້ອງການໃນການປະກອບທຸລະກິດຂະໜາດນ້ອຍ ຈົນໄປເຖິງຂະໜາດກາງ ເຖີງແມ່ນວ່າຈະບໍ່ໄດ້ຊ່ວຍຢືນຢັນໃນເລື່ອງຄວາມສຳເລັດຂອງການດຳເນີນງານໄດ້ ແຕ່ກໍຍັງຊ່ວຍໃຫ້ເຮົາຮອງຮັບຄວາມສ່ຽງທີ່ອາດຈະເກີດຂຶ້ນໂດຍທີ່ເຮົາບໍ່ທັນຕັ້ງຕົວ. ຂອບໃຈຂໍ້ມູນຈາກ : https://www.sanook.com/travel/

Read More »

ເປີດໂຕໂຄງການໃໝ່ ສະໜັບສະໜູນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໂດຍໄດ້ຮ່ວມມືກັບກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງຕາງຫນ້າໃຫ້ກັບກອງເລຂາຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດ ສ້າງຕັ້ງໂຄງການ ຫລູດຜ່ອນຄວາມສ່ຽງຈາກການຄ້າມະນຸດ (Laos CTIP Program) ຂຶ້ນຢ່າງເປັນທາງການ. ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 13 ມັງກອນ 2020, ໂດຍມີ ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການລິເລີ່ມໂຄງການ ມູນຄ່າ 2.3 ລ້ານ ໂດລາສະຫະລັດ, ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກົມສັງຄົມສົງເຄາະ, ...

Read More »

ນັກເສດຖະສາດລາວ ຊີ້ບອກວ່າການໃຊ້ເງິນກີບ-ຢວນ ຈະເປັນໂອກາດທີ່ດີ

ນັກເສດຖະສາດຄາດຄະເນວ່າການຈະນຳໃຊ້ສະກຸນເງິນກີບລາວ ແລະ ເງິນຢວນຂອງຈີນເຂົ້າໃນການຊຳລະສະສາງທຸລະກຳລະຫວ່າງປະຊາຊົນສອງປະເທດຈະເປັນຜົນດີທີ່ສຸດຕໍ່ບັນຍາກາດການຄ້າ ແລະ ການລົງທຶນຈາກຈີນທີ່ເປັນຄູ່ຄ້າ ແລະ ລົງທຶນອັນດັບຕົ້ນໆ ຈະຫຼັ່ງໄຫຼເຂົ້າມາລາວຫຼາຍຂຶ້ນກວ່າເກົ່າພ້ອມແນະນຳລັດສົ່ງເສີມການຜະລິດສິນຄ້າເພື່ອສົ່ງໄປຈີນໃຫ້ຫຼາຍຂຶ້ນເພື່ອດຶງເງິນຢວນເຂົ້າມາຕອບສະໜອງຮອງຮັບໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ. ​ໃນວັນທີ 6 ມັງກອນ 2020 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມໃນສັນ ຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖີ່ນລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ກັບທ່ານ ອີ້ ກັງ ຜູ້ວ່າການ ທປຈ ໂດຍມີທ່ານນາຍົກ ລັດຖະມົນຕີຂອງ 2 ປະເທດເຂົ້າຮ່ວມເປັນສັກຂີພິຍານນຳ. ຕາມຂໍ້ມູນທີ່ເປີດຈາກກົມຮ່ວມມືສາກົນຂອງ ທຫລ ເຖິງຈະຍັງບໍ່ທັນລະບຸຈະແຈ້ງເຖິງວັນເວລາການຈະເລີ່ມຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວກໍຕາມແຕ່ກໍໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມເອົາໃຈໃສ່ລະຫວ່າງສອງລະບົບທະນາຄານໃນການສົ່ງເສີມສາຍສຳພັນລະຫວ່າງບັນດາທະນາຄານທຸລະກິດ 2 ປະເທດ ເພື່ອເປັນການຊຸກຍູ້ການນຳໃຊ້ສະກຸນເງິນທ້ອງຖີ່ນໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະການລົງທຶນສອງຝ່າຍຊຶ່ງໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ 2 ທະນາ ຄານກາງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ໃນຂົງເຂດຂະແໜງການທະນາຄານທັງເປັນການຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໄປສູ່ລະດັບໃໝ່. ແນວໃດກໍດີ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ທັດສະນາຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມ ກ່ຽວກັບການຮ່ວມມືດັ່ງກ່າວວ່ານັບເປັນຂ່າວດີທີ່ຈີນຮອງຮັບເງິນກີບລາວ ແລະ ຈະຜົນບວກຕໍ່ລາວຫຼາຍດ້ານໂດຍສະເພາະຈະຊ່ວຍປະກອບສ່ວນໃນການຊຸກຍູ້ຕົວເລກການຄ້າ ແລະການລົງທຶນຈາກຈີນມາສູ່ລາວຫຼາຍຂຶ້ນກວ່າເກົ່າຍ້ອນມີຂໍ້ສະດວກດ້ານການຊຳລະສະສາງທັງຈະຊ່ວຍຫຼຸດຜ່ອນຄວາມຕ້ອງການເງິນໂດລາ ແລະເງິນບາດລົງໄດ້ໃນລະດັບໜຶ່ງຊຶ່ງປະຈຸບັນນັກລົງທຶນກໍມີບັນຫາໃນຈຸດນີ້. ຫາກຮອດເວລາເລີ່ມປະຕິບັດສັນຍາດັ່ງກ່າວລາວຕ້ອງລະວັງອາດຈະປະເຊີນກັບບັນຫາຂາດເງິນຢວນຕອບສະໜອງໃຫ້ກັບສັງຄົມເນື່ອງຈາກປະຈຸບັນຈີນແມ່ນຄູ່ຄ້າ ແລະນັກລົງທຶນລາຍໃຫຍ່ອັນດັບຕົ້ນໆຢູ່ລາວ ...

Read More »

ສ. ອາເມລິກາ ເພີ່ມການຊ່ວຍເຫຼືອ ລັດຖະບານ ລາວ ໃນການບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ

ທ່ານ ຣີຊາດ ພາກເກີ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ປະຈຳອົງການ USAID ຊີ້ນຳທາງດ້ານນິຕິກຳ ແລະຂໍມູນຂ່າວສານ ແລະ ທ່ານ ໂຄລິນ ຄອສບີ ຮອງເອກອັກຄະລັດຖະທູດ ໄດ້ລົງພື້ນຖານເພື່ອສຶກສາເບິ່ງການດຳເນີນງານຕົວຈິງຂອງບັນດາໂຄງການຮ່ວມມື ລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ, ໃນຂະນະເດີນທາງຢ້ຽມຢາມ ສ ປປລາວ ໃນວັນທີ 12 – 15 ມັງກອນ ທີ່ຜ່ານມາ, ເຈົ້າໜ້າທີ່ອະວຸໂສຂອງອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງລັດຖະບານສະຫະລັດ ທີ່ມີຕໍ່ ລັດຖະບານ ສປປ ລາວ ໃນການເຮັດວຽກຮ່ວມກັນເພື່ອບັນລຸເປົ້າໝາຍການພັດທະນາຂອງ ສ ປປລາວ. ແລະ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ ແລະ ພັດທະນາການອ່ານຂອງ ນ້ອງນ້ອງນັກຮຽນຊັ້ນ ປໍກຽມ, ປໍໜຶ່ງ ແລະ ປໍສອງ ໂດຍສະເພາະແມ່ນເດັກນ້ອຍທີ່ບໍ່ໃຊ້ພາສາລາວໃນການຊື່ສານເປັນຫຼັກ. ນອກນັ້ນ, ທ່ານ ຣີຊາດ ຍັງໄດ້ພົບປະກັບການນຳຂອງ ແຂວງຊຽງຂວາງ ແລະ ທ່ຽວຊົມທິວທັດຂອງທົ່ງໃຫຫີນ ເຊິ່ງເປັນສະຖານທີ່ທາງມໍລະດົກ ໂລກແຫ່ງທີ່ສາມຂອງສ ປປລາວ. ຫຼັງຈາກນັ້ນ ...

Read More »