ລັດຖະບານ ຈະເລີ່ມທົດລອງໃຫ້ບາງໂຮງຫມໍ ກຸ້ມຕົນເອງ ທາງດ້ານການເງິນ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ:  ນັບແຕ່ປີ 2021-2026 ທາງກະຊວງຈະສຸມໃສ່ 3 ໜ້າວຽກທີ່ສໍາຄັນ ເພື່ອປັບປຸງວຽກງານຕ່າງໆທີ່ກ່ຽວກັບຂະແໜງສາທາລະນະສຸກໃຫ້ດີຂື້ນເທື່ອລະກ້າວທຽບເທົ່າສາກົນ.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເນື່ອງໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ວຽກງານກູ້ຢືມທຶນຈາກທະນາຄານພັດທະນາອາຊີ ທີ່ໄດ້ຈັດຂື້ນມື້ວານນີ້ ວັນທີ 14 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນວ່າ: ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີຄັ້ງທີ IX (2021-2026) ນີ້ ກະຊວງສາທາຈະຕ້ອງໄດ້ສຸມໃສ່ 3 ໜ້າວຽກທີ່ສຳຄັນເປັນຕົ້ນຕໍ ເຊັ່ນ:  ປັບປຸງກົນໄກຄຸ້ມຄອງບໍລິຫານເພື່ອຍົກລະດັບຄຸນນະພາບຂະແໜງສາທາໃຫ້ສູງຂື້ນຢ່າງຕໍ່ເນື່ອງ, ເລັ່ງພັດທະນາພະນັກງານສາທາລະນະສຸກໃຫ້ມີຄວາມເຂັ້ມແຂງໃຫ້ບໍລິການສຸຂະພາບທີ່ມີຄຸນນະພາບ, ເລັ່ງປັບປຸງຄຸນນະພາບຂອງສະຖານທີ່ການບໍລິການໃຫ້ດີຂື້ນ ໂດຍປະຕິບັດຕາມນະໂຍບາຍສາມສ້າງ ສຸມໃສ່ຍົກສູງຄຸນນະພາບວຽກງານຮັກສາຄຸນນະພາບຂັ້ນຕົ້ນ ແລະ ອື່ນໆ.

ທ່ານ ບຸນກອງໄດ້ກ່າວຕື່ມວ່າ: ນັບແຕ່ປີ 2021 ຈະມີການເລີ້ມທົດລອງໃຫ້ບາງໂຮງໝໍກຸ້ມຕົນເອງເທື່ອລະກ້າວ, ພ້ອມທັງສຸມໃສ່ສ້ອມແປງ ແລະ ຍົກລະດັບສະຖາບັນການສຶກສາສາທາລະນະສຸກ, ການຂື້ນທະບຽນ, ອອກໃບອະນຸຍາດວິຊາຊີບປິ່ນປົວທີ່ຕິດພັນກັບການສ້າງຊຽ່ວຊານລົງເລິກວິຊາສະເພາະທາງ, ການຈັດຕັ້ງປະຕິບັດວຽກງານ 5 ດີ 1 ພໍໃຈ, ປັບປຸງລະບົບຂໍ້ມູນນໍາໃຊ້ລະບົບໄອທີຢູ່ສະຖານທີ່ບໍລິການສຸຂະພາບ ແລະ ອື່ນໆ.

ຂ່າວ: ສົມພາວັນ

ພາບ: ເພັດໂພໄຊ

Comments