ສ. ອາເມລິກາ ເພີ່ມການຊ່ວຍເຫຼືອ ລັດຖະບານ ລາວ ໃນການບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ

ທ່ານ ຣີຊາດ ພາກເກີ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ປະຈຳອົງການ USAID ຊີ້ນຳທາງດ້ານນິຕິກຳ ແລະຂໍມູນຂ່າວສານ ແລະ ທ່ານ ໂຄລິນ ຄອສບີ ຮອງເອກອັກຄະລັດຖະທູດ ໄດ້ລົງພື້ນຖານເພື່ອສຶກສາເບິ່ງການດຳເນີນງານຕົວຈິງຂອງບັນດາໂຄງການຮ່ວມມື ລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ, ໃນຂະນະເດີນທາງຢ້ຽມຢາມ ສ ປປລາວ ໃນວັນທີ 12 – 15 ມັງກອນ ທີ່ຜ່ານມາ, ເຈົ້າໜ້າທີ່ອະວຸໂສຂອງອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງລັດຖະບານສະຫະລັດ ທີ່ມີຕໍ່ ລັດຖະບານ ສປປ ລາວ ໃນການເຮັດວຽກຮ່ວມກັນເພື່ອບັນລຸເປົ້າໝາຍການພັດທະນາຂອງ ສ ປປລາວ.

ແລະ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ ແລະ ພັດທະນາການອ່ານຂອງ ນ້ອງນ້ອງນັກຮຽນຊັ້ນ ປໍກຽມ, ປໍໜຶ່ງ ແລະ ປໍສອງ ໂດຍສະເພາະແມ່ນເດັກນ້ອຍທີ່ບໍ່ໃຊ້ພາສາລາວໃນການຊື່ສານເປັນຫຼັກ. ນອກນັ້ນ, ທ່ານ ຣີຊາດ ຍັງໄດ້ພົບປະກັບການນຳຂອງ ແຂວງຊຽງຂວາງ ແລະ ທ່ຽວຊົມທິວທັດຂອງທົ່ງໃຫຫີນ ເຊິ່ງເປັນສະຖານທີ່ທາງມໍລະດົກ ໂລກແຫ່ງທີ່ສາມຂອງສ ປປລາວ.

ຫຼັງຈາກນັ້ນ ທ່ານ ຣີຊາດ ພາກເກີ ໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອພົບປະກັບ ທ່ານ ພົມມາ ຄຳມະນີຈັນ, ຫົວໜ້າກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ. ການພົບປະດັ່ງກ່າວໄດ້ເນັ້ນໃສ່ການເສີມຂະຫຍາຍການຮ່ວມມືສອງຝ່າຍ ລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ ໃນບັນດາວຽກງານການພັດທະນາຕ່າງໆບໍ່ວ່າຈະເປັນການຂະຫຍາຍຕົວທາງ ດ້ານການຄ້າ ແລະ ການລົງທຶນ, ການສ້າງຄວາມເຂັ້ມແຂວງທາງດ້ານລັດແຫ່ງກົດໝາຍ, ປັບປຸງວຽກງານສຸຂະພາບ ແລະ ການສຶກສາໃນສປປ ລາວ ເປັນຕົ້ນ.

ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດກ່າວວ່າ: ພວກເຮົາພູມໃຈໃນການຮ່ວມມືສອງຝ່າຍໃນບັນດາວຽກງານການພັດທະນາຕ່າງໆ. ສ. ອາເມລິກາຈະສືບຕໍ່ໃຫ້ການສະໜັບສະໜູນ ສ ປປລາວ ໃນວຽກງານການພັດທະນາເພື່ອ ຫຼຸດຜົ້ນອອກຈາກສະ ຖານະປະເທດດ້ອຍພັດທະນາ.

ສ. ອາເມລິກາ ຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ແລະ ປະຊາຊົນລາວ ໃນຫຼາຍດ້ານເຊັ່ນ: ວຽກງານການປັບປຸງຄຸນນະພາບຂອງການສຶກສາ, ການສົ່ງເສີມສຸຂະພາບ ແລະ ໂພສະນາການ, ການຂຸດຄົ້ນທໍາລາຍລະເບີດທີ່ຍັງບໍ່ທັນແຕກທີ່ເປັນສີ່ງກີດຂວາງການພັດທະນາ, ອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ ແລະ ເພີ່ມທະວີການຄຸ້ມຄອງລັດດ້ວຍກົດໝາຍ.

Comments