ອາລິອັນສ໌ ແລະ ສະຖາບັນການເງິນ ເອກພັດທະນາ ສະເໜີຜະລິດຕະພັນໃຫມ່!!! ຝາກເງິນແຖມປະກັນຊີວິດເງິນຝາກ

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2020, ບໍລິສັດ ອາລີອັນສ໌ ປະກັນໄພລາວ (AGL) ໄດ້ລົງນາມເຊັນສັນຍາ ກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ (EMI). ໂດຍການເປັນປະທານຮ່ວມຂອງທ່ານ ກີ ອາໂປວີ ຜູ້ອຳນວຍການໃຫຍ່ ບໍລິສັດ AGL ແລະ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການໃຫຍ່ ສະຖາບັນ EMI .

ທັງນີ້ກໍ ເພື່ອເປັນການພັດທະນາບໍລິການໃຫ້ມີຄວາມຫຼາກຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼາຍກຸ່ມໃຫັມີຊີວິດທີ່ດີຂຶ້ນ ແລະ ຫາຍຫ່ວງນຳຄອບຄົວເມື່ອເກີດເສຍຊີວິດກະທັນຫັນ. ດັ່ງນັ້ນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ຈຶ່ງໄດ້ຮ່ວມມືກັບ ບໍລິສັດອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລີອັນສ໌ ປະເທດເຢຍລະມັນ ຄິດຄົ້ນພັດທະນາຜະລິດຕະພັນປະກັນຊີວິດເງິນຝາກນີ້ເພື່ອສະໜອງໃຫ້ລູກຄ້າທຸກຄົນທີ່ເຂົ້າມາຝາກເງິນກັບສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ເອກພັດທະນາທຸກຄົນ ຈະໄດ້ຮັບປະກັນໄປຊີວິດເງິນຝາກໃນວົງເງິນທີ່ນຳໄປຝາກ.

ປະກັນຊີວິດເງິນຝາກ  ແມ່ນປະກັນໄພທີ່ໃຫ້ຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດຕິເຫດ, ສັນຍາປະກັນໄພຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ. ຖືໄດ້ວ່າເປັນອີກໜື່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ.

ເງື່ອນໄຂດັ່ງນີ້:

ຄຸ້ມຄອງຊີວິດ ແລະ ທົດແທນຄືນ ການເສຍຊີວິດຈາກພະຍາດ 100% ແລະ ເສຍຊີວິດຈາກອຸບັດຕິເຫດ 200% ຂອງວົງເງິນຄຸ້ມຄອງ ໂດຍວົງເງິນຄຸ້ມຄອງສູງສຸດ 10 ລ້ານກີບ ຫຼື ອີງຕາມຈຳນວນເງິນໃນບັນຊີ.

  • ມີບັນຊີເງິນຝາກປະຢັດກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ
  • ລູກຄ້າຕ້ອງມີ ອາຍຸ 18-64 ປີ
  • ສຸຂະພາບແຂງແຮງດີ
  • ສັນຍາເປັນກຸ່ມ-ແບບລາຍເດືອນ ໝັ້ນໃຈກັບການຄຸ້ມຄອງລູກຄ້າພາຍໃຕ້ເງື່ອນໄຂປະກັນຊີວິດ ກໍລະນີເສຍຊີວິດ ຕະຫຼອດ 24 ຊົ່ວໂມງ ຈາກອຸບັດຕິເຫດ ແລະ ພະຍາດ

ຮູບແບບການຄຸ້ມກັນ ໃນກໍລະນີເສຍຊີວິດ

  • ຈໍານວນເງິນຝາກປະຢັດໃນບັນຊີ 10 ລ້ານກີບ ລົງມາ ຖ້າກໍລະນີເສຍຊີວິດຍ້ອນອຸບັດຕິເຫດ ຈໍານວນເງິນຝາກທີ່ຈະໄດ້ແມ່ນຄູນ 2 ແລະ ຖ້າເສຍຊີວິດຍ້ອນພະຍາດຈະໄດ້ເທົ່າກັບຈໍານວນເງິນຝາກ
  • ຈໍານວນເງິນຝາກປະຢັດໃນບັນຊີ 10 ລ້ານກີບ ຂຶ້ນໄປ ຖ້າກໍລະນີເສຍຊີວິດຍ້ອນອຸບັດຕິເຫດ ຈໍານວນເງິນຝາກທີ່ຈະໄດ້ແມ່ນ 20 ລ້ານກີບ ແລະ ຖ້າເສຍຊີວິດຍ້ອນພະຍາດແມ່ນຈະໄດ້ຮັບເງິນປະກັນຊີວິດເພີ່ມອີກ 10 ລ້ານກີບ.

 

Comments