News

ສື່ມວນຊົນລາວ!!! ເຊື່ອມຊືມວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ການກໍ່ການຮ້າຍ

ໃນຕອນເຊົ້າວັນທີ 13 ມັງກອນ 2020 ຢູ່ທີ່ທະຫານຄານແຫ່ງ ສປປ ລາວ. ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ພາກສ່ວນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພາຍໃຕ້ການເປັນ ປະທານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ເນື່ອງຈາກວຽກງານຕ້ານການຟອກເງິນ ແລະ ສະໜອງເງິນແກ່ການກໍ່ການຮ້າຍ ເປັນວຽກທີ່ສຳຄັນທີ່ທຸກຄົນຕ້ອງເອົາໃຈໃສ່ເປັນຫູເປັນຕາຊ່ວຍກັນ ໃນນັ້ນສື່ມວນຊົນຖືເປັນກະກອກສຽງສຳຄັນ ແລະ ສາມາດເຜີຍເຜີຍຂໍ້ມູນຂ່າວສານເປັນວົງກວ້າງທັນວ່ອງໄວທັນການ. ວຽກງານດັ່ງກ່າວ, ເປັນວຽກງານທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນເສດຖະກິດໃນປະເທດ, ສປປ ລາວ ໄດ້ເລັ່ງເຫັນຄວາສຳຄັນ ແລະ ໄດ້ສ້າງ ຄະນະກຳມະການລະດັບຊາດຂຶ້ນໂດຍປະກອບມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຍັງໄດ້ປະກອບມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກ 13 ກະຊວງ ...

Read More »

ນັກທຸລະກິດ ລາວ-ໄທ ລົງທຶນ 30 ລ້ານໂດລາ, ເຫັນຂີ້ເຫຍື້ອນະຄອນຫຼວງ ເປັນພະລັງານໄຟຟ້າ

ນັກທຸລະກິດລາວ ແລະ ໄທໄດ້ຮ່ວມກັນລົງທຶນ 30 ລ້ານໂດລາສະຫາລັດ ເຂົ້າໃນໂຄງການກໍ່ສ້າງ ໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານ ທົດແທນ ທີ່ນະຄອນຫຼວງວຽງຈັນ. ການຮ່ວມມືດັ່ງກ່າວປະກອບມີ ບໍລິສັດຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ຈາກ ສປປ ລາວ, ບໍລິສັດ ຍູເອຊີ ເອັນເນີຈີ ຈໍາກັດ ແລະ ບໍລິສັດ ສະແບງຊັດສ໌ເທນເນເບີ້ນ ເອັນເນີຈີ ຈໍາກັດ ຈາກ ປະເທດໄທ. ໂຄງການກໍ່ສ້າງໂຮງງານດັ່ງກ່າວແມ່ນຕັ້ງຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ມີແຜນໄດ້ນຳໃຊ້ຂີ້ເຫຍື້ອຈາກຊຸມຊົນໃນປະລິ ມານເລີ່ມຕົ້ນປະມານ 400 ໂຕນຕໍ່ມື້, ເພື່ອເປັນວັດຖຸດິບຂອງໂຄງການຜະລິດກະ ແສໄຟຟ້າທີ່ມີກຳລັງການຜະລິດປະລິມານ 6 ເມກາວັດ. ພິທີວາງສີລາລຶກດັ່ງກ່າວໄດ້ຈັດຂຶ້ນໃນມື້ວານນີ້ ວັນທີ 09 ມັງກອນ 2020 ທີ່ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ...

Read More »

ສປປ ລາວ ອັນດັບ 4 ປະເທດແຫ່ງສັນຕິພາບ ຂອງອາຊຽນ

ຈາກການຈັດອັນດັບຂອງ Global peace index 2019 ຫຼື ດັດຊະນີແຫ່ງສັນຕິພາບໂລກ ໃນປີ 2019 ຈາກທັງໝົດ 163 ປະເທດ ໃນທົ່ວໂລກ. ປະເທດທີ່ມີຄວາມສັນຕິພາບທີ່ສຸດໃນໂລກໄດ້ແກ່ປະເທດ 1. Iceland, 2. New Zealand, 3. Portugal. ສຳລັບໃນຂົງເຂດອາຊຽນ ປະເທດທີ່ມີຄວາມສັນຕິພາບທີ່ສຸດແມ່ນໄດ້ແກ່ 1. Singapore (7) , 2. Malaysia (16) , 3. indonesia (41) , 4. Laos (45) #7 Singapore #9 Japan #36 Taiwan #41 Indonesia #45 Laos #55 South Korea #57 Vietnam #72 Sri Lanka #89 Cambodia #110 China #116 ...

Read More »

ຫວຽດນາມ ເລີ່ມເຄື່ອນໄຫວວຽກງານອາຊຽນ ໃນຖານະ ປະທານອາຊຽນ ປີ 2020

ຕາມ​ຂ່າວ​ຫວຽດນາມ(VOVWORLD) ່ວ່າງບໍ່ດົນມານີ້, ຢູ່ທີ່ຮ່າໂນ້ຍ, ທ່ານ ຫງວຽນ ຊວັນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານ ​ໃນພິທີ ເລີ່ມເຄື່ອນໄຫວ ​ເປັນປະທານ ອາຊຽນ ປີ2020 ຈາກ​ນັ້ນ ​ໄດ້ຢັ້ງຢືນວ່າ: ຈົນ​ມາຮອດປັດຈຸບັນ ອາຊຽນ ແມ່ນປະຊາຄົມ ຂອງບັນດາປະເທດ ເອກະລາດ, ສາມັກຄີ ພັດທະນາໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ​ເປັນພື້ນຖານ ເສດຖະກິດ ພັດທະນາ ຢ່າງ​ເຂັ້ມ​ແຂງ ກາຍ​ເປັນ ບົດບາດໃຈກາງ ຂອງ ໂຄງປະກອບ ໃນພາກພື້ນ, ໄດ້ຮັບຄວາມເຄົາລົບ ແລະ ການຮ່ວມມືຈາກບັນດາປະເທດ ແລະ ຄູ່ຮ່ວມມືໃຫຍ່ໃນໂລກ. ນອກ​ນີ້ ຍັງ​ເປັນປະຊາຄົມ ສັນຕິພາບ ແລະ ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ, ວັດທະນາຖາວອນ ແລະ ຍືນຍົງ; ເຊື່ອມໂຍງ ຢ່າງເລິກເຊິ່ງ ກວ້າງຂວາງ, ເຊື່ອມຕໍ່ຢ່າງຮອບດ້ານບົນພື້ນຖານ ຂອງການປະດິດຄິດສ້າງ, ສະຖຽນລະພາບ ແລະ ຄວາມກົມກ່ຽວ; ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ດ້ວຍກໍາລັງ ຄວາມສາມາດ ໃນການປັບຕົວ, ຮັບມື ແລະ ແກ້ໄຂ ບັນດາສິ່ງທ້າທາຍ ຄວາມໝັ້ນຄົງ ແບບໃໝ່; ເຄື່ອນໄຫວ ຢ່າງມີວິທະຍາສາດ, ມີປະສິດທິຜົນ ແລະ ຂະຫຍັນຂັນເຄື່ອນ. ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ເລືອກເອົາຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ນີ້ກໍແມ່ນຫົວຂໍ້ ມຸ່ງໄປສູ່ ບັນດາເປົ້າໝາຍ ໄລຍະຍາວກວ່າ ຂອງ ປະຊາຄົມ ...

Read More »

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມແຂວງຢຸນນານ ສປ ຈີນ

ໃນລະຫວ່າງການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນລະຫວ່າງ ວັນທີ 05-09 ມັງກອນ 2020, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ, ຊຶ່ງບໍລິສັດດັ່ງກ່າວ ໄດ້ສ້າງຕັ້ງແຕ່ປີ 1951 ແລະ ກໍໄດ້ຮັບການພັດທະນາປັບປຸງການຄຸ້ມຄອງບໍລິຫານມາໂດຍຕະຫຼອດ. ເລີ່ມແຕ່ປີ 2014 ເປັນຕົ້ນມາ, ກຸ່ມບໍລິສັດນີ້ ໄດ້ແຍກອອກຈາກກຸ່ມບໍລິສັດໃຫຍ່ເຂົ້າສູ່ລະບົບເສດຖະກິດ ຢ່າງເປັນເອກະລາດ ແລະ ໄດ້ດຳເນີນກິດຈະການທາງດ້ານກະສິກຳ ຢູ່ແຂວງຢຸນນານ ໂດຍໄດ້ເປັນບໍລິສັດວິສາຫະກິດລະດັບຊາດ ໃນຂົງເຂດກະສິກຳ ເຊັ່ນ: ການພັດທະນາຜະລິດຕະພັນສີຂຽວ, ຊັບພະຍາກອນກະສິກຳ ແລະ ປ່າໄມ້, ການບໍລິການດ້ານກະສິກຳ. ທີ່ມາ: ຂ່າວສານປະເທດລາວ

Read More »

ຊົມເຊີຍ ແພດໝໍລາວ ສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດອື່ນໆທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ. ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ: ການຜ່າຕັດປ່ຽນວາວຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ນອກນັ້ນຍັງສາມາດຜ່າຕັດສະໝອງ, ຜ່າຕັດກະດູກສັນຫຼັງ, ກະດູກຫົວກົກຂາ, ຜ່າຕັດຄໍ່, ເອັນຫົວເຂົ່າ, ການໝາກຟອກໄຂ່ຫຼັງ, ຟອກຕັບ, ການຜ່າຕັດຜ່ານທໍ່ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວພະຍາດມະເຮັງດ້ວຍການສາຍແສງ ແລະ ການປິ່ນປົວດ້ວຍຢາພື້ນເມືອງ ແລະ ອື່ນໆ ແຕ່ສາມາດປິ່ນປົວພະຍາດດັ່ງກ່າວ ສະເພາະຢູ່ ບັນດາໂຮງໜໍໃຫ່ຍຢູ່ຂັ້ນສູນກາງ ຫຼື ຢູ່ສະເພາະຢູ່ໂຮງໝໍໃນນະຄອນຫລວງເທົ່ານັ້ນ. ທ່ານຮອງສາດສະດາຈານ ບຸນກອງ ໄດ້ກ່າວຕື່ມວ່າ: ສະເພາະບັນດາໂຮງໜໍໃຫ່ຍຢູ່ຂັ້ນແຂວງກໍ່ເລີ້ມມີການພັດທະນາການຮັກສາພະຍາດຕ່າງໆໄດ້ເຊັ່ນກັນ ແຕ່ກໍຍັງຂາດອຸປະກອນການແພດທີ່ທັນສະໄໝ ແລະ ຍັງຂາດບຸກຄະລາກອນທີ່ຈະສາມາດນຳໃຊ້ອຸປະກອນ ຫຼື ເຄື່ອງຈັກທີ່ທັນສະໄໝໄດ້ ແຕ່ໂຮງໝໍຂັ້ນແຂວງກໍ່ສາມາດໃຫ້ບໍລິການປິ່ນປົວພະຍາດໃນ5 ຂະແໜງການທີ່ສຳຄັນໄດ້ແລ້ວເຊັ່ນ : ພະຍາດພາຍນອກ-ພາຍໃນ, ເດັກນ້ອຍ, ປະສູດຍິງ ແລະ ປິ່ນປົວສຸກເສີນຟື້ນຟູຊີບ. ຂ່າວ : ສົມພາວັນ ຮູບ : ເພັດໂພໄຊ ທີ່ມາ: ...

Read More »

ເລັ່ງແກ້ໄຂກວດຄົນຕ່າງປະເທດ ເຂົ້າມາລາວທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ

ກະຊວງປ້ອງກັນຄວາມສະຫງົບ ໄດ້ແຈ້ງໃຫ້ ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບຈະເລັ່ງກວດຄົນເຂົ້າ-ອອກ ປະເທດຄືນໃຫ້ລະອຽດຢູ່ບັນດາດ່ານຕ່າງໆ ເພື່ອໃຫ້ຈໍາແນກໄດ້ວ່າ ຄົນຕ່າງປະເທດນັ້ນເປັນນັກທ່ອງທ່ຽວ ຫຼື ນັກທຸລະກິດທີ່ເຂົ້າມາລາວ ໂດຍຈະຈັດແບ່ງປະເພດໃຫ້ລະອຽດ ນໍາໃຊ້ເຄື່ອງມືທີ່ທັນສະໄໝມາຕິດຕັ້ງ.  ປັດຈຸບັນທົ່ວປະເທດມີດ່ານສາກົນ 27 ດ່ານ ແລະ ການເກັບກໍາຂໍ້ມູນລະອຽດໂດຍນໍາໃຊ້ ເຄື່ອງມືທີ່ທັນສະໄໝນີ້ແມ່ນ ເພື່ອຮັບປະກັນ ໃນການບັນທຶກຂໍ້ມູນຢູ່ແຕ່ລະດ່ານໃຫ້ ລະອຽດ ແລະ ຊັດເຈນກ່ອນທີ່ຈະສົ່ງໃຫ້ສູນກາງ ໂດຍມີຈຸດປະສົງເພື່ອມາແກ້ໄຂບັນຫາ ຄົນຕ່າງປະເທດມາເຄື່ອນໄຫວຢູ່ລາວ ນັ້ນຖືກຕ້ອງຕາມກົດໝາຍ ຫຼື ເຂົ້າມາໃນນາມນັກທ່ອງທ່ຽວ ແຕ່ມາເຮັດທຸລະກິດ ຫຼື ມາອອກແຮງງານຫາເງິນຢູ່ລາວ, ເຊິ່ງບໍ່ຖືກຕ້ອງຕາມລະບຽບ ກົດໝາຍຂອງ ສປປ ລາວ. ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວໃນບໍ່ດົນມານີ້ວ່າ: ວຽກງານຈຸດສຸມ ທີ່ທາງກະຊວງປ້ອງກັນ ຄວາມສະຫງົບ ຈະເລັ່ງປະຕິບັດໃນປີ 2020 ນີ້ ແມ່ນຈະສືບ ຕໍ່ເກັບກຳຄົນຕ່າງປະເທດ ຫຼື ນັກທ່ອງທ່ຽວ ທີ່ເຂົ້າມາລາວດ້ວຍຈຸດປະສົງ ໃດໃຫ້ມີ ຄວາມຊັດເຈນ, ໃຫ້ມີຖານຂໍ້ມູນ ທີ່ລະອຽດ ພ້ອມທັງຈັດແບ່ງປະເພດໃຫ້ຖືກຕາມກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງຂອງລາວ. ຂໍ້ມູນດັ່ງກ່າວຈະອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ໃນການຄຸ້ມຄອງຄົນຕ່າງປະ ເທດ, ບັນດາຫົວໜ່ວຍທຸລະກິດຕ່າງໆ ໃນນີ້ລວມທັງຫົວໜ່ວຍທຸລະກິດການທ່ອງທ່ຽວຂອງຕ່າງປະເທດທີ່ມາເຄື່ອນໄຫວຢູ່ລາວວ່າຖືກຕ້ອງ ຕາມລະບຽບການຫຼືບໍ່ ແລະ ...

Read More »

ພິທີຫຼໍ່ຍອດເກດພຣະເຈົ້າໃຫຍ່ອົງຫຼວງ ປະທານພອນເມືອງພວນ ຊຽງຂວາງ

ໃນຕອນເຊົ້າຂອງມື້ນີ້ເວລາ 9:00 ໂມງ ວັນທີ 9 ມັງກອນ 2020 ໄດ້ມີ ພິທີຫລໍ່ຍອດເກດພຣະເຈົ້າໃຫຍ່ອົງຫຼວງປະທານພອນເມືອງພວນ ແຂວງຊຽງຂວາງ ນໍ້າໝັກຄຳ 3-4 ບາດ. ຢູ່ທີ່ ວັດອົງຕື້ ມະຫາວິຫາຣ ນະຄອນຫຼວງວຽງ  ໂດຍມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ, ມີການນຳພັກ-ລັດ ແລະພໍ່ແມ່ພຸດທະບໍລິສັດເຂົ້າຮ່ວມຫຼວງຫຼາຍ.        

Read More »

ແຂວງຊຽງຂວາງ ຈະຫຼຸດຄ່າທີ່ພັກລົງ 20% ໃນໄລຍະງານມະຫາກໍາກິລາແຫ່ງຊາດ

ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນແຂວງ ແລະ ຊຸກຍູ້ໃຫ້ມວນຊົນມາຮ່ວມງານ ແລະ ມາຊົມມາເຊີຍ ນັກກິລາຂອງແຂວງຕົນເອງ ໃຫ້ມີຄວາມຄຶກຄື້ນມ່ວນຊື່ນໃນໄລຍະຈັດງານມະຫະກຳກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ທີ່ຈະຈັດຂຶ້ນໃນວັນທີ 22 ມີນາ – 1 ເມສາ 2020 ທີ່ຈະມາເຖິງນີ້. ປັດຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ  ແລະ ເລັ່ງໃຫ້ປັບປຸງສະຖານທີ່ທ່ອງທ່ຽວ ຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາ ທ່ອງທ່ຽວ ແຂວງ ຊຽງຂວາງ. ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ໃຫ້ສຳພາດ ກັບສື່ມວນຊົນ ຫ່ວາງບໍ່ດົນມານີ້ວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົນການແຂ່ງຂັນ ກິລາຄັ້ງນີ້ ພະແນກສຶກສາທິການ ແລະ ກິລາ ແຂວງຈຶ່ງໄດ້ຈັດການຝຶກອົບຮົມໃຫ້ຜູ້ປະກອບການໂຮງແຮມ ...

Read More »

ປີ 2019 ລັດຖະບານ ເກັບຄ່າທຳນຽມທາງ ບໍ່ໄດ້ຮອດເຄິ່ງໜຶ່ງຂອງພາຫະນະທີ່ມີ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ປີ 2019 ການເກັບຄ່າທຳນຽມທາງ ຫຼື ເສຍຄ່າທາງສຳລັບພາຫະນະ (ລົດຈັກ, ລົດໃຫ່ຍຕ່າງໆ) ແມ່ນບໍ່ໄດ້ຕາມແຜນທີ່ວາງໄວ້ ແລະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີໃນທົ່ວປະເທດ ເຖິງແມ່ນວ່າຈະນໍາໃຊ້ລະບົບທີ່ ທັນສະໄໝໂດຍຜ່ານຫຼາຍຮູບແບບເຂົ້າມາ ຊ່ວຍແລ້ວກໍ່ຕາມ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນໄດ້ກ່າວໃນບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ II ວ່າ: ປີ 2019 ແມ່ນໄດ້ເລີ່ມການຈັດ ເກັບເງິນຄ່າທຳນຽມທາງພາຫະນະເຂົ້າງົບປະມານແຫ່ງລັດດ້ວຍລະບົບທີ່ທັນສະໄໝ, ໃນໄລຍະທຳອິດເຫັນວ່າດີຂື້ນ ແລະ ມີຄວາມໂປ່ງໃສ ບັນດາຫົວໜ່ວຍທຸລະກິດມີຄວາມຕື່ນຕົວ ໃຫ້ການຮ່ວມມື  ແຕ່ກົງກັນຂ້າມເຫັນວ່າຄວາມຕື່ນຕົວຂອງ ເຈົ້າຂອງພາຫະນະລົດເອກະຊົນ ຍັງບໍ່ຫຼາຍເທົ່າທີ່ຄວນເຊິ່ງມັນສະແດງອອກ ໃນການເສຍອາກອນ ຫຼື ຄ່າທຳນຽມທາງ ຍັງບໍ່ໄດ້ຮອດເຄີ່ງໜື່ງຂອງຈຳນວນລົດທີ່ມີ ເຖິງແມ່ນວ່າທາງເຈົ້າໜ້າທີ່ຈະມີມາດຕະ ການຕ່າງໆເຊັ່ນ : ເມື່ອເຫັນລົດຄັນໃດບໍ່ເສຍຄ່າທາງແມ່ນ ໃຫ້ປັບໃໝກັບທີ່ເລີຍ ແຕ່ກໍ່ຍັງມີຜູ້ຊົມໃຊ້ລົດບາງຈຳນວນຍັງມີ ການຫຼົບໜີໄດ້ຢູ່ ແລະ ຍ້ອນວ່າບາງຂົງເຂດ ໜ່ວຍບໍລິການທະນາຄານໄປບໍລິການຍັງບໍ່ ທົ່ວເຖິງ ໂດຍສະເພາະຢູ່ເຂດຫ່າງໄກສອກ ຫຼີກ. ຂ່າວ : ສົມພາວັນ ພາບ: ແກ້ວ​ບຸນ​ທະ​ວີ ທີ່ມາ: ໜັງສືພິມວຽງຈັນທາຍ

Read More »