ການຟອກເງິນ ພຶດຕິກຳຜິດກົດໝາຍ ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງປະເທດຊາດ

ວຽກງານການຕ້ານສະກັດກັ້ນການຟອກເງິນ ແມ່ນວຽກງານໜຶ່ງ ທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນທຸລະກິດໃນປະເທດ ເພາະວ່າ ຖ້າປະເທດເຮົາບໍ່ສາມາດຈັດຕັ້ງປະຕິບັດເງື່ອນໄຂມາດຖານ 40 ຂໍ້ແນະນໍາຂອງສາກົນວາງອອກໄດ້ ກໍ່ຈະເຮັດໃຫ້ສາກົນຂຶ້ນບັນຊີເປັນສີເທົາ ແລະຈະເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ລະບົບໃນການຊໍາລະເງິນກັບສາກົນຖືກຈຳກັດ, ບໍ່ສາມາດໂອນເງິນໄປຊໍາລະຄ່າສິນຄ້າ-ບໍລິການ,   ເຮັດໃຫ້ສົ່ງຜົນກະທົບຕໍ່ພາບພົດຊື່ສຽງຂອງປະເທດເຮົາ ເປັນຕົ້ນ ທາງດ້ານການເມືອງ ກໍ່ຈະຕົກເປັນປະເທດມີຄວາມສ່ຽງສູງໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ດ້ານເສດຖະກິດກໍ່ຖືກຈໍາກັດ ພ້ອມທັງການລົງທຶນຈາກຕ່າງປະເທດກໍ່ຫຼຸດລົງ.

ສະນັ້ນ, ເພື່ອເປັນການຫຼຸດຜ່ອນ ແລະ ສະກັດກັ້ນຕ້ານການຟອກເງິນ ເຮົາທຸກຄົນກໍຄວນຮັບຮູ້ໄວ້ ແລະ ເປັນຫູເປັນຕາ ຊ່ວຍກັນສະກັດກັ້ນບັນຫາດັ່ງກ່າວ ແລະ ລາຍງານໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ.

ການຟອກເງິນ ແມ່ນການນຳເອົາເງີນທີ່ເປື້ອນ ໃຫ້ມາເປັນເງີນທີ່ສະອາດ, ການຟອກເງິນແມ່ນການນຳເງິນມາປ່ຽນຮູບການນຳໃຊ້,​ ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນທີ່ບຸກຄົນ,​ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໃນວ່າເງີນ ຫຼື ຊັບສິນນັ້ນມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ບຸກເຊື່ອງຄຸນລັກສະນະ,​ທີ່ມາຂອງເງິນ,​ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ.

ສະຫຼຸບງ່າຍໆກໍຄື ການເອົາເງິນທີ່ໄດ້ມາແບບບຜິດກົດໝາຍ ມາດຳເນີນງານຕ່າງໆ ເພື່ອໃຫ້ກາຍເປັນເງິນ ຫຼື ຊັບສິນທີ່ຖືກົດໝາຍ ເພື່ອປົກປິດແຫຼ່ງທີ່ມາຂອງເງິນດັ່ງກ່າວ. 

ການຟອກເງິນເປັນການກະທຳຜິດທາງອາຍາ ມາດຕາ 66 ມາດຕະການທາງອາຍາ ຕໍ່ການຟອກເງິນ ໃນກົດໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລກທີ 50/ສພຊ ລົງວັນທີ 21 ກໍລະກົດ 2014

  • ບຸກຄົນທີ່ໄດ້ກະທຳຜິດໃນສະຖານການຟອກເງິນທີ່ມີມູນຄ່າຕໍ່າກວ່າ 1 ຕື້ກີບ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ປີ – 7 ປີ ແລະ ຈະຖືກປັບໃໝແຕ່ 300 ລ້ານ – 500 ລ້ານກີບ ແລະ ຈະຖືກຮິບຊັບ
  • ກໍລະນີກະທຳຜິດທີ່ມີມູນຄ່າແຕ່ 1 ຕື້ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 7 ປີ- 10 ປີ ແລະ ຈະຖືກປັບໃໝແຕ່ 500 ລ້ານ – 700 ລ້ານກີບ ແລະ ຈະຖືກຮິບຊັບ
  • ໃນກໍລະນີ ຈັດຕັ້ງເປັນກຸ່ມກ້ອນ ຫຼື ມີການກະທຳຜິດເປັນອາຈິນ ຈະຖືກຕັດອິດສະຫຼະພາບ 10 ປີ – 15 ປີ ແລະ ຈະຖືກປັບໃໝ 700-900 ລ້ານກີບ ແລະຈະຖືກຮີບຊັບ.

https://www.bol.gov.la/fileupload/05-12-2018_1543972838.pdf

 

Comments