ລາວ-ຈີນ ລົງນາມຕົກລົງສົ່ງເສີມການນຳໃຊ້ເງິນ 2 ສະກຸນ ກີບ ແລະ ຢວນ

ສປ ຈີນ ເປັນປະເທດເພື່ອນມິດຍຸດທະສາດທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາໄລຍະຫຼາຍກີໂລແມັດ ແຖມຍັງເປັນຕະຫຼາດຮັບຊື້ສິນຄ້າຈາກລາວຫຼາຍທີ່ສຸດໄລຍະຜ່ານ ແລະອີກບໍ່ດົນການຄ້າຂາຍຮ່ວມຈະທະວີຄູນຂຶ້ນເປັນລຳດັບ ພາຍຫຼັງເສັ້ນທາງລົດໄຟຄວາມໄວສູງສ້າງສຳເລັດ.

ສະນັ້ນ ເພື່ອກຽມຄວາມພ້ອມໃສ່ບັນດາເງື່ອນໄຂ, ທ່າແຮງທາງເສດຖະກິດທີ່ກຳລັງຈະເກີດຂຶ້ນໃນອະນາຄົດ ລັດຖະບານທາງ 2 ປະເທດຈິ່ງເຫັນວ່າຄວນມີຂໍ້ຕົກລົງຮ່ວມກັນໃນການສົ່ງເສີມການນຳໃຊ້ເງິນສອງສະກຸນລະຫວ່າງກີບກັບຢວນ ເພື່ອຄວາມສະດວກໃນການຊຳລະສະສາງ.

ໃນລະຫວ່າງວັນທີ 5-9 ມັງກອນ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ແລະ ໃນໂອກາດດັ່ງກ່າວ ວັນທີ 6 ມັງກອນ 2020 ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ທ່ານ ອີ້ ກັງ, ຜູ້ວ່າການທະນາຄານ ປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມ ໃນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມ ການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທທລ ແລະ ທປຈ ພາຍໃຕ້ການເປັນສັກຂີພະຍານ ຂອງທ່ານ ນາຍົກລັດຖະມົນຕີສອງປະເທດ.

ສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທຫລ ແລະ ທປຈ ໄດ້ລະບຸ ກ່ຽວກັບ ການຮ່ວມລະຫວ່າງ ສອງລະບົບທະນາຄານ ໃນການສົ່ງເສີມ ສາຍພົວພັນລະຫວ່າງ ບັນດາທະນາຄານ ທຸລະກິດ ຂອງ ສປປ ລາວ ແລະ ສປ ຈີນ ເພື່ອຊຸກຍູ້ການນໍາໃຊ້ສະກຸນເງິນ ທ້ອງຖິ່ນ ໃນການອໍານວຍຄວາມສະດວກ ໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ.

ທັງໝົດນີ້ສະແດງໃຫ້ເຫັນເຖິງ ຄໍາໝັ້ນສັນຍາ ຂອງສອງທະນາຄານກາງ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ໃນຂົງເຂດຂະແໜງການທະນາຄານ ທັງເປັນການຍົກລະດັບ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄປສູ່ລະດັບໃໝ່.

ສັນຍາດັ່ງກ່າວ, ສອງທະນາຄານ ສົ່ງເສີມການຮ່ວມມື ແລະ ຊຸກຍູ້ການໃຊ້ສະກຸນເງິນກີບ ແລະ ເງິນຢວນ ເຂົ້າໃນການຊໍາລະ ແລະ ສະສາງທຸລະກໍາການຄ້າ ແລະ ການລົງທຶນລະຫວ່າງປະຊາຊົນ ຂອງສອງປະເທດ.

ຄຽງຄູ່ກັນນີ້, ສັນຍາດັ່ງກ່າວ ຍັງໄດ້ລະບຸ ເຖິງຄໍາໜັ້ນສັນຍາ ຂອງສອງທະນາຄານກາງ ໃນການຍົກລະດັບ ການຮ່ວມມືຊຶ່ງກັນ ແລະ ກັນ ເພື່ອສົ່ງເສີມການຄ້າໂດຍກົງ ທີ່ເປັນສະກຸນເງິນກີບ ແລະ ຢວນ ຢູ່ແຕ່ລະປະເທດ, ຊຶ່ງຈະຊ່ວຍປະກອບສ່ວນ ໃນການຊຸກຍູ້ ສາຍພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ຫຼາຍຂຶ້ນກວ່າເກົ່າ.

Cr. ທະນາຄານແຫ່ງ ສປປ ລາວ

Comments