ປີ 2020-2030 ສປປ ລາວ ຄາດຄະເນການສົ່ງອອກ ພະລັງງານໄຟຟ້າໃຫ້ໄດ້ ຫຼາຍກ່ວາ 20.000 ເມກາວັດ

ການຜະລິດພະລັງງານໄຟຟ້າ ຖືວ່າເປັນສິນຄ້າໜຶ່ງ ທີ່ສ້າງລາຍຮັບມະຫາສານ ໃຫ້ແກ່ ສປປ ລາວ ໂດຍການສົ່ງອອກໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ, ແລະ ສິງກາໂປ. ໄລຍະແຕ່ປີ 2020-2030 ຄາດຄະເນ່ປະລິມານການສົ່ງອອກໄຟຟ້າຂອງ ສປປ ລາວ ໄປຍັງປະເທດດັ່ງກ່າວ ຈະເພີ່ມຂື້ນປະມານ 20.000 ເມກາວັດ. ການສົ່ງອອກພະລັງການໄຟຟ້າໄປຍັງປະເທດທີ່ບໍ່ມີຊາຍແດນຕິດຈອດກັນ ແມ່ນສົ່ງຜ່ານ ປະເທດໄທ ໂດຍການເຊື່ອມໂຍງລະບົບສາຍສົ່ງລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.

 

ຄວາມຕ້ອງການນໍາໃຊ້ພະລັງງານໄຟຟ້າພາຍໃນ ສປປ ລາວ ໃນສຸມປີຜ່ານມາ ແມ່ນນັບມື້ນັບຂະຫຍາຍຕົວຂື້ນ ຍ້ອນມີການຂະຫຍາຍຕົວຂອງພົນລະເຮືອນ ແລະ ໂຮງຈັກໂຮງງານ ສະເພາະ ປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດແມ່ນ 1,222 ເມກາວັດ ແຕ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໃຫ້ຮູ້ອິກວ່າ ປະລິມານການຊົມໃຊ້ພະລັງງານໄຟຟ້າພາຍໃນຈະເພີ່ມຂຶ້ນເຖິງ 1,800 ເມກາວັດ ໃນລະຫວ່າງປີ 2020-2025.  ສະນັ້ນ ເພື່ອກຽມຮັບມືກັບຄວາມຕ້ອງການດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບລັດວິສາຫະກິດໄຟຟ້າລາວ ຮ່ວມກັນວາງແຜນການຜະລິດໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ທີ່ນັບມື້ນັບເພີ່ມຂື້ນ ໂດຍສະເພາະ ແມ່ນກຽມພ້ອມສະໜອງໃຫ້ພຽງພໍຕໍ່ການຊົມໃຊ້ໃນຄົວເຮືອນ,​ ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດອຸດສາຫະກໍາ, ທາງລົດໄຟ, ທາງດ່ວນ, ແລະ ບັນດາໜໍ່ແໜງອຸດສາຫະກໍາໜັກ ແລະ ອຸດສາຫະກໍາປຸງແຕ່ງ ໃນຂອບເຂດທົ່ວປະເທດ.

 

 

ນອກຈາກການສະໜອງໄຟຟ້າຢູ່ພາຍໃນໃຫ້ພຽງພໍກັບຄວາມຕ້ອງການຕົວຈິງແລ້ວ ພະລັງງານໄຟຟ້າ ຍັງເປັນທ່າແຮງບົມຊ້ອນຂອງ ສປປ ລາວ ໃນການສົ່ງອອກໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດເຊັ່ນ: ໄທ,​ ສສ ຫວຽດນາມ, ກໍາປູເຈຍ, ແລະ ມຽນມາ ນອກນັ້ນ ຍັງສົ່ງອອກໄປຍັງປະເທດມາເລເຊຍ ແລະ ສິ່ງກາໂປ ໂດຍການເຊື່ອມໂຍງລະບົບສາຍສົ່ງຮ່ວມກັນໃນການຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າ. ການເຊື່ອມໂຍງລະບົບສາຍສົ່ງໄຟຟ້າກັບປະເທດເພື່ອນບ້ານ ແມ່ນບາດກ້າວທີ່ສໍາຄັນ ແລະ ມີຄວາມໝາຍຕໍ່ ສປປ ລາວ ໃນການສົ່ງອອກກະແສໄຟຟ້າໂດຍຜ່ານປະເທດທີ່ສອງໄປປະເທດທີ່ສາມ ເຊິ່ງ ສປປ ລາວ ເປັນປະເທດທຳອິດ ໃນກຸ່ມປະເທດອາຊຽນທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດ. ອີງຕາມການຄາດຄະເນຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ ໄລຍະແຕ່ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າປະມານ 20,000 ເມກາວັດ. ປີ 2020-2030 ຄາດຄະເນ ລັດຖະບານໄທ ຕ້ອງການນໍາເຂົ້າໄຟຟ້າຈາກ ສປປ ລາວ ປະມານ 9,000 ເມກາວັດ, ກໍາປູເຈຍ 6,000 ເມກາວັດ, ສສ ຫວຽດນາມ 5,000 ເມກາວັດ, ມຽນມາ 300 ເມກາວັດ ແລະ ມາເລເຊຍ 300 ເມກາວັດ. ສໍາລັບປະເທດສິງກາໂປ ແມ່ນຢູ່ໃນຊ່ວງເຈລະຈາຊື້-ຂາຍ.

 

 

ອິງຕາມຂໍ້ມູນສະຖິຕິຈາກກົມການນໍາເຂົ້າ ແລະ ສົ່ງອອກ ມູນຄ່າການສົ່ງອອກພະລັງງານໄຟຟ້າ ແຕ່ເດືອນ ມັງກອນ ຫາ ເດືອນຕຸລາ ປີ 2019 ຂອງ ສປປ ລາວ ມີປະມານ 1,066 ລ້ານໂດລາສະຫະລັດ ເຊິ່ງປະເທດທີ່ນໍາເຂົ້າຫລາຍກ່ວາຫມູ່ແມ່ນ: ປະເທດ ໄທ ມີມູນຄ່າຫລາຍກ່ວາ 1,010 ລ້ານໂດລາສະຫະລັດ, ສສ ຫວຽດນາມ ມີມູນຄ່າສູງກ່ວາ 46 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ມີມູນຄ່າເກືອບເຖິງ 8 ລ້ານໂດລາສະຫະລັດ.

 

 

 

ທີ່ມາ:

  • ຂ່າວສານປະເທດລາວ KPL: http://kpl.gov.la/detail.aspx?id=49969
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ

Comments