ເປັນຫຍັງ? ຕ້ອງເຮັດປະກັນໄພທຸລະກິດ

ໃນຍຸກສະໄໝນີ້, ໃຜໆຕ່າງກໍລົງທຶນເຮັດທຸລະກິດ ແລະ ມີທຸລະກິດ ເປັນຂອງຕົນເອງ, ດັ່ງນັ້ນ, ການມີປະກັນໄພໄວ້ນັ້ນ ຈະຊ່ວຍຄຸ້ມຄອງຂອງທຸລະກິດຂອງທ່ານໄດ້ເມື່ອເກີດບັນຫາຂຶ້ນ.

ຕົວຢ່າງການປະໄພອຸ ແຕ່ລະບໍລິສັດມີປະກັນໄພ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME : Small and Medium Enterprises) ການປະກັນໄພທີ່ອອກແບບມາໃຫ້ທຸລະກິດຂະໜາດນ້ອຍ, ເຊິ່ງໃນຍຸກປັດຈຸບັນ ທີ່ມີຄວາມເສລີພາບທາງດ້ານເສດຖະກິດບໍ່ຫຼາຍພໍ ແລ້ວເຮົາຈະຫາສິ່ງໃດເພື່ອມາເປັນເຄື່ອງຢືນຢັນໄດ້ວ່າທຸລະກິດຂອງເຮົາຈະບໍ່ລົ້ມເຫຼວ ແລະ ມີສິ່ງທີ່ເຫຼືອໄວ້ ຈຶ່ງເປັນເຫດຜົນວ່າ ເປັນຫຍັງຜູ້ປະກອບການ SME ຈຶ່ງບໍ່ຄວນຮັບຄວາມສ່ຽງເລື່ອງນີ້ໄວ້ພຽງຄົນດຽວ ການເບິ່ງຫາເພັກເກັດປະກັນໄພທຸລະກິດ SME ຈຶ່ງເປັນເລື່ອງສຳຄັນທີ່ທຸລະກິດຕ້ອງຈຳເປັນຊອກຫາທີ່ສຸດ.

ຂໍ້ດີຂອງການເຮັດປະກັນໄພທຸລະກິດ SME ຄື ຈະຊ່ວຍຄຸ້ມຄອງຄວາມສ່ຽງທີ່ອາດຈະເກີດຂຶ້ນກັບທຸລະກິດຂອງທ່ານ ບໍ່ວ່າຈະເປັນໃນດ້ານກົດໝາຍ ຫຼື ລວມໄປເຖິງປະໂຫຍດທີ່ຈະໄດ້ຈາກການຄຸ້ມຄອງຕໍ່ພະນັກງານໃນທຸລະກິດນັ້ນ ໂດຍປົກກະຕິແລ້ວ ການປະກັນໄພທຸລະກິດ ນັ້ນ ຈະຄຸ້ມຄອງຕັ້ງແຕ່ກຸ່ມ ສະຕາດອັບ, ກຸ່ມເຈົ້າຂອງທຸລະກິດສ່ວນຕົວ,​ທຸລະກິດ SME ຂະໜາດກາງ ຈົນໄປເຖີງບໍລິສັດທີ່ມີພະນັກງານປະຈຳບໍ່ເກີນ 100 ຄົນ.

ການປະກັນໄພ  SME ອາດຈະເປັນອີກໜຶ່ງພູມຄຸ້ມກັນຂອງບໍລິສັດ ຫຼື ທຸລະກິດຂອງທ່ານ ທີ່ສາມາດຮອງຮັບທຸກຄວາມຕ້ອງການໃນການປະກອບທຸລະກິດຂະໜາດນ້ອຍ ຈົນໄປເຖິງຂະໜາດກາງ ເຖີງແມ່ນວ່າຈະບໍ່ໄດ້ຊ່ວຍຢືນຢັນໃນເລື່ອງຄວາມສຳເລັດຂອງການດຳເນີນງານໄດ້ ແຕ່ກໍຍັງຊ່ວຍໃຫ້ເຮົາຮອງຮັບຄວາມສ່ຽງທີ່ອາດຈະເກີດຂຶ້ນໂດຍທີ່ເຮົາບໍ່ທັນຕັ້ງຕົວ.

ຂອບໃຈຂໍ້ມູນຈາກ : https://www.sanook.com/travel/

Comments