ເສັ້ນທາງແຕ່ຕານມີໄຊ-ສີເກີດ ຈະສຳເລັດໃນເດືອນ ມີຖຸນາປີນີ້

ໂຄງການກໍ່ສ້າງເສັ້ນທາງແຕ່ ບ້ານຕານມີໄຊ ເມືອງໄຊທານີ ຫາ ບ້ານສີເກີດ ເມືອງນາໄຊ ທອງ ນະຄອນຫຼວງວຽງຈັນ ໄລຍະທາງປະມານ 9,4 ກິໂລແມັດ ຄາດວ່າຈະໃຫ້ສຳ ເລັດການກໍ່ສ້າງໃນເດືອນມີຖຸນາ ປີນີ້.

ທ່ານ ສົມປະສົງ ຈັນທະວົງ ທີ່ປຶກສາໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ແຈ້ງໃຫ້ຮູ້ໃນວັນ ທີ 14 ມັງກອນ 2020 ວ່າ: ອີງຕາມແຜນການກໍ່ສ້າງຍົກ ລະດັບເສັ້ນທາງດັ່ງກ່າວ ໃນເບື້ຶອງຕົ້ນແມ່ນຕ້ອງໃຫ້ສຳເລັດໃນທ້າຍເດືອນທັນວາ 2019 ແຕ່ການກໍ່ສ້າງໄດ້ຊັກຊ້າ ເນື່ອງຈາກພົບຄວາມ ຫຍຸ້ງຍາກທາງດ້ານການເງິນ ກັບຜູ້ຮັບເໝົາ, ການເອົາສິ່ງ ກີດຂວາງໃນການກໍ່ສ້າງອອກ ແລະ ຈັດເອົາສາຍໄຟຟ້າຕ່າງໆ ອອກ. ສະນັ້ນ ມາຮອດເດືອນ ພະຈິກ 2019 ໂຄງການກໍ່ສ້າງ ຈຶ່ງສໍາເລັດໄປພຽງ 81,4% ເທົ່ານັ້ນ ດັ່ງນັ້ນ ການກໍ່ສ້າງ ເສັ້ນທາງດັ່ງກ່າວຈໍາເປັນຕ້ອງຕໍ່ເວລາໃນການກໍ່ສ້າງປະມານ 6 ເດືອນ ແລະ ຄາດວ່າຈະ ສໍາເລັດໃນເດືອນມີຖຸນາ 2020.

ຂ່າວ: ບົວຜັນ

ພາບ: ພ້ອມພົງ

Comments