ເປີດໂຕໂຄງການໃໝ່ ສະໜັບສະໜູນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໂດຍໄດ້ຮ່ວມມືກັບກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງຕາງຫນ້າໃຫ້ກັບກອງເລຂາຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດ ສ້າງຕັ້ງໂຄງການ ຫລູດຜ່ອນຄວາມສ່ຽງຈາກການຄ້າມະນຸດ (Laos CTIP Program) ຂຶ້ນຢ່າງເປັນທາງການ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 13 ມັງກອນ 2020, ໂດຍມີ ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການລິເລີ່ມໂຄງການ ມູນຄ່າ 2.3 ລ້ານ ໂດລາສະຫະລັດ, ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ວິນຣອກ ສາກົນ ປະຈໍາ ສປປ ລາວ.

ທ່ານນາງ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວວ່າ: ການຍຸດຕິການຄ້າມະນຸດ ຖືເປັນ ບູລິມະສິດສໍາຄັນຂອງສະຫະລັດອາເມລິກາ, ແລະ ເປັນເປົ້າໝາຍດຽວກັບລັດຖະບານ ສປປ ລາວ ພວກເຮົາພູມໃຈ ແລະ ຍິນດີທີ່ໄດ້ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ພວກເຮົາ ຈະສືບຕໍ່ເພີ່ມທະວີການຮ່ວມມືຊ່ວຍເຫຼືອ ແລະ ເສີມສ້າງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ໜັ້ນຄົງ, ແລະ ສາມາດບັນລຸໄດ້ຕາມເປົ້າໝາຍການພັດທະນາ ແບບຍືນຍົງ.

ໃນພິທີດັ່ງກ່າວ, ທ່ານ ວິລະພົງ ໄຊສົມຫວັງ, ຕາງໜ້າໃຫ້ກັບກອງເລຂາຄະນະ ກຳມະການຕ້ານການຄ້າມະນຸດລະດັບຊາດ, ທັງເປັນ ຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຮ່ວມກັບ ທ່ານ ນາງ ດຣ. ຊູກຽດ ປັນຍານຸວົງ, ຫົວໜ້າໂຄງການ ຕ້ານການຄ້າມະນຸດ (CTIP program) ທີ່ໄດ້ຮັບທຶນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດ ອາເມລິກາ (USAID), ລົງນາມໃສ່ບົດບັນທຶກຄວາມເຂົ້າໃຈ ຕໍ່ໜ້າຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ ທີ່ມາຈາກທັງພາກລັດຖະບານ, ແຂວງເປົ້າຫມາຍ, ອົງການຈັດຕັ້ງສາກົນ, ສະມາຄົມບໍ່ຫວັງຜົນກໍາໄລ ແລະ ຄູ່ຮ່ວມພັດທະນາ.

ໂຄງການຫລູດຜ່ອນຄວາມສ່ຽງຈາກການຄ້າມະນຸດ (The Laos CTIP program) ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍ ການເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ, ຜູ້ບັງຄັບໃຊ້ກົດໝາຍ, ອໍານາດການປົກຄອງທ້ອງຖີ່ນ, ໃນການປະຕິບັດຫນ້າທີ່ສະກັດກັ້ນ ແລະ ຕ້ານທຸກຮູບແບບ ຂອງການຄ້າມະນຸດ, ຫຼຸດຜ່ອນຄວາມສ່ຽງຂອງແມ່ຍິງ, ເດັກນ້ອຍ ແລະ ກຸ່ມຄົນຜູ້ດ້ອຍໂອກາດ ຈາກການຄ້າມະນຸດ ແລະ ເພີ່ມທະວີ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ສາມາດເຂົ້າເຖີງການບໍລິການຕ່າງໆ ລວມທັງ ໂອກາດທາງດ້ານ    ເສດຖະກິດ, ການສ້າງອາຊີບ ແລະ ວຽກເຮັດງານທຳໃຫ້ກັບກຸ່ມເປົ້າໝາຍ ຢູ່ໃນນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ.

ນອກຈາກວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດແລ້ວ, ສະຫະລັດອາເມລິກາຍັງມີໂຄງການຮ່ວມມືກັບ ລັດຖະບານສປປ ລາວ ໃນຫລາຍດ້ານເຊັ່ນ ປັບປຸງຄຸນນະພາບຂອງການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພສະນາການ, ການຂຸດຄົ້ນທໍາລາຍລະເບີດທີ່ຍັງບໍ່ທັນແຕກ ທີ່ເປັນສີ່ງກີດຂວາງການພັດທະນາ, ອຳນວຍຄວາມສະດວ

Comments