Thai Airways Thank you Party Agency Laos

ບັນຍາກາດຂອງງານ Thai Airways Thank you Party Agency Laos ໃນຄໍ່າຄືນຂອງມື້ວັນສຸກທີ່ຜ່ານມາ,​ ວັນທີ 17 ມັງກອນ 2020, ສາຍການບິນໄທ, ສາຍການບິນໄທສະມາຍ ແລະ ບໍລິສັດ ອະມາດິອຸສ ໄດ້ຈັດງານສະເຫຼີມສະຫຼອງປີໃຫມ່ສາກົນ 2020 ແລະ ງານລ້ຽງຂອບໃຈຕົວແທນຈໍາໜ່າຍ ໃນ ສປປ ລາວ ແລະ ພ້ອມກັບການສະຫຼອງຍອດຂາຍທີ່ເພີ່ມຂຶ້ນໃນທຸກໆປີ.

ພາຍໃນງານ ໄດ້ແນະນຳ ຜູ້ຈັດການທົ່ວໄປຄົນໃຫມ່ ຂອງສາຍການບິນໄທ ປະຈຳ ສປປ ລາວ ທ່ານ  ຊະວະຣິດ ທະນະສົມບັດນັນ ທີ່ໄດ້ມາຮັບຕຳແໜ່ງຢູ່ ສປປ ລາວ ໃຫ້ກັບຕົວແທນຈຳໜ່າຍທຸກໆສາຂາໄດ້ຮູ້ຈັກ, ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນເປັນກັນເອງສຸດໆ. ນອກຈາກນັ້ນ, ຍັງໄດ້ມອບລາງວັນໃຫ້ກັບຕົວແທນທີ່ເຮັດຍອດຂາຍທະລຸເປົ້າ ແລະ ມີຍອດຂາຍເພີ່ມຂຶ້ນ, ແຈກຂອງຂວັນລາງວັນເຊັ່ນ: ປີ້ຍົນໄປ-ກັບ ວຽງຈັນ-ກຸງເທບ-ກະບີ່ ຈາກສາຍການບິນໄທສະມາຍ ແລະ ຍັງໄດ້ມອບຂອງທືລະນຶກໃຫ້ກັບທຸກຄົນທີ່ເຂົ້າຮ່ວມງານອີກດ້ວຍ.

ງານດັ່ງກ່າວຈະບໍ່ເກີດຂຶ້ນຖ້າຂາດຜູ້ສະໜັບສະໜູນ ໂດຍສະເພາະແມ່ນຕົວແທນຈໍາໜ່າຍຂາຍປີ້ຍົນຂອງ ສາຍການບິນໄທ ແລະ ສາຍການບິນໄທສະມາຍ ແລະ  ທຸກບໍລິສັດໃນ ສປປ ລາວ ແລະ ຕ້ອງຂໍຂອບໃຈ ບໍລິສັດ ອະມາດິອຸສ ໃນນາມຜູ້ສະໜັບສະໜູນ ໃຫ້ເກີດມີງານລ້ຽງ  Thai Airways Thank you Party Agency Laos.

    

 

 

Comments