ນັກເສດຖະສາດລາວ ຊີ້ບອກວ່າການໃຊ້ເງິນກີບ-ຢວນ ຈະເປັນໂອກາດທີ່ດີ

ນັກເສດຖະສາດຄາດຄະເນວ່າການຈະນຳໃຊ້ສະກຸນເງິນກີບລາວ ແລະ ເງິນຢວນຂອງຈີນເຂົ້າໃນການຊຳລະສະສາງທຸລະກຳລະຫວ່າງປະຊາຊົນສອງປະເທດຈະເປັນຜົນດີທີ່ສຸດຕໍ່ບັນຍາກາດການຄ້າ ແລະ ການລົງທຶນຈາກຈີນທີ່ເປັນຄູ່ຄ້າ ແລະ ລົງທຶນອັນດັບຕົ້ນໆ

ຈະຫຼັ່ງໄຫຼເຂົ້າມາລາວຫຼາຍຂຶ້ນກວ່າເກົ່າພ້ອມແນະນຳລັດສົ່ງເສີມການຜະລິດສິນຄ້າເພື່ອສົ່ງໄປຈີນໃຫ້ຫຼາຍຂຶ້ນເພື່ອດຶງເງິນຢວນເຂົ້າມາຕອບສະໜອງຮອງຮັບໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

​ໃນວັນທີ 6 ມັງກອນ 2020 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມໃນສັນ ຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖີ່ນລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ກັບທ່ານ ອີ້ ກັງ ຜູ້ວ່າການ ທປຈ ໂດຍມີທ່ານນາຍົກ ລັດຖະມົນຕີຂອງ 2 ປະເທດເຂົ້າຮ່ວມເປັນສັກຂີພິຍານນຳ.

ຕາມຂໍ້ມູນທີ່ເປີດຈາກກົມຮ່ວມມືສາກົນຂອງ ທຫລ ເຖິງຈະຍັງບໍ່ທັນລະບຸຈະແຈ້ງເຖິງວັນເວລາການຈະເລີ່ມຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວກໍຕາມແຕ່ກໍໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມເອົາໃຈໃສ່ລະຫວ່າງສອງລະບົບທະນາຄານໃນການສົ່ງເສີມສາຍສຳພັນລະຫວ່າງບັນດາທະນາຄານທຸລະກິດ 2 ປະເທດ ເພື່ອເປັນການຊຸກຍູ້ການນຳໃຊ້ສະກຸນເງິນທ້ອງຖີ່ນໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະການລົງທຶນສອງຝ່າຍຊຶ່ງໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ 2 ທະນາ ຄານກາງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ໃນຂົງເຂດຂະແໜງການທະນາຄານທັງເປັນການຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໄປສູ່ລະດັບໃໝ່.

ແນວໃດກໍດີ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ທັດສະນາຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມ ກ່ຽວກັບການຮ່ວມມືດັ່ງກ່າວວ່ານັບເປັນຂ່າວດີທີ່ຈີນຮອງຮັບເງິນກີບລາວ ແລະ ຈະຜົນບວກຕໍ່ລາວຫຼາຍດ້ານໂດຍສະເພາະຈະຊ່ວຍປະກອບສ່ວນໃນການຊຸກຍູ້ຕົວເລກການຄ້າ ແລະການລົງທຶນຈາກຈີນມາສູ່ລາວຫຼາຍຂຶ້ນກວ່າເກົ່າຍ້ອນມີຂໍ້ສະດວກດ້ານການຊຳລະສະສາງທັງຈະຊ່ວຍຫຼຸດຜ່ອນຄວາມຕ້ອງການເງິນໂດລາ ແລະເງິນບາດລົງໄດ້ໃນລະດັບໜຶ່ງຊຶ່ງປະຈຸບັນນັກລົງທຶນກໍມີບັນຫາໃນຈຸດນີ້.

ຫາກຮອດເວລາເລີ່ມປະຕິບັດສັນຍາດັ່ງກ່າວລາວຕ້ອງລະວັງອາດຈະປະເຊີນກັບບັນຫາຂາດເງິນຢວນຕອບສະໜອງໃຫ້ກັບສັງຄົມເນື່ອງຈາກປະຈຸບັນຈີນແມ່ນຄູ່ຄ້າ ແລະນັກລົງທຶນລາຍໃຫຍ່ອັນດັບຕົ້ນໆຢູ່ລາວ ແລະ ລາວກໍມີຕົວເລກຂາດດູນການຄ້າກັບຈີນສະນັ້ນ, ອາດຈະເກີດມີການແລກປ່ຽນນອກລະບົບເງິນຢວນຈະແຂງຄ່າຂຶ້ນຖ້າທຽບໃສ່ເງິນກີບລັດຕ້ອງເອົາໃຈໃສ່ຄຸ້ມຄອງບັນຫານີ້ເພື່ອໃຫ້ຜ່ານລະບົບທະນາຄານ, ພ້ອມກັບສຸມການສົ່ງເສີມຜະລິດ ສິນຄ້າພາຍໃນສົ່ງອອກຕ່າງປະເທດໃຫ້ຫຼາຍໂດຍສະເພາະສົ່ງໄປຈີນເພື່ອນຳເງິນຢວນເຂົ້າມາຈໍລະຈອນໃນລາວ.

ຂະນະທີ່ທ່ານເຫັນວ່ານອກຈາກເງິນຢວນຈະໄຫຼເຂົ້າມາຈາກການສົ່ງອອກສິນຄ້າ ແລະການເຂົ້າມາລົງທຶນແລ້ວຍັງຈະມານຳການທ່ອງທ່ຽວ, ການກູ້ຢືມ ແລະ ການຊ່ວຍເຫຼືອລ້າຈາກຈີນນຳອີກ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ຂຸນນໍ້າມຶກ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Comments