ມີບັນຫາເລື່ອງຂໍ້ຄາໃຈ-ເດືອດຮ້ອນ ໂທແຈ້ງໄດ້ທີ່ 1516 ສາຍດ່ວນລັດຖະບານ

ສາຍດ່ວນ 1516 ແມ່ນເບີໂທເພື່ອເປີດໂອກາດ ໃຫ້ປະຊາຊົນລາວທຸກຊັ້ນຄົນ ໃນສັງຄົມ ສາມາດໂທມາສະເໜີ ແລະ ລາຍງານ ທຸກບັນຫາທີ່ເກີດຂຶ້ນ ທີ່ສ້າງຄວາມເດືອດຮ້ອນໃຫ້ກັບຕົນເອງ ແລະ ສັງຄົມ ຫຼື ໂທແຈ້ງກ່ຽວກັບວຽກງານການບໍລິຫານວຽກງານຂອງລັດຖະບານ. ແລ້ວລັດຖະບານ ຈະຮັບເອົາລາຍງານນັ້ນ  ເພື່ອໄປແກ້ໄຂ ແລະ ຕອບຂໍ້ສະເໜີຂອງທຸກໆຄົນທີ່ລາຍງານເຂົ້າມາ.

ສາຍດ່ວນ 1516 ຂອງລັດຖະບານ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 14 ພະຈິກ 2016 ອີງຕາມການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1774/ຫສນຍ.ກປພ ລົງວັນທີ 11-11-2016 ໂດຍອີງຕາມທິດຊີ້ນໍາຂອງທ່ານນາຍົກຄັ້ງວັນທີ 5 ກໍລະກົດ 2016.

ແລະໃນປີ 2018 ມີປະຊາຊົນໄດ້ໂທເຂົ້າມາ ແລະ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ທຸກພາກສ່ວນຢູ່ໃນສັງຄົມ ມີທັງໝົດ ຈຳນວນ 2.700 ຄຳຖາມ, ໃນນັ້ນ ຄຳຖາມ ຂໍຄຳປຶກສາຈຳນວນ 2.250 ຄຳຖາມ, ບັນຫາທີ່ພົ້ນເດັ່ນກວ່າໝູ່ ແລະ ໂທເຂົ້າມາຫຼາຍແມ່ນ 1. ບັນຫາທີ່ດິນຈຳນວນ 735 ຄຳຖາມ. 2. ບັນຫາການປະຕິບັດຄຳຕັດສິນຂອງສານ ຈຳນວນ 458 ຄຳຖາມ. 3 ບັນຫາຢາເສບຕິດຈຳນວນ 375 ຄຳຖາມ. 4. ບັນຫາເງິນເດືອນຈຳນວນ 380 ຄຳຖາມ. 5. ການສໍ້ລາດບັງຫລວງ ຈຳນວນ 200 ຄຳຖາມ. 6. ບັນຫາການລັກລອບຕັດໄມ້ ແລະ ຂົນສົ່ງໄມ້ ຈຳນວນ 266 ຄຳຖາມ. 7. ບັນຫາເສັ້ນທາງຈຳນວນ 186 ຄຳ ຖາມ. 8. ບັນຫາໂຕເລກລັດ ຖະກອນຈຳນວນ 100 ຄຳຖາມ.

 

 

Comments