ຊົມເຊີຍ!!! ນະຄອນຫຼວງວຽງຈັນໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2020

ຕາມຂ່າວໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບລາງວັນ 4 ປະເພດ ລວມມີ 13 ລາງວັນຄື:

  1. ມາດຕະຖານ ໂຮງແຮມຂຽວອາຊຽນ 5 ລາງວັນ,
  2. ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ,
  3. ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 1 ລາງວັນ
  4.  ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 1 ລາງວັນ). 

ຈາກງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16/01/2020 ຢູ່ທີ່ປະເທດບຣູໄນ.

 

 

 

 

 

 

ລາງວັນມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ຊຶ່ງເປັນ ມາດຕະຖານ ທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ 7 ໂດຍມີຈຸດປະສົງ ເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍ ທຸລະກິດໂຮງແຮມ ແລະ ຣີສອດ ມີການປົກປັກ ຮັກສາສິ່ງແວດລ້ອມ ລວມເຖິງການນໍາໃຊ້ຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມ, ນໍາໃຊ້ພະລັງງານໄຟຟ້າ ແລະ ນ້ຳຢ່າງມີປະສິດທິພາບ, ສົ່ງເສີມ ໃຫ້ມີການ ສ້າງວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນພາຍໃນປະເທດ. ຊຶ່ງປີນີ້ ຢູ່ໃນອາຊຽນມີບັນດາໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນທັງໝົດ 46 ລາງວັນ.

ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນຄື :ໂຮງແຮມພູແມນ ແຂວງຫຼວງພະບາງ, ໂຮງແຮມອິນທິຣາ ແຂວງວຽງຈັນ, ຣີສອດນໍ້າກັດຢໍລະປ່າແຂວງອຸດົມໄຊ, ຣີສອດພູວິວລ່າ ແຂວງຫຼວງນໍ້າທາ ແລະ ໂຮງແຮມປາກຊ່ອງແດນງາມ ແຂວງຈໍາປາສັກ

ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) (ASEAN MICE Venue Standard) ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການ ມອບລາງວັນ ເປັນຄັ້ງທີ 2 ຊຶ່ງມີຈຸດປະສົງເພື່ອ ແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີຫ້ອງປະຊຸມທີ່ມີມາດຕະຖານ, ຄຸນະພາບສູງ ແລະ ສາມາດແຂ່ງ ຂັນກັບສາກົນໄດ້ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນອາຊຽນໃຫ້ຫລາຍຂຶ້ນ. ຊຶງປີນີ້ ຢູ່ໃນອາຊຽນ ມີຫ້ອງປະຊຸມທີ່ໄດ້ຮັບລາງ ວັນທັງໝົດ 41 ລາງວັນ.

 

ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນຄື: ຫ້ອງປະຊຸມຂອງໂຮງແຮມພູແມນ ແຂວງຫຼວງພະບາງ, ຫ້ອງປະຊຸມຂອງໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຫ້ອງປະຊຸມຂອງໂຮງແຮມ ຈໍາປາສັກແກຣນ ແຂວງຈໍາປາສັກ ແລະ ຫໍວັດທະນະທໍາ ແຂວງສະຫວັນນະເຂດ.​

ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ (ASEAN Clean Tourist City Standard)  ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການ ມອບລາງວັນ ເປັນຄັ້ງ ທີ 2 ຊຶ່ງມີຈຸດປະສົງ ເພື່ອສົ່ງ ເສີມໃຫ້ເມືອງທ່ອງທ່ຽວຂອງອາຊຽນ ມີການ​ຮັກສາ​ ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ບໍ່​ໃຫ້​ມີ​ ຜົນ​ກະທົບ​ຈາ​ກການ ​ປ່ຽນ​​ແປງຂອງ​ສະພາບ​ອາກາດ ​ແລະ ​ເປັນ​ການ​ປະ ກອບສ່ວນ​ພັດທະນາ​ບັນດາ​ເມືອງ ຕ່າງໆ ​ໃນ​ປະ​ເທດ​ ສະມາຊິກ​ອາ​ຊຽນ​ໃຫ້​ມີ​ຄວາມ​ຢືນ ​ຍົງ. ຊຶ່ງປີນີ້ຢູ່ໃນ ບັນດາປະເທດສະມາຊິກອາຊຽນມີເມືອງ ທ່ອງທ່ຽວ ທີ່ໄດ້ຮັບລາງວັນ ທັງໝົດ 21 ລາງວັນ.

ສຳລັບ ສປປ ລາວ ໄດ້ຮັບ 1 ລາງວັນ ຄື: ເມືອງທ່ອງ ທ່ຽວນະຄອນຫຼວງວຽງຈັນ

ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Award) ລາງວັນດັ່ງກ່າວແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວ ເປັນປະທານອາຊຽນໃນປີ 2016, ໃນປີນີ້ແມ່ນມອບລາງວັນເປັນຄັ້ງທີ 2 ຊຶ່ງ​ມີຈຸດ​ປະ​ສົງ​ ເພື່ອ​ເປັນການ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ແກ່​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ອາ​ຊຽນ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ (i) ເພື່ອຮ່ວມ​ກັນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ (ii) ເພື່ອ​ຫຼຸດ​ຜ່ອນ​ບັນ​ຫາ​ດ້ານ​ສິ່ງ​ແວດ​ລ້ອມ, ວັດ​ທະ​ນະ​ທໍາ-ສັງ​ຄົມ ແລະ ເສດ​ຖະ​ກິດ ທີ່​ເກີດ​ຈາ​ກ​ຂະ​ຫຍາຍ​ຕົວ​ຂອງ​ການ​ທ່ອງ​ທ່ຽວຢ່າງວ່ອງ​ໄວ ຂະ​ນະ​ດຽວ​ກັນ​ກໍ່​ໃຫ້​ຄໍາແນະນຳ ແລະ ແຮງ​ຈູງ​ໃຈ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ເພື່ອ​ປັບ​​ປຸງ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ ​ລິ​ການ​​ຂອງຕົນ​ໃຫ້​​ໄດ້​ຕາມ​ກັບ​ມາດ​ຕະ​ຖານ​ທີ່​ມີ​ຢູ່.  ຊຶ່ງປີນີ້ຢູ່ໃນອາຊຽນມີຜະລິດຕະພັນການທ່ອງທ່ຽວທີ່ ໄດ້ຮັບລາງວັນທັງໝົດ 18 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ສະຖານທີ່ທ່ອງທ່ຽວ ວັດຊຽງທອງ ແຂວງຫຼວງພະບາງ (ຜະລິດຕະພັນ ການ ທ່ອງທ່ຽວ ໃນຕົວເມືອງ), ສະຖານທີ່ທ່ອງ ທ່ຽວວັດ ພູຈໍາປາສັກ, ແຂວງຈໍາປາສັກ (ຜະລິດຕະ ພັນການ ທ່ອງທ່ຽວໃນ ຊົນນະບົດ).

ງານມະຫາກໍາທ່ອງທ່ຽວອາຊຽນ ປະຈໍາປີ 2021 ຈະຈັດຂຶ້ນໃນເດືອນມັງກອນ ປີ 2021 ທີ່ປະເທດກໍາປູເຈຍ.

ຂ່າວ:  ວຽງຈັນທາຍ

Comments