ປະເທດລາວ ກໍາລັງສຶກສາຄວາມເປັນໄປໄດ້ ໃນການສົ່ງອອກເຂົ້າ 100,000 ໂຕນ ໄປປະເທດກູບາ

ເພື່ອເປັນການພັດທະນາສາຍສໍາພັນທາງການທູດໃຫ້ແໜ້ນແຟ້ນຂື້ນຕື່ມ ລະຫວ່າງສອງປະເທດກໍ່ຄື ປະເທດລາວ ແລະ ປະເທດກູບາ ໂດຍສະເພາະຍົກສູງສາຍພົວພັນທາງການຄ້າຂອງສອງປະເທດໃຫ້ເກີດປະໂຫຍດແກ່ທັງສອງຝ່າຍ. ດັ່ງນັ້ນ, ສປປ ລາວ ໄດ້ມອບໝາຍໃຫ້ ບໍລິສັດ ພັນເພັດພັດທະນາ ກະສິກໍາ ຈໍາກັດຜູ້ດຽວ ສຶກສາຄົ້ນຄ້ວາຫາວິທີທາງຜະລິດເຂົ້າໃຫ້ໄດ້ຈໍານວນ 100,000 ໂຕນ/ປີ ເພື່ອສົ່ງອອກເຂົ້າໄປຫາ ປະເທດ ກູບາ. ສໍາລັບປະເທດກູບາ ແມ່ນຈະຊົດເຊີຍເປັນຢາ ແລະ ອຸປະກອນການແພດ ເຊັ່ນ: ວັກຊິນ, ຢາປີ່ນປົວພະຍາດ, ແລະ ເຄື່ອງມືການແພດ.

ໃນວັນທີ 8 ກັນຍາ 2019 ຜ່ານມາ, ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນຕ່າງປະເທດ ສ ກູບາ ພ້ອມດ້ວຍຄະນະ ແລະ  ບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ຂອງ ສປປ ລາວ ໄດ້ລົງຢ້ຽມຢາມ ບໍລິສັດພັນເພັດພັດທະນາ ກະສິກໍາ ຈໍາກັດຜູ້ດຽວ. ຈຸດປະສົງໃນການລົງຢ້ຽມຢາມຂອງຄະນະດັ່ງກ່າວ ເພື່ອ ຄົ້ນຄວ້າ ແລະ ສືກສາຄວາມພ້ອມໃນການຜະລິດເຂົ້າເປັນສິນຄ້າສົ່ງອອກໃນ ຈໍານວນ 100,000 ໂຕນ ໄປຍັງ ປະເທດກູບາ. ການລົງຢ້ຽມຢາມຄັ້ງນີ້ ເປັນການຜັນຂະຫຍາຍ ຕໍ່ກັບຜົນການຢ້ຽມຢາມຢ່າງເປັນທາງການຂອງ ສ ກູບາ ໃນຕົ້ນປີ 2019 ຂອງປະທານສະພາແຫ່ງຊາດລາວ ໂດຍສະເພາະແມ່ນການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ຂອງສອງຝ່າຍໃຫ້ເກີດດອກອອກຜົນຍິ່ງຂື້ນ.

ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນຕ່າງປະເທດ ສ ກູບາ ພ້ອມດ້ວຍຄະນະ

ປະເທດກູບາ ແມ່ນຕັ້ງຢູ່ລະຫວ່າງກາງຂອງ ອາເມລິກາໃຕ້ ແລະ ອາເມລິກາເໜືອ ມີມະຫາສະມຸດອາລັງຕິກ ເປັນໂຕເຊື່ອມຕໍ່ໄປຫາບັນດາປະເທດເອິລົບ ແລະ ມີປະຊາກອນ 11,46 ລ້ານຄົນ. ເຊິ່ງວ່າ, ປະເທດລາວ ແລະ ກູບາ ໄດ້ມີສາຍພົວພັນທາງການທູດ ນັບແຕ່ປີ 1974 ແລະ ສິນຄ້າທີ່ປະເທດລາວສົ່ງອອກຫລັກໃຫ້ ປະເທດກູບາ ແມ່ນເຄື່ອງນຸ່ງຮົ່ມ. ການທ່ອງທ່ຽວແມ່ນຮາກຖານຫລັກໃນການຂັບເຄື່ອນເສດຖະກິດຂອງ ປະເທດກູບາ ແລະ ສິນຄ້ານໍາເຂົ້າຫລັກແມ່ນ ຢາສູບ, ນໍ້າຕານ, ຄໍາຂາວ, ກາເຟ ແລະ ອຸດສາຫະກໍາການຢາ.

ພາບປະກອບຈາກອີນເຕີເນັດ

ອີງຕາມຕາຕະລາງ 1 ມູນຄ່າການສົ່ງອອກເຂົ້າຂອງ ປະເທດລາວ ໃນໄລຍະ 5 ປີ ຜ່ານມານີ້ ແມ່ນເຫັນໄດ້ວ່າປະເທດລາວ ໄດ້ສົ່ງອອກເຂົ້າຫລາຍສຸດແມ່ນ ສສ ຫວຽດນາມ, ສປ ຈີນ ແລະ ແບນຊິກ ໃນມູນຄ່າປະມານ 70 ລ້ານໂດລາສະຫະລັດ, 40 ລ້ານໂດລາສະຫະລັດ ແລະ 11 ລ້ານໂດລາສະຫະລັດ ຕາມລໍາດັບ (ລາຍລະອຽດ ຕາຕະລາງ 1). ຄິດໄລ່ລວມແລ້ວ ໃນໄລຍະ 5 ປີ ແຕ່ຊຸມປີ 2015-2019 ທີ່ມີການສົ່ງອອກເຂົ້າ ໄປຫລາຍປະເທດທີ່ມີຫລາຍກ່ວາ 30 ປະເທດ ທັງຢູ່ໃນທະຫວີບ ທັງອາຊີ ແລະ ເອີລົບ ແມ່ນມີມູນຄ່າລວມທັງໝົດຫລາຍກ່ວາ 136 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

 

ຕາຕະລາງ 2 ຊີ້ໃຫ້ເຫັນວ່າ ໃນໄລຍະ 5 ປີຜ່ານມາ (2015-2019) ປະເທດລາວໄດ້ສົ່ງເຂົ້າໄປຫລາຍປະເທດໃນ ທະຫວີບເອີລົບ ແຕ່ມູນຄ່າການສົ່ງອອກ ແມ່ນຍັງນ້ອຍຫຼາຍຖ້າທຽບໃສ່ມູນຄ່າການສົ່ງອອກເຂົ້າໄປຍັງປະເທດເພື່ອນບ້ານ. ເຊິ່ງສະແດງໃຫ້ເຫັນວ່າ ຄວາມຕ້ອງການນໍາເຂົ້າຂອງປະເທດເພື່ອນບ້ານ ຄ່ື: ຈີນ ແລະ ສສ ຫວຽດນາມ ແມ່ນຍັງສູງຢູ່ ເຮັດໃຫ້ການສົ່ງອອກເຂົ້າໄປຍັງບັນດາປະເທດເອີລົບ ຫຼື ປະເທດ ກູບາ ແມ່ນຍັງນ້ອຍຫຼາຍຖ້າທຽບໃສ່ທ່າແຮງທີ່ເຮົາມີ.

ຕາຕະລາງ 1 ມູນຄ່າການສົ່ງອອກເຂົ້າຂອງ 3 ປະເທດຫລັກ ໃນໄລຍະ ປີ 2015-2019 (ຫົວໜ່ວຍ: ໂດລາສະຫະລັດ)

ຕາຕະລາງ 2 ມູນຄ່າການສົ່ງອອກເຂົ້າໄປຫາບັນດາປະເທດຢູ່ເອີລົບ ໃນໄລຍະ ປີ 2015-2019 (ຫົວໜ່ວຍ: ໂດລາສະຫະລັດ)

ຄາດຄະເນປີ 2020, ລັດຖະບານໄດ້ຕັ້ງເປົ້າໃນການຜະລິດເຂົ້າໃນຂອບເຂດທົ່ວປະເທດໃຫ້ໄດ້ 4,7ລ້ານ ໂຕນ/ປີ ໃນນັ້ນ ສະໜອງຄວາມຕ້ອງການພາຍໃນ ແມ່ນ 2,5 ລ້ານໂຕນ (ບໍລິໂພກ 2,1 ລ້ານໂຕນ ແລະ ຄັງແຮ່ເຂົ້າ 400,000 ໂຕນ). ສໍາລັບປຸງແຕ່ງພາຍໃນໃຫ້ໄດ້ 500,000-600,000 ໂຕນ ແລະ ເປັນສິນຄ້າພາຍໃນ ແລະ ສົ່ງອອກບໍ່ໃຫ້ຫຼຸດ 1 ລ້ານໂຕນ. ຈາກຕົວເລກຄາດຄະເນ ປີ 2020 ສປປ ລາວ ມີທ່າແຮງບົມຊ້ອນ ແລະ ມີຄວາມພ້ອມທີ່ຈະສົ່ງເຂົ້າໄປປະເທດກູບາ ໃຫ້ໄດ້ຕາມເປົ້າໝາຍ 100,000 ໂຕນ ຫຼື ເທົ່າກັບ 10% ຂອງການສົ່ງອອກເຂົ້າທັງໝົດ.

ພາບປະກອບຈາກອີນເຕີເນັດ

ເຖິງຢ່າງໄດກໍ່ດີ, ການຜະລິດເຂົ້າໃຫ້ພຽງພໍໃນການສົ່ງອອກໄປຍັງປະເທດກູບາ ເປັນສິ່ງທ້າທາຍ ທີ່ ບໍລິສັດທີ່ຖືກມອບໝາຍ ຕ້ອງສືກສາຄົ້ນຄວ້າລາຍລະອຽດ ບັນດາອົງປະກອບຕ່າງໆ ເພື່ອຜະລິດເຂົ້າເປັນສິນຄ້າ ໂດຍສະເພາະ ແມ່ນການລະດົມທຶນຮອນ, ທີ່ດິນທໍາການຜະລິດ, ຮຽກຮ້ອງໃຫ້ມີເຕັກນິກວິຊາການທີ່ທັນສະໄໝ, ແນວພັນເຂົ້າພຽງພໍ, ໝູນໃຊ້ເຄື່ອງກົນຈັກເຕັມທີ່, ມີມາດຕະການໃນການປ້ອງກັນ ແລະ ສາມາດຮັບມີກັບການລະບາດຂອງສັດຕູພືດ ແລະ ໄພທໍາມະຊາດອາດຄຸກຄາມ. ບັນຫາສິງທ້າທາຍຂ້າງເທິງ ເປັນໂຈດໃຫ້ແກ່ພາກລັດ ແລະ ພາກທຸລະກິດ ທີ່ຕ້ອງຮ່ວມມືກັນຢ່າງຮອບດ້ານ ເພື່ອເຮັດໃຫ້ການຜະລິດບັນລຸຕາມເປົ້າໝາຍທີ່ວາງໄວ້.

ແຫຼ່ງຂ່າວ:

ໜັງສືພິມວຽງຈັນໃໝ່: https://www.vientianemai.net/khao/22310.html

ກະຊວງ ກະສິກໍາ ແລະ ປ່າໃມ້: http://www.maf.gov.la/

ກະຊວງການຕ່າງປະເທດ: http://www.mofa.gov.la/index.php/lo/2015-04-07-02-45-52/1950

ຂໍ້ມູນທົ່ວໄປກ່ຽວກັບປະເທດກູບາ: https://countrymeters.info/en/Cuba


ຄົ້ນຫາ ຂ່າວ

Comments