ນາຍົກ ອອກຄຳສັງ ໃຫ້ປະຕິບັດ ການບໍລິການປະຕູດຽວ

ຫ້ອງການສຳນັກງານນາຍົກລັດຖະມົນຕີໄດ້ລາຍງານໃນວັນທີ 21 ມັງກອນ 2020 ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຄຳສັ່ງເຖິງບັນດາ ທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ໃນຂອບເຂດທົວປະເທດ ໃຫ້ມີການຈັດຕັ້ງປະຕິບັນການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງຢ່າງວ່ອງໄວ ແລະ ຈະແຈ້ງໂດຍສະເພາະການປັບປຸງລະບົບການບໍລິການການລົງທຶນປະຕູດຽວ ແລະ ການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ.

ບາງເນື້ອໃນທີ່ສຳຄັນໃນຄຳສັ່ງດັ່ງກ່າວໄດ້ຂຽນໄວ້ວ່າ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຮັບຜິດຊອບ ກ່ຽວກັບວຽກງານສົ່ງເສີມການລົງທຶນ, ການບໍລິການ, ການລົງທຶນປະຕູດຽວຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັນສູນກາງ ແລະ ທ້ອງຖິ່ນໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ກໍານົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການອະນຸຍາດລົງທຶນ ແລະ ການດໍາເນີນທຸລະກິດຢູ່ ລາວ.

ທ່ານ ຍັງໄດ້ມອບໃຫ້ ຂະແໜງແຜນການ ແລະ ການລົງທຶນປັບປຸງການບໍລິການ ການລົງທຶນປະຕູດຽວ ເປັນກົນໄກອໍານວຍຄວາມສະດວກໃຫ້ນັກລົງທຶນ ໂດຍການ ສະໜອງການບໍລິການຕ້ອນຮັບ, ສະໜອງ ຂໍ້ມູນການລົງທຶນ, ການບໍລິການອອກໃບ ອະນຸຍາດລົງທຶນຂອງກິດຈະການສໍາປະທານ ແລະ ກິດຈະການຄວບຄຸມ, ໃບສົ່ງເສີມການລົງທຶນ ແລະ ການບໍລິການຫຼັງການອະນຸຍາດລົງທຶນເປັນຕົ້ນ: ການບໍລິການ VISA, ບັດພັກເຊົາ, ບັດແຮງງານໃຫ້ ຜູ້ລົງທຶນ.

ສ້າງລະບົບເອເລັກໂຕຣນິກ ເພື່ອເຊື່ອມ ຕໍ່ຂໍ້ມູນກ່ຽວກັບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ, ໃບທະບຽນອາກອນ ແລະ ອະນຸຍາດດໍາເນີນທຸລະກິດ ລະຫວ່າງ ຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງການເງິນ ແລະ ຂະແໜງການ ກ່ຽວຂ້ອງໃຫ້ເປັນຖານຂໍ້ມູນດຽວ.

ໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ອອກໃບທະບຽນວິສາຫະກິດຕາມທີ່ໄດ້ກໍາ ນົດໄວ້ໃນເອກະສານຄຳສັ່ງສະບັບນີ້ ສໍາລັບກິດຈະການຄວບຄຸມ ແລະ ກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ, ໃຫ້ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການປັບປຸງການອອກໃບ ອະນຸຍາດດໍາເນີນທຸລະກິດ ພາຍຫຼັງທີ່ໄດ້ຮັບ ໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ມີຄວາມວ່ອງໄວ. ປັບປຸງການອອກໃບທະບຽນວິສາຫະກິດໃຫ້ວ່ອງໄວ ໂດຍໃຊ້ລະບົບເອເລັກໂຕຣນິກ ເຊື່ອມຕໍ່ຂໍ້ມູນກັບຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ.

ທ່ານ ນາຍົກຍັງມອບໃຫ້ຂະແໜງການເງິນ ແກ້ໄຂການນໍາເອົາແຜນນໍາເຂົາປະຈໍາປີ ເຂົ້າລະບົບການແຈ້ງພາສີປະຕູດຽວແຫ່ງ ໂດຍໄວພາຍຫຼັງຂໍ້ຕົກລົງຈາກຂະແໜງແຜນການ ແລະ ການລົງທຶນ ຮັບຮອງແລ້ວ. ປັບປຸງການອອກໃບທະບຽນອາກອນໃຫ້ ວ່ອງໄວ ໂດຍໃຊ້ລະບົບເອເລັກໂຕຣນິກ ເຊື່ອມຕໍ່ຂໍ້ມູນກັບຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ ພ້ອມທັງຈັດສັນງົບປະມານ ສະໜອງແກ່ການສ້າງລະບົບເອເລັກໂຕຣນິກ ເພື່ອເຊື່ອມຕໍ່ຂໍ້ມູນ ກ່ຽວກັບທະບຽນ ວິສາຫະກິດ, ອະນຸຍາດລົງທຶນ ແລະ ອະນຸຍາດດໍາເນີນທຸລະກິດ ລະຫວ່າງ ຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງງການກ່ຽວຂ້ອງໃຫ້ເປັນຖານຂໍ້ມູນດຽວ.

ທ່ານ ນາຍົກ ທອງລຸນ ຍັງ ມອບໃຫ້ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໃຫ້ຮີບຮ້ອນສ້າງ ຕັ້ງໜ່ວຍປະສານງານບໍລິການ ການລົງທຶນປະຕູດຽວ ປະຈໍາຂະແໜງ ການຂອງຕົນຂຶ້ນພາຍໃຕ້ການຊີ້ນໍາ ຂອງລັດຖະມົນຕີ, ຫົວໜ້າອົງການລັດ ທຽບເທົ່າກະຊວງ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ກົມວິຊາການ, ພະແນກການ ເພື່ອເຮັດໜ້າ ທີ່ປະສານງານພາຍໃນຂະແໜງການຂອງຕົນໃນການຄົ້ນຄວ້າເອກະສານການລົງທຶນໃຫ້ວ່ອງໄວ ແລະ ສົ່ງຄໍາເຫັນຄືນໃນດ້ານຫຼັກ ການໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຕໍ່ການສະເໜີສໍາຫຼວດ, ສຶກສາ ຄວາມເປັນໄປໄດ້ຂອງກິດຈະການສໍາປະທານ ພາຍໃນກໍານົດເວລາ 30 ວັນລັດຖະການ ແລະ ສໍາລັບກິດຈະການໃນບັນຊີຄວບຄຸມ ແມ່ນໃຫ້ມີຄໍາເຫັນຕອບຄືນດ້ານຫຼັກການໃນການສະເໜີສ້າງຕັ້ງບໍລິສັດ ພາຍໃນກໍານົດ 8 ວັນລັດຖະການ, ສ່ວນ ການອອກໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດຕາມກົດໝາຍຂອງຂະ ແໜງການກ່ຽວຂ້ອງພາຍຫລັງໄດ້ຮັບໃບອະນຸຍາດລົງທຶນແລ້ວ. ການປະກອບຄໍາເຫັນຕອບຄືນດັ້ງກ່າວຖ້າ ຫາກກາຍກໍານົດເວລາ ແມ່ນໃຫ້ເປັນຄວາມ ຮັບຜິດຊອບຂອງຂະແໜງງການ.

ຫ້ອງການສຳນັກງານນາຍົກລັດຖະມົນຕີຍັງໄດ້ລາຍງານບາງຄຳເຫັນໂອ້ລົມ ແລະ ຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕໍ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຍັງມີຕື່ມດັ່ງນີ້:
ຢາກໄປໜ້າໃຫ້ຫຼຽວຫຼັງ ແລະ ເບິ່ງປະຈຸບັນ; ການຄົ້ນຄວ້າ ບໍ່ຕ້ອງລໍຖ້າໃຫ້ລັດຖະບານສັ່ງຈຶ່ງເຮັດ; ສະຖາບັນແມ່ນບ່ອນລວມນັກຄົ້ນຄວ້າ, ແມ່ນຫົວສະໝອງຂອງລັດຖະບານ; ບໍ່ໃຫ້ຢາກກິນຫຼາຍເກີນຄວາມສາມາດ (ຄົ້ນຄວ້າຕາມທ່າແຮງທີ່ມີ); ການຄົ້ນຄວ້າຕ້ອງມີຈຸດສຸມ, ການຄົ້ນຄວ້າຕ້ອງມີຄຸນນະພາບ; ຄົ້ນຄວ້າອັນທີ່ປະເທດຊາດຊິໄດ້ກິນໄດ້ຢູ່; ນັກຄົ້ນຄວ້າ-ນັກວິເຄາະ-ວິໄຈ ຈະຢຸດຈຶ້ງຢູ່ບ່ອນເກົ່າບໍ່ໄດ້ ແລະ ອື່ນໆ.

ຢູ່ໃນເອກະສານຄຳສັ່ງສະບັບນີ້ຍັງໄດ້ອະທິບາຍລະອຽດກ່ຽວກັບໜ້າທີ່ ແລະ ວຽກງານທີ່ທາງບັນດາພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ຂ່າວ: ວຽງຈັນທາຍ

ພາບ: ຫ້ອງການສຳນັກງານນາຍົກລັດຖະມົນຕີ

Comments