News

ຈີນ ພະຍາຍາມສຸດຄວາມສາມາດ ເພື່ອໃຫ້ຄົນເຈັບ ແລະ ຜູ້ເສຍຊີວິດ ຈາກໄວຣັດໂຄໂຣນາ ຫຼຸດລົງ

ປັດຈຸບັນນີ້, ລັດຖະບານຈີນ ໄດ້ສຸມທຸກກຳລັງເຂົ້າໃນການປິ່ນປົວຜູ້ເຈັບ ແລະ ພະຍາຍາມສຸດຂີດ ຄວາມສາມາດເພື່ອເຮັດໃຫ້ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດ ຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັດໂຄໂຣນາ ຫຼຸດລົງ. ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ໃຫ້ສຳພາດໃນວັນທີ 3 ກຸມພາ 2020 ວ່າ: ປະເທດຈີນ ໄດ້ສ້າງຕັ້ງລະບົບການປ້ອງກັນ ແລະ ຄຸ້ມຄອງທີ່ຮອບດ້ານ ແລະ ມີຫຼາຍລະດັບ, ພ້ອມທັງປຸກລະດົມທົ່ວສັງຄົມ ເດັດດ່ຽວສະກັດກັ້ນການແຜ່ລາມຂອງພະຍາດດັ່ງກ່າວນີ້. ໃນຂະນະດຽວກັນ ກໍໄດ້ສ້າງທີມງານນັກຊ່ຽວຊານທາງດ້ານເຕັກນິກວິທະຍາສາດ ເພື່ອເລັ່ງຄົ້ນຄວ້າວັກແຊງຕ້ານພະຍາດ ແລະ ຮັບຮອງເອົາຢາປົວພະຍາດທີ່ມີຜົນດີໃຫ້ທັນທີ ແລະ ນໍາໃຊ້ໃນໂຮງໝໍໂດຍໄວ. ພ້ອມກັນນັ້ນ ລັດຖະບານຈີນ ຍັງໄດ້ປຸກລະດົມສັງຄົມໃນທົ່ວປະເທດ ເພື່ອປະສານງານ ແລະ ຂົນຂວາຍທ່ານໝໍ, ພະຍາບານ, ເຄື່ອງມືການແພດ ແລະ ເຄື່ອງໃຊ້ປະຈໍາວັນຂອງປະຊາຊົນ ໃຫ້ສາມາດເຂົ້າເຖິງບ່ອນທີ່ຕ້ອງການໂດຍໄວໄດ້. ຄວາມພະຍາຍາມຂອງຈີນໃນຄັ້ງນີ້ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກ. ຂ່າວ: ຊາຍຄົນເດີມ ທີ່ມາ: ຂ່າວສານປະເທດລາວ.

Read More »

ສປປ ລາວ ມີ 11 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ, ແຕ່ 9 ກໍລະນີ ຜົນກວດບໍ່ມີເຊື້ອ ແລະ ຍັງ 2 ກໍລະນີ ກໍາລັງກວດຢູ່ !!!

ໄລຍະຜ່ານມາ ສູນວິເຄາະ ແລະ ລະບາດວິທະຍາ ໄດ້ກວດຫາເຊື້ອອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ (nCov) ເຊິ່ງປະເທດລາວເຮົາມີ ກໍລະນີສົງໄສ 11 ກໍລະນີ, 9 ກໍລະນີແມ່ນອອກຜົນລົບ (ບໍ່ມີເຊື້ອ) 2 ກໍລະນີກໍາລັງກວດຢູ່, ຖ້າຜົນອອກມາ ພ້ອມທີ່ຈະລາຍງານໃຫ້ສັງຄົມຮັບຊາບ. ທ່ານ ດຣ.ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນ ສູນວິເຄາະ ແລະ ລະບາດວິທະຍາ ມີຄວາມພ້ອມ ໃນການກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ nCov ເຊິ່ງໃນໄລຍະຜ່ານມາ ກໍໄດ້ມີການລະບາດຂອງພະຍາດເມີກສ໌ ເຊິ່ງພວກເຮົາກໍມີຄວາມສາມາດກວດພະຍາດນັ້ນໄດ້ ແລະ ໃນໄລຍະຕໍ່ມາ ກໍໄດ້ມີລະບົບເຝົ້າລະວັງເຊື້ອໄຂ້ຫວັດ ແລະ ກໍໄດ້ມີການກວດຢ່າງເປັນປະຈຳ ແລະ ມີຕົວຢ່າງໃນທົ່ວປະເທດສົ່ງມາຕະຫຼອດ ເປັນຕົ້ນແມ່ນ ກວດໄຂ້ຫວັດກໍຈະ ມີ H1N1 ເຊິ່ງສາມາດກວດໄດ້ ແລະ ກໍໄດ້ໃຊ້ເຕັກນິກດຽວກັນໃນການກວດຫາໄວຣັສໂຄໂຣນານີ້, ເຊິ່ງສູນວິເຄາະ ແລະ ...

Read More »

ດ່ວນ!!!! ແຈ້ງການໃຫ້ກວດກາ ແລະ ກັກລົດຊົ່ວຄາວ ທີ່ເດີນທາງມາແຕ່ອູ່ຮັ່ນ ສປ ຈີນ

ດ່ວນ! ກົມໃຫຍ່ຕຳຫຼວດ​ ກົມຕຳຫຼວດ ຈະລາຈອນ​ ກະຊວງປ້ອງການຄວາມສະຫງົບ ໄດ້ອອກແຈ້ງການ ເລກທີ 002/ກຈຈ, ລົງວັນທີ 03 ກຸມພາ 2020 ເຖິງຫົວໜ້າ ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນທົ່ວປະເທດ. ເລື່ອງ: ໃຫ້ກວດກາລົດ ແລະ ກັກຊົ່ວຄາວ ລົດຄົນຈີນ ທີ່ເດີນທາງມາແຕ່ເມືອງ ອູ່ຮັ້ນ ປະເທດຈີນ​ ທີ່ເດີນທາງເຂົ້າມາລາວ ເພື່ອກວດກາ ແລະ ປ້ອງກັນ ສະກັດການແຜ່ລະບາດຂອງເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ ໂດຍມີລາຍລະອຽດດັ່ງນີ: 1. ໃຫ້ພະແນກຕຳຫຼວດຈະລາຈອນ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນຂອບເຂດທົ່ວປະເທດ ກວດກາພາຫະນະຂອງຄົນຈີນ ທີ່ເດີນທາງມາຈາກເມືອງ ອູ່ຮັ້ນ ສປ ຈີນ, ທີ່ເດີທາງເຂົ້າມາ ສປປ ລາວ ຕາມຈຸດສະຖານທີ່ທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈຳນວນຫຼາຍ ແລະ ໃຫ້ເອົາໃຈໃສ່ຈຸດ, ປ້ອມກວດກາເຂົ້າເມືອງ-ອອກເມືອງ ...

Read More »

ດ່ວນທີ່ສຸດ!!!! ຈາກກະຊວງການຕ່າງປະເທດ ກ່ຽວກັບການໂຈະ ອອກວິຊ້າກັບດ່ານ

ກົມກົງສຸນ, ກະຊວງການຕ່າງປະເທດ ອອກແຈ້ງການໂຈະການອອກວີຊາກັບດ່ານສາກົນທີ່ມີຊາຍແດນຕິດກັບ ສປ ຈີນ.  ແຈ້ງການ ສະບັບເລກທີ 278/ກກສ.1 ນະຄອນຫຼວງວຽງຈັນ ລົງວັນທີ 02 ກຸມພາ 2020, ວ່າດ້ວຍທິດຊີ້ນຳຂອງຂັ້ນເທິງກ່ຽວກັບການໂຈະການອອກວີຊາກັບດ່ານສາກົນທີ່ມີຊາຍແດນຕິດກັບ ສປ ຈີນ ໃຫ້ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປຈີນ ເລີ່ມຕົ້ນປະຕິບັດແຕ່ວັນທີ 02 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຕາມລາຍລະອຽດ ຂ້າງລຸ່ມນີ້.

Read More »

ອາເມລິກາ ເປີດໂຕໂຄງການໃໝ່ ສະໜັບສະໜູນແຜນງານ ການສ້າງລັດແຫ່ງກົດໝາຍ ໃນ ສປປ ລາວ

ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສົ່ງເສີມການສ້າງລັດແຫ່ງກົດໝາຍ, ໂດຍໄດ້ຮ່ວມມືກັບກະຊວງຍູຕິທຳ ແລະ ມູນນິທິເອເຊຍ ສ້າງຕັ້ງໂຄງການ ສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຫລື Legal Aid Support Project ຂຶ້ນຢ່າງເປັນທາງການ. ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 24 ມັງກອນ 2020, ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການເລີ່ມຕົ້ນໂຄງການ ມູນຄ່າ 3,67 ລ້ານ ໂດລາສະຫະລັດ, ທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກະຊວງຍູຕິທຳ  ແລະ ມູນນິທິເອເຊຍ ...

Read More »

ສ. ອາເມລິກາ ສືບຕໍ່ຮ່ວມມືກັບ ສປປ ລາວ ເພື່ອສ້າງຄວາມອາດສາມາດໃນຂະແໜງເກັບກູ້ລະເບີດບໍ່ທັນແຕກ

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມເປັນສັກຂີພະຍານ ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫ່ວາງ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດຕົກຄ້າງຢູ່ ສປປ ລາວ (ຄຊກລ)  ແລະ ບໍລິສັດ ທີທຣາເທັຈ (Tetratech) ເພື່ອສະໜັບສະໜູນ ແຜນງານ ການສ້າງຄວາມອາດສາມາດໃນ ການເກັບກູ້ ລະເບີດບໍ່ທັນແຕກ (ລບຕ) ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 21 ມັງກອນ. ເພື່ອປະກອບສ່ວນເປັນສ່ວນໜຶ່ງຂອງການ ສະໜັບສະໜູນຂອງ ສ. ອາເມລິກາ ໃນຂະແໜງ ລບຕ, ບໍລິສັດ ທີທຣາເທັຈ ຈະມີບົດບາດສຳຄັນໃນ ຜັນຂະຫຍາຍ ທຶນຊ່ວຍເຫຼືອ ຂອງປະຊາຊົນ ອາເມລິກາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂອງ ສ. ອາເມລິກາ ກັບບັນດາອົງການຈັດຕັ້ງຂອງລັດຖະບານລາວ ກໍຄື ກຄຊລ ...

Read More »

ແຈ້ງການ!!! ໃຫ້ທຸກໆວາລະສານໃນລາວ ໄປຕໍ່ໃບອະນຸຍາດ ບໍ່ໃຫ້ກາຍ 31 ມີນານີ້…

ໂດຍອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 46/ຫກ ລົງວັນທີ 30 ມັງກອນ 2020 ເລື່ອງການຕໍ່ໃບອະນຸຍາດວາລະສານ  ອີງຕາມ ກົດໝາຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 4 ພະຈິກ 2016, ອີງຕາມແຈ້ງການຂອງຫ້ອງ ຖວທ ສະບັບເລກທີ 159/ຫກ ລົງວັນທີ 20 ເມສາ 2018 ກ່ຽວການຕໍ່ໃບອະນຸຍາດວາລະສານ. ອີງຕາມພາລະບົດບາດຂອງກົມສື່ ມ່ວນຊົນ ໃນການຄຸ້ມຄອງຜະລິດຕະພັນສື່ມວນຊົນ. ຫ້ອງການ ຖວທ ຂໍແຈ້ງມາຍັງທ່ານ ຫົວໜ້າບັນນາທິການວາລະສານ ທີ່ຍັງບໍ່ທັນມາຕໍ່ໃບອະນຸຍາດການເຄື່ອນໄຫວວາລະສານຂອງຕົນ ໃຫ້ມາພົວພັນຂໍຕໍ່ໃບອະນຸຍາດນຳກົມສື່ມວນຊົນ ຕາມໂມງລັດຖະການ ເລີ່ມແຕ່ວັນທີ່ 1 ກຸມ ຫາ 31 ມີນາ 2020 ຖ້າຫາກບໍ່ມາຕໍ່ຕາມກຳນົດເວລາທີ່ແຈ້ງໄວ້ ກົມສື່ມວນຊົນ ຈະໄດ້ນຳໃຊ້ສິດຂອງຕົນຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະກົດໝາຍສື່ມວນຊົນ (ສະບັບປັບປຸງ) ໃນມາດຕາ 42 ວ່າດ້ວຍການໂຈະ, ...

Read More »

ເຊີນຊວນ!!! ນັກທຸລະກິດລາວ ເຂົ້າຮ່ວມພົບປະນັກທຸລະກິດຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020

Japan Product Exhibition 2020 Showcase for Quality of Life from Japan! ມາສຳພັດກັບຄຸນນະພາບຊີວິດຈາກຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020 ໃນວັນທີ 6 (ພະຫັດ) ຫາ ວັນທີ 8 (ເສົາ) ກຸມພາ 2020 ທີ່ຈະມາເຖິງນີ້ ເວລາ 13:00 – 18:00 ໂມງ , ສະເພາະວັນທີ 8 ກຸມພາ ເວລາ 13:00 – 18:30 ໂມງ ສະຖານທີ່ ສູນການຄ້າວຽງຈັນເຊັນເຕີຊັ້ນ 1 ພາຍໃນງານຈະມີຫຼາກຫຼາຍສິນຄ້າຈາກບໍລິສັດຂະໜາດນ້ອຍ ແລະ ກາງ ຈາກປະເທດຍີ່ປຸ່ນ ທີ່ຈະມາວາງສະແດງສິນຄ້າ ເຊັ່ນ: ເຄື່ອງບໍລິໂພກ, ເຄື່ອງອຸປະໂພກ, ເຄື່ອງສໍາອາງ, ອາຫານສຸຂະພາບ ແລະ ຢາເປັນຕົ້ນ… ສຳລັບ, ນັກທຸລະກິດລາວ ຫຼື  ຜູ້ທີ່ສົນໃຈ ຢາກມີທຸລະກິດຮ່ວມກັບນັກທຸລະກິດຍີ່ປຸ່ນ ກໍສາມາດສະໝັກເຂົ້າຮ່ວມພົບປະນັກທຸລະກິດ ຍີ່ປຸ່ນໄດ້ ໂດຍການຕື່ມແບບຟອມ ...

Read More »

ທະນາຄານໂລກ ໃຫ້ທຶນ 50 ລ້ານໂດລາຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ທະນາຄານໂລກ ໄດ້ຕົກລົງສະໜອງທຶນຊ່ວຍເຫຼືອ ຈໍານວນ 50 ລ້ານໂດລາສະຫະລັດ ຫຼື ປະ­ມານ 443,89 ຕື້​ກີບ ໃຫ້ລັດຖະບານ ແຫ່ງສປປ ລາວ ເພື່ອສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດອາຊີຕາເວັນອອກສ່ຽງໃຕ້ ຢູ່ ສປປ ລາວ ແລະ ໂຄງການຂະແໜງການຂົວທາງໄລຍະ II. ພິທີເຊັນບົດບັນທຶກການຊ່ວຍເຫຼືອຄັ້ງນີ້ ໄດ້ຈັດຂຶ້ນໃນຕົ້ນອາທິດ ທີ່ຜ່ານມາ ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ (Nicola Pontara) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການສະ​ໜອງ​ທຶນ​ໃນຄັ້ງນີ້, ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທຶນເພີ່ມເຕີມໃນວັນທີ 13 ທັນວາ 2019 ເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວໃນວຽກງານ ການຄຸ້ມຄອງຄວາມສ່ຽງ ດ້ານອຸທົກກະໄພ ແລະ ຂະແໜງການຂົວທາງ ເຊິ່ງເປັນຂະແໜງການ ທີ່ຖືກຜົົນກະທົບຢ່າງຫຼວງຫຼາຍ ກວມເອົາ 55% ຂອງຄວາມເສຍຫາຍທັງໝົດ ພາຍຫຼັງເກີດເຫດການໄພພິບັດນໍ້າຖ້ວມໃນປີ ...

Read More »

ແຈ້ງການ!!! ການກຳນົດລາຄາຂາຍຍົກ-ຂາຍຍ່ອຍ ຊີ້ນຫມູ

ພະແນກອຸດສາຫະກໍາ ແລະ ການຄ້າ  ນະຄອນຫຼວງວຽງຈັນ ປະກາດຊັດເຈນ ຮອບ 2, ຫ້າມຂາຍຊີ້ນໝູເກີນ 40.000ກີບ ທົ່ວ 9 ຕົວເມືອງ. ສ່ວນຊີ້ນປະເພດສອງ ຫ້າມເກີນ 36.000ກີບ ແລະໃຫ້ ເລີ່ມປະຕິບັດ  3 ກຸມພາ 2020 ເປັນຕົ້ນໄປ.

Read More »