ກອງປະຊຸມ ລັດຖະບານ ເນັ້ນໃຫ້ 5 ກະຊວງ ສຶບຕໍ່ແກ້ໄຂບັນຫາທີ່ພົ້ນເດັ່ນ

ລັດຖະບານພິຈາລະນາຫຼາຍບັນຫາສໍາຄັນຢູ່ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ ໃນລະຫວ່າງ ວັນທີ 22-23 ມັງກອນ 2020 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ.

ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ບັນຫາທີ່ພົ້ນເດັ່ນ ແລະ ສຳຄັນດັ່ງນີ້:

  1. ໃຫ້ກະຊວງການຕ່າງປະເທດເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານລັດຖະບານ ຢ່າງເປັນປົກກະຕິ.
  2. ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການຕິດຕາມ ສະພາບປະກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການເກີດອຸປະຕິເຫດຕາມທ້ອງຖະໜົນ ແລະ ອັກຄີໄພທີ່ອາດເກີດຂຶ້ນ, ພ້ອມທັງກຳນົດມາດຕະການ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ.
  3. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ, ໂດຍສະເພາະແມ່ນ ສິນຄ້າປະເພດສະບຽງອາຫານ ໃຫ້ສາມາດຕອບສະໜອງພຽງພໍກັບຄວາມຮຽກຮ້ອງຕ້ອງການ ພ້ອມທັງ ວາງມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ, ການກຳນົດລາຄາສິນ ຄ້າໃນທ້ອງຕະຫຼາດໃຫ້ມີຄວາມເໝາະສົມ ແລະ ສົມເຫດສົມຜົນ, ເດັດຂາດບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າໂດຍສະເພາະ ໃນຊ່ວງເທດສະການຕ່າງໆ.
  4. ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມ ທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມການປ່ຽນແປງສະພາບດິນຟ້າອາກາດ ເອົາໃຈໃສ່ຊຸກຍູ້ການສະໜອງນໍ້າເຂົ້າໃນການຜະລິດການປູກພືດລະດູແລ້ງ ແລະ ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດສັດ ແລະ ແຈ້ງເຕືອນໃຫ້ປະຊາຊົນຮັບຊາບຢ່າງເປັນປົກກະຕິ.
  5. ໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດທາງເດີນຫາຍໃຈ ພ້ອມທັງແຈ້ງເຕືອນ, ແນະນໍາໃຫ້ປະຊາຊົນຮັບຊາບ ແລະ  ເຂົ້າໃຈເຖິງວິທີປ້ອງກັນ.

ນອກຈາກນີ້ ລັດຖະບານຍັງຈະໄດ້ສືບຕໍ່ປະຕິບັດວຽກຈຸດສຸມ ປີ 2020 ຄື: ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໃຫ້ມີທ່າຕັ້ງໜ້າກວ່າເກົ່າ. ຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ.

ສືບຕໍ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ໃຫ້ສໍາເລັດຕາມແຜນກໍານົດໄວ້ ເພື່ອສ້າງຄວາມສະດວກໃຫ້ທຸລະກິດມີການຂັບເຄື່ອນໄປໃນທາງທີ່ມີປະສິດທິພາບສູງຂຶ້ນ. ຍົກລະດັບ ແລະ ຄຸນນະພາບ ຂອງການສຶກສາ ແລະ ການບໍລິການ ດ້ານສາທາລະນະສຸກໃຫ້ດີຂຶ້ນ.

ສຸມໃສ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ (ຕິດພັນກັບການຊຸກຍູ້ປຸກລະດົມຂະບວນການຮັກຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກ). ຊ່ວຍເຫຼືອປະຊາຊົນ ແລະ ຟື້ນຟູເຂດ ທີ່ຖືກກະທົບຈາກໄພພິບັດ. ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ແລະ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ. ສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG).

ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບຂອງສັງຄົມ. ສືບຕໍ່ເສີມຂະຫຍາຍວຽກງານພົວພັນຮ່ວມມືສາກົນໃນຂອບ 2 ຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຕົກລົງກັບບັນດາປະເທດເພື່ອນມິດ ແລະ ອົງການສາກົນ ໃຫ້ແຕກດອກອອກຜົນໂດຍໄວ (ໂດຍເອົາໃຈໃສ່ພິເສດຕໍ່ໂຄງການຮ່ວມມືລາວ-ຫວຽດນາມ ແລະ ລາວ-ຈີນ).

ທີ່ມາ: ໜັງສືພິມ ວຽງຈັນທາຍ

Comments