ເຊີນຊວນ!!! ທ່ຽວບຸນນະມັດສະການຜາສາດຫີນວັດພູຈຳປາສັກ 6-8 ກຸມພາ ນີ້

ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ 2020 ຈະເລີ່ມຂຶ້ນໃນລະຫວ່າງວັນທີ 6-8 ກຸມພາ 2020, ພາຍໃນງານຈະມີການເປີດຕະຫຼາດນັດ, ຄົບງັນຕາມປະເພນີ, ທາງຫ້ອງວ່າການແຂວງ ຈຳປາສັກ ຈຶ່ງໄດ້ອອກແຈ້ງການເພື່ອແຈ້ງເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນໄດ້ຮັບຮູ້ວ່າ ເພື່ອເປັນອະນຸລັກຮີດຄອງປະເພນີອັນດີງາມຂອງຊາດກໍຄືທ້ອງຖິ່ນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງຈຳປາສັກ 2020 ໃຫ້ມີບັນຍາກາດມ່ວນຊື່ນ ແລະ ຫຼີກລ່ຽງສຽງຈົ່ມຂອງສັງຄົມຄືທີ່ຜ່ານມາ, ທາງຄະນະຮັບຜິດຊອບຈັດງານຈຶ່ງມີມະຕິເຫັນດີ ບໍ່ໃຫ້ມີການເກັບຄ່າເຂົ້າຊົມງານ ດັ່ງທີ່ແຈ້ງການໄດ້ລະບຸໄວ້ລຸ່ມນີ້.

/

Comments