ເຊີນ….ເຂົ້າຮ່ວມກອງປະຊຸມປຶກສາຫາລືພາກທຸລະກິດ

ຮຽນ: ທ່ານ ປະທານ/ຜູ່ອຳນວຍການ ບໍລິສັດ ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ນັບຖື!
ເລື່ອງ: ເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ພາກທຸລະກິດ.

ເພື່ອເປັນການລາຍງານຜົນຂອງກອງປະຊຸມທຸລະກິດລາວ ຄັ້ງທີ 12 ໃຫ້ແກ່ພາກທຸລະກິດ ແລະ ເປີດໂອກາດໃຫ້ພາກທຸລະກິດສະເໜີບັນຫາໃໝ່ທີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດ ກະກຽມລາຍງານແກ່ກອງປະຊຸມທຸລະກິດລາວ ຄັ້ງທີ 13, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນນາມກອງເລຂາກອງປະຊຸມທຸລະກິດລາວ (LBF) ຂໍຖືເປັນກຽດ ເຊີນທ່ານເຂົ້າຮ່ວມກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງບໍລິການ (ເວລາ 8:30-12:00ໂມງ), ແລະ ກໍ່ສ້າງ ແລະ ການບໍລິການດ້ານອະສັງຫາລິມະຊັບ (ເວລາ 13:30 ຫາ 16:00 ໂມງ) ໃນວັນທີ 29 ມັງກອນ 2020 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຖະໜົນໄກສອນພົມວິຫານ, ນະຄອນຫຼວງວຽງຈັນ.

ກະລຸນາແຈ້ງການເຂົ້າຮ່ວມກອງປະຊຸມຂອງທ່ານ ມາຍັງກອງເລຂາກອງປະຊຸມທຸລະກິດລາວ, ນາງ ຕຸ້ມຄໍາ ຄໍາວົງໄຊ ໂທລະສັບ 020 52294423, ອີເມວ: [email protected] ກ່ອນວັນທີ 27 ມັງກອນ 2020.

ຫວັງເປັນຢ່າງຍິ່ງວ່າ ທ່ານ ຈະເສຍສະຫຼະເວລາ ອັນມີຄ່າຂອງທ່ານ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຂອງພວກເຮົາຕາມທາງອັນຄວນດ້ວຍ.

Comments