ສິນຄ້າ ທີ່ກ່ຽວຂ້ອງກັບປີໃໝ່ຫວຽດນາມ-ຈີນ ປັບລາຄາຂຶ້ນເລັກນ້ອຍ

ສຳນັກງານໜັງສືພິມວຽງຈັນໃຫມ່ໃຫ້ຮູ້ວ່າ ວັນທີ 22 ມັງກອນ 2020, ຫຼາຍຄົນຄົງຈະຄິດໜັກກັບສິນຄ້າກ່ຽວກັບງານປີໃໝ່ຊາວຫວຽດນາມ-ຈີນຫຼາຍຢ່າງແມ່ນ ມີການປັບລາຄາຂຶ້ນຫຼາຍລາຍການໂດຍສະເພາະເຄື່ອງນຸ່ງທີ່ສວມໃສ່ໃນເທສະການ.

ນັບແຕ່ມື້ນີ້ຊາວນະຄອນຫຼວງວຽງຈັນເຊື້ອສາຍຫວຽດນາມ-ຈີນ ໄດ້ເລີ່ມທະຍອຍອອກຈັບຈ່າຍຊື້ເຄື່ອງໄຫວ້ ເຊິ່ງເຄື່ອງໄຫວປີນີ້ແມ່ນມີລາຄາຄົງທີ ຖ້າທຽບໃສ່ປີຜ່ານມາ ຍົກເວັ້ນ ແຕ່ເຄື່ອງນຸ່ງຫົ່ມທີ່ນິຍົມນຸ່ງໃນເທສະການດັ່ງກ່າວ ແມ່ນໄດ້ປັບລາຄາຂຶ້ນ 2 ຫາ 5 ພັນກີບ.

ນາງ ນ້ອຍ ແມ່ຂ້າຂາຍເຄື່ອງນຸ່ງຫົ່ມ ຢູ່ ຕະຫຼາດວັງທອງ ໄດ້ໃຫ້ສຳພາດວັນທີ 22 ມັງກອນ 2020 ວ່າ: ຂ້າພະ ເຈົ້າໄດ້ຂາຍເຄື່ອງນຸ່ງຫົ່ມສຳລັບນຸ່ງໃນເທສະການປີໃໝ່ ຊາວຫວຽດນາມ-ຈີນໃນທຸກໆປີ ເຊິ່ງປີນີ້ໄດ້ເລີ່ມນຳເຄື່ອງອອກມາວາງຈຳໜ່າຍແຕ່ຕົ້ນເດືອນມັງກອນ ເປັນຕົ້ນມາ ສະພາບການຂາຍເຄື່ອງໃນປີນີ້ແມ່ນບໍ່ຟົດຟື້ນເທົ່າປີຜ່ານມາ ນັ້ນກໍອາດຈະເປັນຍ້ອນສະພາບເສດຖະກິດຟືດເຄືອງ ພ້ອມທັງ ລາຄາເຄື່ອງນຸ່ງຫົ່ມປີນີ້ ກໍ່ໄດ້ປັບໂຕຂຶ້ນເລັກໜ້ອຍ ເຊີ່ງການທີ່ຕ້ອງປັບລາຄາຂຶ້ນນັ້ນກໍ່ຍ້ອນເຄື່ອງນຸ່ງຫົ່ມ ແມ່ນໄດ້ນຳເຂົ້າມາຈາກປະເທດໄທ ຈຶ່ງໄດ້ ອີງໃສ່ອັດຕາແລກປ່ຽນເງິນບາດທີ່ເພີ່ມສູງຂຶ້ນກວ່າປີຜ່ານມາ ຈິ່ງຈຳເປັນຕ້ອງປັບລາຄາເຄື່ອງນຸ່ງຂຶ້ນ ສະເລ່ຍເຄື່ອງນຸ່ງໂຕໜຶ່ງຈະປັບຂຶ້ນປະມານ 2-5 ພັນກີບ ເຊັ່ນ: ເສື້ອຄໍມົນເດັກນ້ອຍປີນີ້ ຂາຍໂຕລະ 25 ພັນກີບ ປີຜ່ານມາຂາຍໂຕລະ 23 ພັນກີບ.

ນາງ ແປະ ແມ່ຄ້າຂາຍເຄື່ອງໄຫວ້ ແລະ ໂຄມໄຟ ໄດ້ກ່າວວ່າ: ສຳ ລັບການຈຳໜ່າຍເຄື່ອງໄຫວ້ ແລະ ໂຄມໄຟປີນີ້ແມ່ນມີລາຄາຄົງທີເທົ່າກັບປີຜ່ານມາ ແຕ່ສະພາບການຄ້າຂາຍປີນີ້ ຖ້າທຽບໃສ່ ປີຜ່ານມາແມ່ນບໍ່ຄຶກຄື້ນເທົ່າທີ່ຄວນ ມີແຕ່ຈະລໍຖ້າອີກ 3 ວັນຂ້າງ ໜ້າກໍ່ຈະເຖີງເທສະການດັ່ງກ່າວ ເຊິ່ງບາງ ຄັ້ງອາດຈະໄດ້ຂາຍໃນ 2-3 ວັນນີ້ ສຳລັບສິນຄ້າທີ່ທາງຮ້ານເຮົາຈຳໜ່າຍ ປະກອບມີ ໂຄມໄຟ ເຄື່ອງໄຫວ້ບັນພະບູລຸດ ໄຫວ້ເຈົ້າທີ ແລະ ເຈ້ຍຕິດ ສຳລັບ ໂຄມໄຟແມ່ນເລີ່ມຈາກລາຄາ 40 ພັນຂຶ້ນໄປ ສ່ວນເຄື່ອງໄຫວ້ເລີ່ມຈາກລາຄາ 80 ພັນກີບຂຶ້ນໄປ ຫາ 150.000 ກີບ .

ພາບ-ຂ່າວ ເພັດສະໝອນ
ທີ່ມາ: #vientianemai

 

Comments