News

ສປ.ຈີນ ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

ອີງຕາມການລາຍງານຂ່າວທາງຊ່ອງຂອງ CRI-FM93. ໃນວັນທີ 7 ມິຖຸນາທີ່ຜ່ານມານີ້, ທາງຫ້ອງການຖະແຫລງຂ່າວລັດຖະບານຈີນ ໄດ້ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19” ເຊິ່ງເປັນເອກະສານສຳຄັນທີ່ໄດ້ບັນທຶກຂະບວນການຕ້ານກັບພະຍາດທີ່ລຳບາກຂອງຈີນ ຕາມສະພາບຕົວຈິງ, ມີໂຕໜັງສືປະມານ 37.000 ໂຕ. ປື້ມປົກຂາວ ດັ່ງກ່າວລະບຸວ່າ: ພະຍາດໂຄວິດ-19 ແມ່ນພະຍາດທີ່ແຜ່ລະບາດຢ່າງໃຫຍ່ໃນທົ່ວໂລກທີ່ໄດ້ສ້າງຜົນກະທົບທີ່ກວ້າງຂວາງທີ່ສຸດໃຫ້ແກ່ມວນມະນຸດ ເຊິ່ງບໍ່ເຄີຍມີມາກ່ອນໃນເກືອບ 100 ປີ. ໂດຍຜະເຊີນໜ້າກັບພະຍາດທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ຮ້າຍແຮງ, ຈີນໄດ້ເປີດບັ້ນປ້ອງກັນ ຄວບຄຸມພະຍາດຢ່າງເດັດຂາດ ແລະ  ໄດ້ໃຊ້ທຸກມາດຕະການ, ຍອມເສຍສະຫລະທຸກສິ່ງຢ່າງ ເພື່ອປິ່ນປົວຄົນເຈັບ ແລະກອບກູ້ຊີວິດ. ວັນທີ 31 ພຶດສະພາ 2020 ຜ່ານມານີ້, ອັດຕາປິ່ນປົວໃຫ້ຫາຍຂາດຂອງຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ພາຍໃນປະເທດຈີນ ມີເຖິງ 94,3%. ການຢາ ແລະ ແພດພື້ນເມືອງຈີນ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຕ້ານພະຍາດຄັ້ງນີ້.  ມາຮອດໄລຍະກາງເດືອນເມສາ, ສະຖາບັນແພດພື້ນເມືອງຈີນ ແຫ່ງຕ່າງໆໄດ້ສົ່ງຊ່ຽວຊານແພດໝໍ 4.900 ຄົນໄປສະໜັບສະໜູນ ແຂວງຫູເປີຍ, ການຢາ ແລະແພດພື້ນເມືອງຈີນ ໄດ້ມີສ່ວນຮ່ວມໃນການປິ່ນປົວຄົນເຈັບໄດ້ກວມເຖິງ 92%. ຈີນ ຍຶດໝັ້ນທັດສະນະປະຊາຄົມຮ່ວມຊະຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່ ໂດຍສູ້ຊົນແບບຄຽງບ່າຄຽງໄຫລ່ກັບປະເທດອື່ນເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ນັບມາຮອດປັດຈຸບັນ, ຈີນ ...

Read More »

ສະພາວະເງິນຝືດ ຂອງປະເທດໄທ

ດັດຊະນີລາຄາຜູ້ບໍລິໂພກຂອງໄທຫຼຸດລົງຫຼາຍທີ່ສຸດໃນຮອບເກືອບ 11 ປີ, ກະຊວງການຄ້າໄດ້ສະແດງຂໍ້ມູນໃຫ້ເຫັນວ່າ ດັດຊະນີລາຄາຜູ້ບໍລິໂພກທົ່ວໄປ (CPI) ຂອງປະເທດໄທຫຼຸດລົງເຖິງ 3.44% ໃນເດືອນພຶດສະພາ ທຽບກັບປີກ່ອນຖືວ່າຫຼຸດລົງຫຼາຍ ເຊິ່ງຫຼາຍກວ່າທີ່ຄາດໄວ້ໃນຮອບເກືອບ 11 ປີ. ເສດຖະກິດແບບນີ້ ແມ່ນມີຄວາມສ່ຽງຕໍ່ການເສຍຫາຍທີ່ຈະເກີດຂຶ້ນຈາກພາວະເງິນຝືດ, ປະຈຸບັນ ປະເທດໄທຍັງມີອັດຕາເງິນຝືດພຽງແຕ່ 3 ເດືອນເທົ່ານັ້ນ, ທ່ານ Don Nakornthab ຜູ້ອໍານວຍການອາວຸໂສຂອງພະແນກເສດຖະກິດ ແລະ ນະໂຍບາຍຂອງທະນາຄານກາງ ໄດ້ກ່າວໃນຖະແຫຼງການວ່າ ອັດຕາເງິນຝືດທີ່ເຮັດໃຫ້ເກີດຄວາມເສຍຫາຍ ອາດຈະມີໄລຍະເວລາຍາວນານ ເຊັ່ນດຽວກັບການຫຼຸດລົງຂອງລາຄາສິນຄ້າ ແລະ ການບໍລິການ ພ້ອມທັງປັດໃຈອື່ນໆ. ທ່ານຍັງໄດ້ກ່າວຕື່ມວ່າ ທະນາຄານກາງແມ່ນກໍາລັງຕິດຕາມສະຖານະການນີ້ຢ່າງໃກ້ຊິດ ເຊິ່ງຄາດວ່າອັດຕາເງິນຝືດໃນປີນີ້ຈະມີຜົນດີກ່ອນປີໜ້າ. ຈາກການສົມທຽບເງິນຝືດແມ່ນມີເຖິງ 2.95% ໃນການສຳຫຼວດຂອງ Reuters ແລະ ດ້ວຍການຫຼຸດລົງເຖິງ 2,99% ໃນເດືອນເມສາ. ທະນາຄານກາງ ໄດ້ກຳນົດເປົ້າໝາຍອັດຕາເງິນຝືດໃນລະດັບ 1% -3% ເຊິ່ງຈະຢູ່ໃນສະພາວະເງິນຝືດອີກຫຼາຍເດືອນ, ອັດຕາເງິນຝືດຫຼັກປະຈຳປີແມ່ນ 0.01% ແຫຼ່ງຂໍ້ມູນ: https://www.reuters.com/article/thailand-economy-inflation-idUSL4N2DH1YU

Read More »

ສປ. ຈີນ​ ປະ​ກາດວ່າ​ ຖ້າວັກ​ຊິນຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ ສາ​ມາດ​ນຳ​ໃຊ້​ໄດ້ຕົວ​ຈິງ ສັນຍາວ່າຈະສະ​ໜອງ​ໃຫ້​ທົ່ວ​ໂລກ

ອີງຕາມ CRI-FM93. ໃນວັນ​ທີ 7 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ​ ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ​ທີ່​ມີ​ຫົວ​ຂໍ້​ວ່າ ການ​ເຄື່ອນ​ໄຫວ​ຂອງ​ຈີນ​ ເພື່ອ​ຕ້າ​ນ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຈີນ​ ຈະ​ໃຫ້​ຢາ​ວັກຊິນ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ນັ້ນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ຫຼືບໍ່? ທ່ານ​ ຫວາງ​ຈື້​ກ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຊີຈີນ​ ກ່າວ​ວ່າ: ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ​ ຕ້ານ​ພະ​ຍາດ​ໂຄວິດ-19 ຕ້ອງ​ຖື​ເອົາ​ຄວາມ​ປອດ​ໄພ, ສັບ​ພະ​ຄຸນ ແລະ ຄວາມ​ສາ​ມາດ​​ຊື້​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ ທັງ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສາ​ກົນ. ທ່ານ​ ໄດ້ກ່າວ​ຕື່ມວ່າ: ປະ​ເທດ​ຕ່າງ​ໆ​ລ້ວນ​ແຕ່​ໄດ້​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊິນ, ແຕ່​ວຽກ​ງານ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​​ເຄັ່ງ​ຄັດ​ສຸ​ຂຸມ​ຮອບ​ຄອບຫລາຍ, ​ມີ​ຄວາມ​ສະຫລັບ​ສັບ​ຊ້ອນ​ທີ່​ສຸດ, ມີ​ຄວາມ​ຫຍຸ້ງ​ຍາກຫລາຍ ແລະ​ ຕ້ອງ​ໃຊ້​ເວ​ລາຫລາຍ ທັງ​ມີ​ສິ່ງ​ທ້າ​ທາຍ​ ແລະ​ ຄວາມບໍ່​ແນ່ນອນຫລາຍ​ຢ່າງ. ສະ​ນັ້ນ, ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກຊິນ ຕ້ອງ​ຖືເອົາ​ຄວາມ​ປອດ​ໄພ, ​ສັບ​ພະ​ຄຸນ ແລະ​ ຄວາມ​ສາ​ມາດ​ຊື້​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​​ທີ່​ສຸດ. ຕໍ່​ໄປ​ພາຍ​ໜ້າ, ຫລັງ​ຈາກ​ ຈີນ​ ສຳ​ເລັດ​ການ​ຄົ້ນ​ຄວ້າ​ ຜະ​ລິດວັກຊິນ ແລະ​ ການ​ທົດ​ລອງ​ປິ່ນ​ປົວ​ພະ​ຍາດໄປ​ເຖິງ​ຂັ້ນ​ທີ່​ສາ​ມາດ​ນຳ​ໃຊ້​ຕົວ​ຈິງ​ໄດ້​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ ຈະ​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ ທ່ານ​ ສີ​ຈິ້ນ​ຜິງ​ ໄດ້ໃຫ້​ໄວ້​ໃນ​ກອງ​ປະ​ຊຸມ​ WHO ຄັ້ງ​ທີ 73, ...

Read More »

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

Wunderman Thompson ສະເໜີ 5 ເທຣນຫຼັກທີ່ປ່ຽນແປງສຳຄັນໃນດ້ານພຶດຕິກຳ

ປີ 2020 ເປັນອີກໜຶ່ງປີ ທີ່ເກີດຜົນກະທົບໜັກ ຕໍ່ສຸຂະພາບ ແລະ ເສດຖະກິດທົ່ວໂລກ ລວມເຖິງປະເທດລາວ ນັບຕັ້ງແຕ່ທ້າຍເດືອນມັງກອນເປັນຕົ້ນມາ ຜ່ານໄປແລ້ວເຄິ່ງປີ  ແຕ່ໂຄວິດ-19 ນັ້ນ ຍັງແຜ່ລະບາດໄປທົ່ວໂລກຢ່າງໄວວາ ຈົນຫຼາຍຄົນບອກວ່າມັນເປັນເຊື້ອໄວຣັດທີ່ມາເລັ່ງກ້າວໜ້າຫຼາຍໆຢ່າງໃຫ້ເກີດຂຶ້ນ ລວມເຖິງ ພຶດຕິກຳ ແລະ ຄວາມຄາດຫວັງໃຫມ່ໆຂອງຜູ້ບໍລິໂພກ. ໃນບົດຄວາມນີ້  Wunderman Thompson ໄດ້ນຳສະເໜີ 5 ເທຣນຫຼັກທີ່ສະຫຼຸບຄວາມປ່ຽນແປງສຳຄັນໃນດ້ານພຶດຕິກຳ ແລະ ຄວາມຄາດຫວັງຂອງຜູ້ບໍລິໂພກ ເຊິ່ງມີຄວາມກ່ຽວຂ້ອງກັບແບຣນ ແລະ ສາມາດໃຊ້ເປັນແນວທາງໃຫ້ແບຣນຄວນຈະວາງແຜນ ແລະ ຕອບສະໜອງ ມາສະເໜີໃຫ້ທຸກຄົນໄດ້ອ່ານ. ຄວາມຄາດຫວັງຕໍ່ “ບໍລິສັດທີ່ດີ”  ຜູ້ບໍລິໂພກມີຄວາມຄາດຫວັງວ່າແບຣນຕ່າງໆ ຄວນຈະລວມຕົສສະແດງບົດບາດໃນດ້ານເຊີງບວກຢ່າງຈິງຈັງ ໂດຍການເຮັດປະໂຫຍດເພື່ອໂລກ ແລະ ຜູ້ຄົນໃນໄລຍະເວລາທີ່ເສດຖະກິດວິກິດແບບນີ້ ເຊິ່ງພົບວ່າຜູ້ບໍລິໂພກຫຼາຍກວ່າ 90% ລະບຸວ່າ ແບຣນ ຄວນມີໜ້າທີ່ຮັບຜິດຊອບໃນການຮ່ວມເບິ່ງແຍງໂລກ ແລະ ປະຊາຊົນຂອງໂລກຫຼາຍຂຶ້ນ ແລະ ຫຼາຍກວ່າ 71% ມີທັດສະນະຄະຕິສອດຄ້ອງກັນວ່າ ຫາກແບຣນເຫັນຜົນກຳໄລສຳຄັນກວ່າຜູ້ຄົນແລ້ວ ຜູ້ບໍລິໂພກຈະສູນເສຍຄວາມເຊື່ອຖືທີ່ມີຕໍ່ແບຣນນັ້ນໆຕະຫຼອດໄປ ເຊິ່ງເຫັນວ່າອົງກອນຂະໜາດໃຫຍ່ທົ່ວໂລກກຳລັງປັບປ່ຽນຍຸດທະສາດ ໂດຍເລີ່ມຍົກລະດັບຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນໃຫ້ມີຄວາມສຳຄັນ ຫຼາຍກວ່າ ຜົນກຳໄລ. ຕົວຢ່າງ: Pooj Morjaria ຜູ້ກໍ່ຕັ້ງ Did ...

Read More »

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

ເກີດເຫດນໍ້າມັນເຊື້ອໄຟຮົ່ວໄຫຼຢູ່ເຂດມະຫາສະໝຸດອາກຕິກ (Arctic)

ທ່ານ Putin ໄດ້ແນະນຳກ່ຽວກັບສະຖານະການສຸກເສີນ ພາຍຫຼັງທີ່ສາງເກັບນໍ້າມັນເຊື້ອໄຟຂະໜາດໃຫຍ່ ເກີດການຮົ່ວໄຫຼຢູ່ໃນຂອບເຂດມະຫາສະໝຸດ ອາກຕິກ (Arctic), ທ່ານ Vladimir Putin ໄດ້ສັ່ງໃຫ້ແຈ້ງພາວະສຸກເສີນ ຫລັງຈາກນໍ້າມັນກາຊວນຈໍານວນ 20.000 ໂຕນ ໄດ້ໄຫຼເຂົ້າສູ່ເຂດມະຫາສະໝຸດ Arctic. ເຫດການນີ້ ເກີດຈາກການຮົ່ວໄຫຼຂອງສາງເກັບນໍ້າມັນເຊື້ອໄຟຢູ່ໂຮງງານໄຟຟ້າ NTEK ທີ່ຢູ່ໃກ້ເມືອງ Norilsk ໃນວັນສຸກທີ່ຜ່ານມາ ໂດຍໂຮງງານດັ່ງກ່າວຂຶ້ນກັບບໍລິສັດ Nornickel ເຊິ່ງເປັນໜຶ່ງໃນໂຮງງານທ້ອງຖິ່ນທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ.   ລະຫວ່າງການປະຊຸມໃນວັນພຸດທີ່ຜ່ານມາ, ທ່ານ Putin ໄດ້ສະເໜີໃຫ້ ຫົວໜ້າບໍລິສັດຍ່ອຍ Nornickel ທີ່ເປັນເຈົ້າຂອງໂຮງງານໄຟຟ້າ NTEK ມາຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນ ເນື່ອງຈາກບໍລິສັດດັ່ງກ່າວລາຍງານພາກລັດຊ້າ ລັດມາຮູ້ 2 ມື້ຫລັງເກີດເຫດ ຈຶ່ງເປັນຈຸດທີ່ປະທານາທິບໍດີ Putin ຮ້າຍທັງບໍລິສັດ ແລະ ການປົກຄອງທ້ອງຖິ່ນ. ຈາກເຫດການດັ່ງກ່າວທ່ານ Putin ໄດ້ຕົກລົງເຫັນດີວ່າຈຳເປັນຕ້ອງມີພາວະສຸກເສີນແຫ່ງຊາດ ເພື່ອຮຽກຮ້ອງໃຫ້ມີການຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມອຸດົມສົມບູນ. ຄະນະກຳມະການສືບສວນຣັດເຊຍ ທີ່ກ່ຽວຂ້ອງກັບອາຊະຍາກຳໃຫຍ່ຄັ້ງນີ້ໄດ້ເວົ້າວ່າ ບໍລິສັດດັ່ງກ່າວ ໄດ້ດຳເນີນການສືບສວນຄະດີອາຍາ 3 ຄັ້ງ ກ່ຽວກັບອຸປະຕິເຫດ ແລະ ການຄວບຄຸມພະນັກງານໂຮງງານໄຟຟ້າ.   ປະລິມານການຮົ່ວໄຫຼຄັ້ງນີ້ ແມ່ນຫຼາຍກວ່າການຮົ່ວໄຫຼຂອງບໍລິສັດ Kerch ທີ່ເກີດຂຶ້ນໃນປີ 2007 ໂດຍມີການຮົ່ວໄຫຼຂອງນໍ້າມັນຈໍານວນ 5,000 ໂຕນ. ການຮົ່ວໄຫຼໃນເຂດທະເລດຳຄັ້ງນີ້ ເປັນຄັ້ງທີ່ໃຫຍ່ທີ່ສຸດສຳລັບປະເທດຣັດເຊຍ ...

Read More »

ທຸລະກິດມີຂຶ້ນມີລົງ ມາຮູ້ຈັກຂາຂຶ້ນຂອງບໍລິສັດ Zoom ແລະ​ ຂາລົງຂອງ 7​ ສາຍການບິນໃນໂລກ

ທ່າມກາງການຄຸ້ມຄອງການລະບາດຂອງ COVID-19, ຫຼາຍຄົນໄດ້ຫັນປ່ຽນໄປເຮັດວຽກ ແລະ ການພົບປະກັບຄົນໃນສັງຄົມມາຢູ່ເຮືອນ. ຖ້າຫາກທ່າອ່ຽງເຫຼົ່ານີ້ກາຍເປັນເລື່ອງປົກກະຕິ, ບາງບໍລິສັດກໍ່ອາດຈະຕ້ອງໄດ້ຈ່າຍເງິນຫຼາຍ. ມຸມມອງຂອງ Zoom ບໍລິສັດ Zoom Communications ໄດ້ຈັດແອັບທີ່ກ່ຽວກັບການໂທວີດີໂອແບບກຸ່ມ ໂດຍໄດ້ຮັບຄວາມສົນໃຈຈາກຜູ້ຄົນຈໍານວນຫຼາຍໃນການສື່ສານວຽກງານ ແລະ ການສຶກສາ ໂດຍສະເພາະແມ່ນປະຊຸມຜ່ານທາງວີດີໂອ ສິ່ງເຫຼົ່ານີ້ເປັນຕົວຢ່າງສໍາຄັນຂອງອົງກອນ. ວັນທີ 15 ພຶດສະພາ 2020 ມູນຄ່າຈາກຈໍານວນຜູ້ໃຊ້ແອັບຂອງ Zoom ເພີ່ມຂຶ້ນສູງເຖິງ 48.8 ພັນລ້ານໂດລາສະຫະລັດ ເຊິ່ງໃນປີຜ່ານມາ ມີລາຍຮັບພຽງ 623 ລ້ານໂດລາສະຫະລັດ ແລະ ນີ້ຄືສິ່ງທີ່ນໍາໄປສູ່ການເຕີບໂຕຢ່າງຍິ່ງໃຫຍ່ຂອງນະວັດຕະກໍາແອັບ ນັກວິເຄາະດ້ານອຸດສາຫະກຳ ໄດ້ກ່າວວ່ານັກທຸລະກິດໄດ້ໃຫ້ຄວາມສົນໃຈແອັບ due ເນື່ອງຈາກມີການໂຕ້ຕອບງ່າຍ ແລະ ຈາກປະສົບການຂອງຜູ້ໃຊ້ເຫັນວ່າຄວາມສາມາດໃນການຮອງຮັບຜູ້ເຂົ້າຮ່ວມເຖິງ 100 ຄົນໃນແຕ່ລະຄັ້ງ. ແອັບນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກສຶກສາ ສຳລັບການຮຽນຮູ້ທາງອິນເຕີເນັດຫຼັງຈາກ CEO Eric Yuan ໄດ້ ດຳເນີນບາດກ້າວພິເສດເພື່ອໃຫ້ໂຮງຮຽນ K-12 ສາມາດ ນຳໃຊ້ເວທີດັ່ງກ່າວໄດ້ໂດຍບໍ່ເສຍຄ່າ. ບັນດາຜູ້ເຂົ້າເຖິງ Zoom ໄດ້ເພີ່ມຂື້ນໃນເດືອນທີ່ຜ່ານມາ ໂດຍເພີ່ມຂຶ້ນຈາກ 10 ລ້ານຄົນໃນເດືອນທັນວາ 2019 ເຖິງ 300 ລ້ານຄົນໃນເດືອນເມສາ 2020. ສາຍການບິນທີ່ຢູ່ໃນຊ່ວງຂາລົງ ລາຍໄດ້ຂອງອຸດສາຫະກຳການບິນແມ່ນມີທ່າອ່ຽງຂອງຫຼຸດລົງເລື້ອຍໆ, ຍ້ອນວ່າຂໍ້ຈຳກັດສາກົນຈົນເຖິງຂັ້ນປິດສະໜາມບິນ, ...

Read More »

ຂ່າວດີ!! ລາວບໍ່ພົບຜູ້ຕິດເຊື້ອໂຄວິດ 53 ມື້ຕິດຕໍ່ກັນ ຍັງພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ

ເປັນມື້ທີ 53 ຕິດຕໍກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ໃນວັນທີ 3 ມິຖຸນາຜ່ານມາໄດ້ມີການກວດຫາເຊື້ອ 72 ຄົນລ້ວນເປັນຜົນລົບ ເຮັດໃຫ້ຕົວເລກຜູ້ປ່ວຍສະສົມມີພຽງ 19 ຄົນ ຕອນນີ້ໄດ້ອອກໂຮງໝໍແລ້ວ 18 ກໍລະນີ, ຍັງພຽງໜຶ່ງດຽວທີ່ນອນປິ່ນປົວຢູ່ໂຮງໝໍ. ໃນວັນທີ 4 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສະພາບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 3 ມິຖຸນາ 2020 ມີຜູ້ເຂົ້າມາທັງໝົດ 2.108 ຄົນ ຜ່ານດ່ານລາວ-ໄທ ...

Read More »

ບຣາຊິວ ຈະເລີ່ມທົດລອງວັກຊິນຕ້ານ​ໂຄ​ວິດ-19 ທີ່ພັດທະນາຈາກປະເທດອັງກິດ

ບຣາຊິວ ​ເປັນ​ປະ​ເທດກຳລັງ​ປະເຊີນ​ກັບ ​ການລະບາດ ຢ່າງ​ຮຸນ​ແຮງ ​ຂອງ​​ເຊື້ອ​ ພະຍາດ ​ໂຄ​ວິດ-19 ​ສໍານັກຂ່າວຕ່າງປະເທດເປີດ​ເຜີຍ​ວ່າ: ບຣາຊິວ ກຳລັງຈະ​ເລີ່​ມການ​ທົດ​ລອງ​ວັກຊິນ ຕ້ານ​ໂຄ​ວິດ-19 ທີ່​ພັດທະນາ​ຂຶ້ນ ​ໃນມະຫາວິທະຍາ​ໄລ ອ໋ອກຟອດ ຂອງ​ອັງກິດ ​ໃນ​ອາທິດ​ໜ້າ ແລະ ຈະ​ຖື​ເປັນ​ປະ​ເທດ ທຳ​ອິດ ທີ່​ເຂົ້າຮ່ວມ​ ໃນ​ການ​ທົດ​ລອງ​ຄັ້ງນີ້ ຫລັງ​ຈາກ ມະຫາວິທະຍາ​ໄລ ​ເຊົາ​ເປົາ​ໂລ ​ເຊິ່ງ​ເປັນ​ຜູ້​ປະສານ​ງານ​ ການ​ສຶກສາ ​ເປີດ​ເຜີຍ​ຕື່ມ​ວ່າ ບຣາຊິວ ຈະ​ທົດ​ລອງ​ວັກ​ຊິນ ກັບ​ອາສາ​ສະໝັກ 2.000 ຄົນ​ ໂດຍ​ອະທິການ​ບໍດີ ​ຂອງ​ມະຫາ ວິທະຍາ​ໄລ​ ກ່າວ​ວ່າ ການທົດລອງວັກຊິນໃນບຣາຊິວ ເປັນສິ່ງທີ່ຈຳເປັນ ເພາະບຣາຊິວ ເປັນປະເທດ ທີ່ມີການລະບາດ ພວມຢູ່ໃນລະດັບສູງ ບຣາຊິວ ເຊິ່ງເປັນແນວໜ້າແຫ່ງໃໝ່ຂອງການລະບາດ ໄດ້ເພີ່ມມາດຕະການ ຄວບຄຸມ ການລະບາດ ໃນພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດຫລັງມີລາຍງານ ຈຳນວນ ຜູ້ຕິດເຊື້ອ ໃນລະດັບສູງຂຶ້ນ ຂະນະທີ່ ຄວາມເປັນຫ່ວງ ເລື່ອງການລະບາດ ໃນອາເມລິກາລາຕິນ ກຳລັງເພີ່ມ​ຂຶ້ນ ​ເຖິງ​ວ່າ​ໃນຂົງ​ເຂດ​ອື່ນໆ​ຂອງ​ໂລກ ...

Read More »