News

ການຈັດລຳດັບຄວາມປອດໄພຫຼັງ COVID-19 ຂອງ 100 ປະເທດທໍາອິດໃນໂລກ

ຫຼັງຈາກທີ່ໂຄວິດລະບາດແລ້ວປະເທດທີ່ມີມາດຕະການດ້ານຄວາມປອດໄພ ອັນດັບທຳອິດແມ່ນປະເທດ Switzerland ທີ່ສາມາດຕອບສະໜອງຕໍ່ວິກິດການຢ່າງໄວວາ ແລະ ມີຄວາມພ້ອມລະດັບສູງໃນພາວະສຸກເສີນ ເປັນປະເທດທີ່ປອດໄພທີ່ສຸດໃນໂລກ ໃນສະຖານະການ COVID-19  ແລະ ສຳລັບປະເທດລາວ ແມ່ນຢູ່ໃນອັນດັບທີ 99 ຂອງໂລກ. ສິ່ງທີ່ໜ້າສົນໃຈ ຄືການປ່ຽນແປງທີ່ສໍາຄັນໃນການຈັດອັນດັບຄວາມປອດໄພຫຼາຍເດືອນຂອງການລະບາດຄັ້ງນີ້ ພ້ອມກັນນັ້ນ ຍັງເຫັນວ່າ ປະເທດທີ່ມີເສດຖະກິດເຂັ້ມແຂງຢູ່ໃນອັນດັບທີ່ສູງ. 100 ອັນດັບທຳອິດ ຂອງປະເທດທີ່ມີມາດຕະການດ້ານປອດໄພ ໃນສະຖານະການຫຼັງ COVID-19 ລະບາດມີດັ່ງລຸ່ມນີ້: Switzerland   Germany  Israel Singapore Japan Austria China Australia New Zealand South Korea1 United Arab Emirates Canada Hong Kong Norway Denmark Taiwan Saudi Arabia Hungary Netherlands Vietnam Kuwait Iceland Bahrain Finland Luxembourg Qatar Liechtenstein Poland Lithuania Malaysia Latvia Slovenia Oman ...

Read More »

ມາຮູ້ຈັກ!!! “New Normal” ພຶດຕິກໍາກ່ຽວກັບການໃຊ້ເທັກໂນໂລຢີ

 1. ຄົນບາງກຸ່ມຕ້ອງການເຂົ້າເຖິງເທັກໂນໂລຢີທີ່ໃຊ້ຮັບຮູ້ຂ່າວສານໄດ້ໄວຂຶ້ນ ເທັກໂນໂລຢີ ເປັນສ່ວນໜຶ່ງໃນການເຮັດໃຫ້ຮັບຮູ້ຂ່າວສານທີ່ດີທີ່ສຸດ ສະຖານະການທີ່ສຸ່ມສ່ຽງ ແລະ ວິທີການຮັບມື ເປັນສິ່ງທີ່ຄົນເຮົາສົນໃຈຫຼາຍ ແລະ ພວກເຮົາຈະຮັບຮູ້ບໍ່ໄດ້ຖ້າຫາກຂາດເທັກໂນໂລຢີ. 2. ຜູ້ບໍລິໂພກ ຕ້ອງການເທັກໂນໂລຢີທີ່ຊ່ວຍອໍານວຍຄວາມສະດວກດ້ານຄວາມປອດໄພ ກ່ຽວກັບຊ່ອງທາງການຕິດຕໍ່ກັບໂຮງໝໍ ຫຼືໜ່ວຍງານທີ່ໃຫ້ຄວາມຊ່ວຍເຫຼືອດ້ານຕ່າງໆເຊັ່ນ: ໜ່ວຍກູ້ໄພ, ຕໍາຫຼວດ, ໜ່ວຍງານພາກລັດ ແລະ ເຂດ… 3. ຜູ້ບໍລິໂພກຕ້ອງການເທັກໂນໂລຢີທາງການແພດ ທີ່ມີປະສິດທິພາບຫຼາຍຂຶ້ນ ຈາກການຂາດແຄນອຸປະກອນເທັກໂນໂລຢີທາງການແພດ ໃນສະຖານະການ Covid-19 ເຮັດໃຫ້ຄົນເລີ່ມເຫັນວ່າ ອຸປະກອນເຫຼົ່ານີ້ມີຄວາມສໍາຄັນ ແລະ ຄວນທີ່ຈະມີຈໍານວນທີ່ເພີ່ມຂຶ້ນ ເພື່ອພຽງພໍສໍາລັບຄວາມຕ້ອງການຂອງຄົນ. ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Read More »

ຂ່າວດີ!!! 58 ມື້ ສປປ ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ…

ຮັບຟັງຂ່າວດີ ມາເກືອບ 2 ເດືອນເຕັມແລ້ວ ສໍາລັບສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ທີ່ນັບມື້ຜ່ອນຄາຍລົງເລື້ອຍໆ, ຫຼ້າສຸດ ມື້ນີ້ ປອດເຊື້ອອີກຄັ້ງ ຫຼັງເກັບຕົວຢ່າງມາກວດວິເຄາະ 319 ຄົນ ໃນວັນທີ 8 ມິຖຸນາ 2020 ຜົນກວດລ້ວນເປັນລົບ. ເຮັດໃຫ້ຍອດຜູ້ຕິດເຊື້ອໃນລາວສະສົມຢູ່ທີ່ 19 ຄົນ. ໃນວັນທີ 9 ມິຖຸນາ 2020 ທີ່ ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມມີສທ່ມວນຊົນເຂົ້າຮ່ວມ. ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 8 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ...

Read More »

ມາເບິ່ງ ຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ໃຊ້ແຮງງານ ຢູ່ ສປປ ລາວ ແມ່ນ ຈັກກີບ/ເດືອນ?

ປັດຈຸບັນນີ້ ຍັງມີຫຼາຍຄົນ ທີ່ຍັງບໍ່ທັນຮູ້ ແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານຢູ່ ສປປ ລາວ🇱🇦🇱🇦 ມີເທົ່າໃດກັນແທ້??? 👉👉👉 ຄຳຕອບພ້ອມແລ້ວ….

Read More »

ລົງທຶນບໍ່ຫຼາຍ ແຕ່ຜົນຕອບຮັບດີ ເປັນສິ່ງທີ່ນັກທຸລະກິດຕ່າງກໍສົນໃຈ…

ຈາກສະຖານະການຂອງເສດຖະກິດປັດຈຸບັນ ເປັນເລື່ອງຍາກທີ່ຈະສ່ຽງລົງທຶນມະຫາສານ ເພາະການລົງທຶນບໍ່ຫຼາຍ ແຕ່ຜົນຕອບຮັບດີ ເປັນສິ່ງທີ່ນັກທຸລະກິດຕ່າງກໍສົນໃຈ ແລະ ຄຽງຄູ່ກັບທຸລະກິດການຈັດສົ່ງ Delivery ໃນປັດຈຸບັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກຄົນຈໍານວນຫຼາຍ ທັງໃນປະເທດລາວ ແລະ ຕ່າງປະເທດ ຫຼາຍຮ້ານໄດ້ເພີ່ມການຈັດສົ່ງສິນຄ້າຮອດເຮືອນ ຈາກທີ່ຂາຍໜ້າຮ້ານຢ່າງດຽວ. ເຫັນໄດ້ວ່າໃນປະເທດເພື່ອນບ້ານ ລັດຖະບານໄດ້ເລີ່ມໃຫ້ຮ້ານອາຫານຕ່າງໆໃນສູນການຄ້າເປີດບໍລິການຄືນໃໝ່ ແຕ່ວ່າບໍ່ແມ່ນທຸກຮ້ານຈະກັບມາເປີດບໍລິການຕາມປົກກະຕິ ເພາະຍັງຕ້ອງໄດ້ປະເມີນວ່າຖ້າເປີດແລ້ວຄຸ້ມຄ່າບໍ. ສຳລັບບໍລິສັດ Sizzler ແມ່ນໄດ້ເປີດຮ້ານຄືນປະມານ 80% ຫລື 40 ໃນຈຳນວນ 57 ຮ້ານ, ຍ້ອນວ່າບາງຮ້ານຍັງບໍ່ພ້ອມທີ່ຈະໃຫ້ບໍລິການ ເນື່ອງຈາກການຈະລາຈອນຍັງມີຂໍ້ຫ້າມຫຼາຍ ເຮັດໃຫ້ລູກຄ້າພຽງແຕ່ 20% ຂອງພື້ນທີ່ເທົ່ານັ້ນທີ່ຍັງມາກິນອາຫານໃນຮ້ານ ຫຼືບາງສາຂາມີປະມານ 40% ເທົ່ານັ້ນ ແຕ່ເຖິງແມ່ນວ່າລູກຄ້າຈະມາກິນເຂົ້າຢູ່ຮ້ານເຕັມກໍ່ຕາມ ລາຍໄດ້ກໍຍັງບໍ່ເຕັມທີ່, ສິ່ງທີ່ບໍລິສັດ Sizzler ເຮັດໄດ້ຄືຫຼຸດຜ່ອນຄ່າໃຊ້ຈ່າຍໃນດ້ານອື່ນໆເຊັ່ນ: ການເຊົ່າສະຖານທີ່, ຄ່າໃຊ້ຈ່າຍດ້ານຄວາມປອດໄພ ເຊິ່ງແມ່ນສິ່ງທີ່ຮ້ານອາຫານຕ້ອງມີ.   ທ່ານ Korn Sirithat ຜູ້ຈັດການທົ່ວໄປ ແລະ ທ່ານ Nongchanok Sathananon ຮອງປະທານບໍລິຫານກຸ່ມ Marketing ບໍລິສັດ SLRT ຈຳກັດ ຜູ້ໃຫ້ບໍລິການຮ້ານອາຫານພາຍໃຕ້ຍີ່ຫໍ້ Sizzler, ຍອມຮັບວ່າສິ່ງທ້າທາຍໃນການເຮັດທຸລະກິດໃນປັດຈຸບັນຍັງມີອີກຫຼາຍຢ່າງ ຈາກເບື້ອງຕົ້ນຄືເຮັດໃຫ້ລູກຄ້າເຂົ້າມາ ແລະ ...

Read More »

New Zealand ເປັນປະເທດ​ທຳ​ອິດ​ ທີ່ສາມາດຄວບຄຸມການແຜ່ລະບາດຂອງ​​ໂຄ​ວິດ-19 ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ

ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ປະກາດ​ວ່າ: ນິວຊີແລນ ສາມາດ ຄວບຄຸມການແຜ່ລະບາດ ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ພາຍໃນ​ປະ​ເທ​ດ​ຂອງຕົນໄດ້​ແລ້ວ ​ໂດ​ຍນັບ​ເປັນ​ ປະ​ເທດ​ທຳ​ອິດ​ ທີ່​ເຮັດ​ໄດ້​ສຳ​ເລັດ ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ ​ເຫລືອ​ໄວ້​ພຽງ ການ​ປິດ​ຊາຍ​ແດນ.  ຫລັງ​ຈາກນີ້ ລັດຖະບານ ຈະ​ຫລຸດຜ່ອນ​ມາດ​ຕະການ​ເຝົ້າລະວັງ ຈາກ​ລະດັບ ສອງ ລົງ​ມາ​ເປັນ​ລະດັບ​ໜຶ່ງ ຄື​ຍົກ​ເລີກ​ ການ​ເວັ້ນ ​ໄລຍະ​ຫ່າງ ທາງ​ສັງຄົມ ​ຕັ້ງ​ແຕ່​ຕອນ​ທ່ຽງ​ຄືນ ວັນ​ທີ 8ມິຖຸນາ​ 2020 ຈາກ​ນີ້​ເປັນຕົ້ນ​ໄປ ກິດຈະກຳ​ສ່ວນ​ຕົວ ​ແລະ ສາທາລະນະ, ການ​ຄ້າ​ຍ່ອຍ ​ແລະ ທຸລະ​ກິດ​ບໍລິການ ລວມ​ເຖິງ ການ​ຂົນ​ສົ່ງ ສາທາລະນະ​ທັງ​ໝົດ ຈະ​ສາມາດ ​ກັບ​ມາ​ໃຫ້​ບໍລິການ​ໄດ້ ໂດຍ​ບໍ່​ຕ້ອງ​ເວັ້ນ ​ໄລຍະ​ຫ່າງ ​ທາງ​ສັງຄົມ ​ຄື​ກັບ​ທົ່ວ​ໂລກ ຍັງ​ຕ້ອງ​ປະຕິບັດ​ຢູ່. ປັດຈຸບັນ ນິວຊີແລນ ຢືນ​ຢູ່​ໃນ​ຈຸດ​ທີ່​ປອດ​ໄພ​ກວ່າ ​ແລະ ​ເຂັ້ມ​ແຂງ​ ...

Read More »

ໜ້າເສົ້າໃຈທີ່ລັດຖະບານບຣາຊິວພະຍາຍາມປົກປິດຂໍ້ມູນຕໍ່ປະຊາຊົນແບບນີ້…

ປະເທດບຣາຊິວໄດ້ລົບຂໍ້ມູນທີ່ໄດ້ບັນທຶກໄວ້ຫຼາຍເດືອນກ່ຽວກັບການແຜ່ລະບາດຂອງ Covid-19 ອອກຈາກ Website ຂອງລັດຖະບານທ່າມກາງການວິພາກວິຈານການຈັດການຂອງປະທານາທິບໍດີ Jair Bolsonaro ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ. ກະຊວງສາທາລະນະສຸກກ່າວວ່າ ດຽວນີ້ຈະມີການລາຍງານກໍລະນີຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດພາຍໃນ 24 ຊົ່ວໂມງເທົ່ານັ້ນ, ເຊິ່ງບໍ່ໄດ້ສະແດງຕົວເລກທັງໝົດຄືກັນກັບປະເທດສ່ວນໃຫຍ່. ປະເທດບຣາຊິວ ມີຕົວເລກຂອງຜູ້ຕິດເຊື້ອສູງເປັນອັນດັບທີ 2 ຂອງໂລກ ແລະ ເມື່ອບໍ່ດົນມານີ້ ມີຜູ້ເສຍຊີວິດຫຼາຍກວ່າປະເທດອື່ນໆ. ຂົງເຂດອາເມລິກາລາຕິນ ມີຜູ້ຕິດເຊື້ອຫຼາຍກ່ວາ 640,000 ຄົນ, ແຕ່ເຊື່ອວ່າຈຳນວນຕົວຈິງຍັງສູງກວ່າຫຼາຍ ຍ້ອນບໍ່ໄດ້ກວດທົ່ວເຖິງ ເຊິ່ງຜູ້ຕິດເຊື້ອຫລາຍກວ່າ 35,000 ຄົນ ໄດ້ເສຍຊີວິດ, ເປັນຕົວເລກທີ່ສູງອັນດັບທີ3 ຂອງໂລກ. ຜູ້ນຳໄດ້ຖືກວິພາກວິຈານກ່ຽວກັບການປະຕິເສດມາດຕະການ Lock down ທີ່ໄດ້ແນະນຳ ໂດຍອົງການອະນາໄມໂລກ (WHO)  ໃນວັນເສົາທີ່ຜ່ານມາ ກະຊວງສາທາລະນະສຸກໄດ້ລົບຂໍ້ມູນກ່ຽວກັບ Covid-19 ທີ່ໄດ້ບັນທຶກໄວ້ໃນແຕ່ລະໄລຍະອອກຈາກ Website ທາງການຂອງລັດ ແລະ ເທດສະບານ ເຊິ່ງກະຊວງພຽງແຕ່ລະບຸວ່າມີ 27.075 ກໍລະນີຜູ້ຕິດເຊື້ອໃໝ່ ແລະ ຈໍານວນຜູ້ເສຍຊີວິດ 904 ກໍລະນີ, ພ້ອມທັງກ່າວອີກວ່າ ຜູ້ປ່ວຍຈໍານວນ 10,209 ຄົນ ໄດ້ປິ່ນປົວດີແລ້ວ. ໃນ Twitter, ...

Read More »

ມາຮູ້ຈັກ!!! “New Normal ການບໍລິໂພກສື່ໃນຮູບແບບໃໝ່

1. ລະບົບ streaming ຈະເຂົ້າມາມີອິດທິພົນໃນຜູ້ບໍລິໂພກຫຼາຍຂຶ້ນ ເນື່ອງຈາກເປັນຄອນເທັນທີ່ເຂົ້າເຖິງງ່າຍ ແລະ ມີຫຼາກຫຼາຍຮູບແບບ ຕັ້ງແຕ່ຄວາມບັນເທີງ, ສາລະໜ້າຮູ້, ຂ່າວສານ ແລະ ອື່ນໆ. 2. ສື່ໃຫຍ່ຈະມີການຈັດກິດຈະກໍາຜ່ານລະບົບ Online ຫຼາຍຂຶ້ນ ຍົກຕົວຢ່າງ What the Duck ທີ່ມີການຈັດຄອນເສີດ Online ແລະ ເບິ່ງຄືວ່າກິດຈະກໍາແບບນີ້ຍັງມີແງ່ມຸມທີ່ໜ້າສົນໃຈອີກຫຼາຍຢ່າງ. 3. ອາຊີບ streamer ກໍາລັງເປັນທີ່ໜ້າສົນໃຈຂອງຜູ້ຄົນ ໂດຍການ Live ສົດ ເປັນຮູບແບບການເຮັດຄອນເທັນທີ່ສາມາດເຮັດໄດ້ງ່າຍດ້ວຍການໃຊ້ງົບປະມານທີ່ນ້ອຍ ພ້ອມທັງຍັງເປັນທີ່ສົນໃຈຂອງຄົນເບິ່ງອີກ ເປັນຫຍັງຫຼາຍຄົນຈຶ່ງຈະບໍ່ຢາກເຮັດອາຊີບນີ້ແມ່ນບໍ? 4. ຂ່າວສານບ້ານເມືອງ ຈະເປັນສິ່ງທີ່ຄົນໃຫ້ຄວາມສົນໃຈຫຼາຍຂຶ້ນ ຫຼັງຈາກສະຖານະການທີ່ເກີດຂຶ້ນ ບໍ່ວ່າເລື່ອງການເມືອງ, ເສດຖະກິດ, ອາດສະຍາກໍາ ລວມເຖິງເລື່ອງສ່ວນບຸກຄົນຂອງຜູ້ທີ່ມີຊື່ສຽງ ລ້ວນແຕ່ມີສ່ວນກ່ຽວຂ້ອງກັບຜູ້ຄົນທົ່ວໄປ ຈຶ່ງບໍ່ແມ່ນເລື່ອງແປກທີ່ຄວາມສົນໃຈດ້ານນີ້ຈະເພີ່ມສູງຂຶ້ນ. 5. ຄອນເທັນບັນເທີງຍັງເປັນທີ່ສົນໃຈຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເລື່ອງ Drama ຫຼືຕະຫຼົກ ເອີ້ນໄດ້ວ່າບັນເທີງຍັງເປັນຢາຮັກສາອາລົມຂອງຄົນໃນສັງຄົມໄດ້ດີ ແລະ ຄິດວ່າຍັງມີຄວາມຕ້ອງການຄອມເທັນແບບນີ້ເພີ່ມສູງຂຶ້ນອີກດ້ວຍ.  6. ຄົນເຮົາຕ້ອງການຄອນເທັນ How To ຫຼາຍຂຶ້ນ ວິທີການໃນການເຮັດຫຍັງກໍຕາມໂດຍໃຊ້ຫຼັກການ ຜູ້ຄົນແມ່ນໃຫ້ຄວາມສົນໃຈຫຼາຍຂຶ້ນ ທັງໃນການເຮັດວຽກ, ການໃຊ້ຊີວິດ ຫຼືແມ່ນແຕ່ວິທີຄິດຕໍ່ສະຖານະການຕ່າງໆ ຫຼັກການເຫຼົ່ານີ້ເປັນຄືກັບຫຼັກການທີ່ຈະເປັນທາງອອກແກ່ຜູ້ຄົນ. 7. ຜູ້ບໍລິໂພກຊອກຫາແນວທາງການເຮັດວຽກໃໝ່ໆ ຈາກຄອນເທັນໃນໂລກ Online Online ...

Read More »

ສໍາຫຼັບຜູ້ໃດທີ່ເດີນທາງໄປທ່ອງທ່ຽວເມືອງ ວັງວຽງ ຄວນເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 …

ອົງການປົກຄອງເມືອງວັງວຽງ, ແຂວງວຽງຈັນ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເພີ່ມຄວາມເອົາ ໃຈໃສ່ ເຄື່ອນໄຫວຕິດຕາມສະພາບຄວາມເປັນລະບຽບຮຽບຂອງການທ່ອງທ່ຽວພາຍໃນເມືອງໃຫ້ເຂັ້ມງວດກ່ວາເກົ່າ ຫລັງຈາກສະພາບການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ ແຕ່ມີນັກທ່ອງທ່ຽວພາຍໃນປະເທດຈໍານວນຫລາຍສົມຄວນບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍານົດໄວ້. ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດວ່າ: ຫລັງຈາກທີ່ລັດຖະບານ ມີມາດຕະການຜ່ອນພັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເປັນຈໍານວນຫລວງ ຫລາຍ ໂດຍສະເພາະໃນໄລຍະທ້າຍເດືອນພຶດສະພາ ຜ່ານມາ ເນື່ອງຈາກເປັນໄລຍະພັກຍາວ ເຮັດໃຫ້ຢູ່ຕາມໂຮງ ແຮມ-ເຮືອນພັກ, ຮ້ານອາຫານ ແລະ ບັນດາສະ ຖານທີ່ທ່ອງທ່ຽວສໍາຄັນເຕັມໄປດ້ວຍນັກທ່ອງທ່ຽວ. ນີ້ຖືເປັນພາບພົດອັນດີທີ່ບົ່ງບອກວ່າການທ່ອງທ່ຽວຢູ່ເມືອງວັງວຽງ ເລີ່ມກັບມາຄຶກຄື້ນອີກຄັ້ງ. ຢ່າງໃດກໍ່ຕາມ ມີນັກທ່ອງທ່ຽວຈໍານວນຫລາຍສົມຄວນ ໄດ້ນໍາເອົາອາຫານ-ເຄື່ອງດື່ມ ແລະ ເຄື່ອງສຽງໃສ່ລົດສ່ວນຕົວແລ້ວໄປຈອດຢູ່ຕາມສະ ຖານທີ່ທ່ອງທ່ຽວສໍາຄັນ ໂດຍສະເພາະຢູ່ຖະໜົນແຄມນໍ້າຊອງທີ່ສ້າງຂຶ້ນໃໝ່ ແລ້ວເປີດເພັງເນືອງນັນ ແລະ ມົ່ວສຸມຊຸມແຊວຢ່າງລື່ນເລີງ ສົ່ງຜົນກະທົບຕໍ່ຜູ້ອື່ນທີ່ຕ້ອງການໄປພັກຜ່ອນແບບສະຫງົບ. ນອກຈາກນີ້ ຍັງຜິດຕໍ່ລະບຽບການທີ່ຄະນະສະເພາະກິດກໍານົດໄວ້ ຍ້ອນບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ. ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຄື່ອນໄຫວກວດກາຢູ່ບັນດາຫົວໜ່ວຍບໍລິ ການ ແລະ ສະຖານທີ່ທ່ອງທ່ຽວພາຍໃນເມືອງ ...

Read More »

ຊົມເຊີຍ!! ສປ. ຈີນ ມອບອຸປະກອນການແພດ ຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກວ່າກີບ ໃຫ້ ສປປ ລາວ

ແຂວງຫູໜານ ສປ ຈີນ ມອບອຸປະກອນການແພດ ປະກອບມີ ຜ້າອັດປາກ N95 ຈໍາ ນວນ 5.000 ອັນ, ຜ້າອັດປາກສຳລັບແພດ ນໍາໃຊ້ທົ່ວໄປ 10.000 ອັນ, ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ແລະ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000 ຊຸດ ລວມມູນຄ່າ 300 ລ້ານກວ່າກີບ, ເຊິ່ງພິທີມອບອຸປະກອນການແພດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2020ທີ່ຜ່ານມາ. ມອບໂດຍ ທ່ານ ສົງ ເຈ່ເຟິງ ປະທານບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ໄດ້ຕາງໜ້າໃຫ້ອໍານາດ ການປົກຄອງ ແຂວງຫູໜານ ສປ ຈີນ ແລະ ຮັບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ. ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ ລັດຖະບານຈີນ ກໍຄື ...

Read More »