News

ຂ່າວດີ!!! ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຊິ່ງຫຼ້າສຸດຈາກການເກັບຕົວ ຢ່າງມາກວດວິເຄາະທັງໝົດ 207 ຄົນໃນວັນທີ 10 ມິຖຸນາ 2020 ແມ່ນບໍ່ພົບເຊື້ອໄວຣັສປອດອັກເສບ. ໃນວັນທີ 11 ມິຖຸນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ. ຜ່ານການຖະແຫຼງຂ່າວໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 10 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 207 ຄົນ, ໃນນັ້ນ: ແຮງງານລາວກັບມາແຕ່ໄທ 182 ຄົນ, ແຮງງານຫວຽດນາມ 17 ຄົນ ແລະ ກໍລະນີສົງໄສ 08 ຄົນ. ...

Read More »

ຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ຂອງກະຊວງ, ອົງການ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີຄວາມຈະແຈ້ງ ແລະ ເປັນເອກະພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນວັນທີ 20/02/2020 ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ອອກດຳລັດສະບັບເລກທີ 127/ລບ ວ່າດ້ວຍຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງດຳລັດດັ່ງກ່າວມີລາຍລະອຽດດັ່ງລຸ່ມນີ້:

Read More »

ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ໃນນາມເປັນເຈົ້າພາບ ໄດ້ກ່າວເປີດ ກອງປະຊຸມທາງໄກສະໄໝພິເສດ ຂອງ​ລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ພາຍໃຕ້ຫົວຂໍ້: ການຫລຸດຜ່ອນຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ວັນທີ 10 ມິຖຸນາ 2020ໂດຍຜ່ານ (Video Conference) ເປັນທາງການ, ໂດຍ ມີບັນດາ ທ່ານລັດຖະມົນຕີ ປະເທດສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມເຂົ້າຮ່ວມ. ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຖືເປັນໂອກາດທີ່ດີຫຼາຍ ທີ່ພວກເຮົາຈະໄດ້ພ້ອມກັນ ປຶກສາຫາລືແລກປ່ຽນ ຄໍາຄິດເຫັນ, ບົດຮຽນໃນລະດັບຊາດ ແລະ ບູລິມະສິດຍຸດທະສາດໃນການຈັດຕັ້ງປະຕິບັດວາລະຂອງ ອາຊຽນ ກ່ຽວກັບການປົກປ້ອງສັງຄົມ ແລະ ສະຫວັດດີການສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ໃນຊ່ວງເວລາ ທີ່ມີການລະບາດຂອງພະຍາດ ໂຄວິດ-19, ເພື່ອເປັນແນວທາງໃນການຍົກສູງ ພາລະບົດບາດ ການເປັນຈຸດປະສານງານຂອງພາກພື້ນ ...

Read More »

ດ່ວນ!!! ປັບລາຄານໍ້າມັນເຊື້ອ​ໄຟຂຶ້ນ ​ໃນຂອບເຂດທົ່ວປະເທດ​ ເລີ່ມປະຕິບັດນັບແຕ່ 6:00​ ໂມງ​ຂອງວັນທີ​ 12​ ມິຖຸນາ​ 2020 ເປັນຕົ້ນໄປ…

ກະຊວງອຸດສາຫະກຳແລະການຄ້າ ອອກແຈ້ງການ​ເລກທີ​ 0553/ອຄ.ກຄພນ​ ລົງວັນທີ​ 11​ ມິຖຸນາ​ 2020​ ວ່າດ້ວຍປັບຂຶ້ນລາຄາຂາຍຍ່ອຍນໍ້າມັນ ເຊື້ອ​ໄຟ​ໃນຂອບເຂດທົ່ວປະເທດ​ ເລີ່ມປະຕິບັດນັບແຕ່ 6:00​ ໂມງ​ຂອງວັນທີ​ 12​ ມິຖຸນາ​ 2020

Read More »

ມາຮູ້ຈັກ!!! “New Normal” ດ້ານທຸລະກິດຫຼັງ Covid-19

1. ທຸລະກິດດ້ານເທັກໂນໂລຢີຂັ້ນສູງຈະມີການພັດທະນາຢ່າງເຫັນໄດ້ຊັດເຈນ ເພາະຈາກສະຖານະການ Covid-19 ທີ່ທຸກຄົນຫັນໄປໃຫ້ຄວາມສົນໃຈກັບເທັກໂນໂລຢີ ເຮັດໃຫ້ສິ່ງເຫຼົ່ານີ້ ເປັນໂອກາດຂອງທຸລະກິດສາຍນີ້ຈະເລັ່ງແກ້ບັນຫາ ຈົນອາດສາມາດສ້າງຈຸຢືນທີ່ໝັ້ນຄົງໃນຕະຫຼາດໄດ້. 2. ທຸລະກິດ Start-up ຈະເປັນເລື່ອງທີ່ຍາກຂຶ້ນ ເນື່ອງຈາກທຸລະກິດແນວນີ້ ຈະຕ້ອງມີນັກລົງທຶນເປັນສ່ວນທີ່ຫຼໍ່ລ້ຽງ ແລະ ພັດທະນາທຸລະກິດ ແຕ່ສະພາວະທີ່ເປັນຢູ່ ແລະ ຫຼັງຈາກນີ້ ຈະຍັງເປັນຊ່ວງເວລາທີ່ນັກລົງທຶນ ຈະຄໍານຶງໃນສ່ວນຂອງການລົງທຶນເອົາໄວ້ຢູ່. 3. ທຸລະກິດຕ່າງໆ ຈະລົງທຶນກັບລະບົບ E-Commerce ຫຼາຍຂຶ້ນ ຜົນກະທົບຈາກ Covid-19 ເຮັດໃຫ້ພຶດຕິກໍາຂອງຜູ້ບໍລິໂພກປ່ຽນໄປ ແລະ ເບິ່ງຄືວ່າລະບົບ E-Commerce ຈະສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ເປັນຢ່າງດີ. 4. ທຸລະກິດແຟຊັ່ນຈະມີ Platform ເປັນຂອງຕົວເອງ ເຊິ່ງໃນ Platform ນີ້ ຈະມີເທັກໂນໂລຢີທີ່ຈໍາເປັນສໍາລັບການສື່ສານກັບລູກຄ້າໂດຍບໍ່ຕ້ອງໄປທີ່ໜ້າຮ້ານ ເພື່ອຫຼຸດຜ່ອນການເກີດເຫດການທີ່ບໍ່ຄາດຄິດເຊັ່ນວ່າ ການລອງເຄື່ອງນຸ່ງຜ່ານລະບົບ 3D Showroom ເປັນຕົ້ນ. 5. ທຸລະກິດກ່ຽວກັບຄ້າຍ່ອຍທີ່ຂາຍສິນຄ້າບໍ່ຈໍາເປັນຈະຕ້ອງປັບຕົວເຂົ້າສູ່ລະບົບ Online  ຮ້ານຄ້າຍ່ອຍທີ່ຂາຍສິນຄ້າບໍ່ຈໍາເປັນເຊັ່ນວ່າ: ອຸປະກອນກໍ່ສ້າງ, ຂອງຕົກແຕ່ງ ແລະ ອື່ນໆ ຈະຕ້ອງເຂົ້າສູ່ລະບົບ Online ຫຼາຍຂຶ້ນໃນສັດສ່ວນ 70% ເພື່ອເຂົ້າເຖິງຜູ້ບໍລິໂພກທີ່ມີພຶດທິກໍາການຊື້ສິນຄ້າເຫຼົ່ານີ້ຜ່ານລະບົບ Online ຫຼາຍຂຶ້ນ. 6. ທຸລະກິດຮ້ານອາຫານຈະມີການປັບຮູບແບບໃໝ່ ເພີ່ມໄລຍະເວລາຫຼາຍຂຶ້ນ ຈາກບົດຮຽນຂອງ Covid-19 ທຸລະກິດຮ້ານອາຫານກໍເລີ່ມຈະໃຫ້ຄວາມສໍາຄັນກັບພື້ນທີ່ໃນຮ້ານຫຼາຍຂຶ້ນ ເພື່ອເພີ່ມຄວາມປອດໄພໃນເລື່ອງຂອງສຸຂະອະນາໄມ ແລະ ເຫດການບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຢູ່ສະເໝີ. ການປ່ຽນແປງທາງສັງຄົມທີ່ເກີດຂຶ້ນ ຈະເອີ້ນວ່າທິດສະດີ New Normal ສິ່ງເຫຼົ່ານີ້ຈະມີຜົນກະທົບຢ່າງຫຼວງຫຼາຍກັບສະພາບເສດຖະກິດ, ...

Read More »

ແຈ້ງການດ່ວນ!!! ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່…

ແຈ້ງການ ຈາກຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາ ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ 💡 ປີ 2020-2025 ຄືນໃໝ່ !!!

Read More »

ລັດຖະບານປະກາດໄຊຊະນະ ໃນບັ້ນຮົບທີ່ 1 ໃນການຕໍ່ສູ້ກັບພະຍາດໂຄວິດ-19​ ສໍາເລັດ!!!

ໃນວັນທີ 10 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງວ່າ: ມາຮອດມື້ນີ້ ວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນປະເທດລາວເຮົາ ຕົວເລກໄດ້ກາຍເປັນເລກ 0 ແລ້ວ, ຂ້າພະເຈົ້າຄິດວ່າປະຊາຊົນລາວຈະໄດ້ຮັບຮູ້ຂ່າວນີ້ແລ້ວແຕ່ວັນທີ 9 ມິຖຸນາຜ່ານມາແລ້ວ ເພາະເປັນມື້ທີ່ກະຊວງສາທາລະນະສຸກ ໄດ້ປະກາດອະນຸຍາດໃຫ້ຜູ້ຕິດເຊື້ອທີ່ປິ່ນປົວດີແລ້ວອອກໂຮງໝໍເປັນຄົນສຸດທ້າຍ, ເຊິ່ງນີ້ບໍ່ສະເພາະແຕ່ເປັນຂ່າວດີເທົ່ານັ້ນແຕ່ຍັງເປັນຄວາມທະນົງໃຈຂອງຄົນລາວເຮົາໃນທົ່ວປະເທດ ນັບທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດອີກດ້ວຍ. ການທີ່ປະເທດເຮົາ ໄດ້ເປັນປະເທດປອດຈາກ ໂຄວິດ-19 ໃນມື້ນີ້ນັ້ນ, ກໍ່ໝາຍຄວາມວ່າ ບັ້ນຮົບທີ 1 ທີ່ໄດ້ເປີດສາກ ນັບແຕ່ມີຄໍາສັ່ງ 06/ນຍ, ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ, ລົງວັນທີ 06 ເມສາ ...

Read More »

ຂ່າວດີ!! ຕອນນີ້ ສປປ ລາວເຮົາກາຍເປັນປະເທດປອດຜູ້ຕິດເຊື້ອໂຄວິດ-19 ແລ້ວ

ນັບເປັນເວລາ 59 ມື້ ທີ່ ສປປ ລາວ ບໍ່ມີລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຂ່າວດີຍິ່ງກວ່າອີກແມ່ນ ຜູ້ປ່ວຍຕິດເຊື້ອທັງ 19 ຄົນ ປິ່ນປົວຫາຍດີ ອອກໂຮງໝໍໝົດແລ້ວ ໂດຍຄົນສູດທ້າຍແມ່ນອອກໃນວັນທີ 9 ມິຖຸນາ 2020 ທີ່ຜ່ານມາ. ໃນວັນທີ 10 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫຼງກ່ຽວກັບຄວາມຄືບໜ້າຂອງວຽກງານການເຝົ້າລະວັງ ແລະ ຄວບຄຸມຂອງການລະບາດເຊື້ອພະຍາດໂຄວິດ-19 ໂດຍມີບັນດາສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ໃຫ້ຮູ້ວ່າ: ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.859 ຄົນ ຈຸດຜ່ານດ່ານລາວ-ໄທ 1.240 ຄົນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານ 63 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 57 ຄົນ ...

Read More »

ທຸກຄົນທີ່ເດີນທາງມາ ສປປ ລາວຄວນປະຕິບັດຕາມມາດຕະການຂັ້ນເທິງວາງອອກ…

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປ ລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍຕາມ ໂດຍ 19 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວແມ່ນສາມາດປິ່ນປົວດີແລ້ວ ແລະ ສາມາດກັບບ້ານໄດ້ແລ້ວ ແຕ່ໃນຕໍ່ໜ້າທາງກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງໄດ້ສືບຕໍ່ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຄືເກົ່າ ເຊິ່ງການເຝົ້າລະວັງຜູ້ທີ່ມາຈາກຕ່າງປະເທດເຂົ້າມາລາວນີ້ຈະແມ່ນມາດຕະການຫຼັກ ຫຼືສໍາຄັນທີ່ສຸດ ທີ່ເລັ່ງໃສ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາແຜ່ລະບາດຄືນໃໝ່ໃນຕໍ່ໜ້າ. ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນບໍ່ດົນມານີ້ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ໃນຕໍ່ໜ້າວ່າ: ຫຼາຍປະເທດຍັງມີການແຜ່ລະບາດຄືນໃໝ່ຂອງພະຍາດດັ່ງກ່າວ, ບາງປະເທດມີການແຜ່ລະບາດຄືນໃໝ່ ເຖິງ 3-4 ເທື່ອແລ້ວກໍມີ. ດັ່ງນັ້ນ, ມາດຕະການປ້ອງກັນພະຍາດດັ່ງກ່າວໃນຕໍ່ໜ້າ ທາງລັດຖະບານ ໂດຍສະເພາະກະຊວງສາທາລະນະສຸກ ຍັງຕ້ອງໄດ້ເຮັດວຽກໜັກຄືເກົ່າເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາແຜ່ລະບາດຢູ່ລາວເປັນເທື່ອທີ 2. ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍ່ຕາມ ໂດຍ 19 ທ່ານ ຮສ ດຣ. ບຸນກອງ ໄດ້ກ່າວຕື່ມວ່າ: ໃນອະນາຄົດ ມາດຕະການທີ່ສໍາຄັນທີ່ສຸດທີ່ຕ້ອງໄດ້ເຮັດ ຫຼືວຽກການເຝົ້າລະວັງພະຍາດນີ້ ການເຝົ້າລະວັງຄົນທີ່ກັບມາແຕ່ຕ່າງປະເທດ ຖືວ່າແມ່ນສໍາຄັນຫຼາຍຕ້ອງເຂັ້ມງວດສຸດໆ ໂດຍສະເພາະມາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ນອກນັ້ນທຸກໆແຂວງຕ້ອງມີສູນກັກກັນໂດຍສະເພາະແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ, ທຸກຄົນທີ່ເຂົ້າມາຕ້ອງໄດ້ກວດ ແລະ ຕ້ອງກັກກັນໄວ້ກ່ອນ ນອກນັ້ນຕ້ອງປະຕິບັດລະບຽບການ ເຊັ່ນ: ທຸກຄົນຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ, ...

Read More »

ມາຮູ້ຈັກ!!! “New Normal” ດ້ານເສດຖະກິດ

1. ຮູບແບບຂອງປະເທດຈີນຈະເປັນສູນກາງເສດຖະກິດ ເພາະຈີນ ເປັນປະເທດທໍາອິດທີ່ໄດ້ຮັບຜົນກະທົບ ແລະ ກໍເປັນປະເທດທໍາອິດທີ່ຈະຟື້ນຕົວໄດ້ໄວທີ່ສຸດ ສະນັ້ນ, ການລົງທຶນ ຫຼືທິດທາງຂອງເສດຖະກິດທັງໃນ ແລະ ນອກປະເທດລ້ວນແລ້ວແຕ່ມີສິ່ງກ່ຽວຂ້ອງກັບຈີນທັງນັ້ນ ເຊັ່ນແຫຼ່ງການຜະລິດສິນຄ້າເປັນຕົ້ນ. 2. ການຟື້ນຟູເສດຖະກິດຕ້ອງອາໄສພາກລັດ ແລະ ທຸລະກິດຂະໜາດໃຫຍ່  ພາກລັດ ແລະ ທຸລະກິດຂະໜາດໃຫຍ່ ທີ່ມີເງິນທຶນສໍາຮອງມີອໍານາດຊ່ວຍເຫຼືອທີ່ສູງຫຼາຍ ຈຶ່ງເປັນສາເຫດທີ່ເຮົາອາດຈະໄດ້ເຫັນການຮ່ວມມືຂອງພາກລັດ ແລະ ທຸລະກິດຂະໜາດໃຫຍ່ ໃນການພັດທະນາເສດຖະກິດໃນປະເທດ. 3. ຜູ້ປະກອບການຈະລົງທຶນກັບການໃຊ້ເທັກໂນໂລຢີໃນການເຮັດວຽກຫຼາຍຂຶ້ນ  ຈາກສະຖານະການ Covid-19 ເຮັດໃຫ້ຫຼາຍໆທຸລະກິດຮຽນຮູ້ເຖິງວິທີການໃຊ້ເທັກໂນໂລຢີໃນການເຮັດວຽກຫຼາຍຂຶ້ນ ແລະ ເຫັນເຖິງຂໍ້ດີໃນການໃຊ້ເທັັກໂນໂລຢີເຫຼົ່ານີ້ ເພື່ອຫຼຸດບັນຫາຂອງພະລັງງານຄົນອີກດ້ວຍ. 4. ເງິນ DIgital ເປັນສິ່ງທີ່ແຕ່ລະປະເທດໃຫ້ຄວາມສົນໃຈ  ປັດຈູບັນ ຈີນໄດ້ຫັນມາໃຊ້ລະບົບເງິນ DIgital ເຕັມຮູບແບບແລ້ວ ແລະ ຈີນຈະເປັນສູນກາງຂອງໂລກໃນໄລຍະເວລາໜຶ່ງ ເຮັດໃຫ້ຫຼາຍໆປະເທດຕ້ອງຫັນມາສົນໃຈຄ່າເງິນດັ່ງກ່າວຢ່າງຈິງຈັງຫຼາຍຂຶ້ນ. ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Read More »