ທຸລະກິດມີຂຶ້ນມີລົງ ມາຮູ້ຈັກຂາຂຶ້ນຂອງບໍລິສັດ Zoom ແລະ​ ຂາລົງຂອງ 7​ ສາຍການບິນໃນໂລກ

ທ່າມກາງການຄຸ້ມຄອງການລະບາດຂອງ COVID-19, ຫຼາຍຄົນໄດ້ຫັນປ່ຽນໄປເຮັດວຽກ ແລະ ການພົບປະກັບຄົນໃນສັງຄົມມາຢູ່ເຮືອນ. ຖ້າຫາກທ່າອ່ຽງເຫຼົ່ານີ້ກາຍເປັນເລື່ອງປົກກະຕິ, ບາງບໍລິສັດກໍ່ອາດຈະຕ້ອງໄດ້ຈ່າຍເງິນຫຼາຍ.

ມຸມມອງຂອງ Zoom

ບໍລິສັດ Zoom Communications ໄດ້ຈັດແອັບທີ່ກ່ຽວກັບການໂທວີດີໂອແບບກຸ່ມ ໂດຍໄດ້ຮັບຄວາມສົນໃຈຈາກຜູ້ຄົນຈໍານວນຫຼາຍໃນການສື່ສານວຽກງານ ແລະ ການສຶກສາ ໂດຍສະເພາະແມ່ນປະຊຸມຜ່ານທາງວີດີໂອ ສິ່ງເຫຼົ່ານີ້ເປັນຕົວຢ່າງສໍາຄັນຂອງອົງກອນ. ວັນທີ 15 ພຶດສະພາ 2020 ມູນຄ່າຈາກຈໍານວນຜູ້ໃຊ້ແອັບຂອງ Zoom ເພີ່ມຂຶ້ນສູງເຖິງ 48.8 ພັນລ້ານໂດລາສະຫະລັດ ເຊິ່ງໃນປີຜ່ານມາ ມີລາຍຮັບພຽງ 623 ລ້ານໂດລາສະຫະລັດ ແລະ ນີ້ຄືສິ່ງທີ່ນໍາໄປສູ່ການເຕີບໂຕຢ່າງຍິ່ງໃຫຍ່ຂອງນະວັດຕະກໍາແອັບ

ນັກວິເຄາະດ້ານອຸດສາຫະກຳ ໄດ້ກ່າວວ່ານັກທຸລະກິດໄດ້ໃຫ້ຄວາມສົນໃຈແອັບ due ເນື່ອງຈາກມີການໂຕ້ຕອບງ່າຍ ແລະ ຈາກປະສົບການຂອງຜູ້ໃຊ້ເຫັນວ່າຄວາມສາມາດໃນການຮອງຮັບຜູ້ເຂົ້າຮ່ວມເຖິງ 100 ຄົນໃນແຕ່ລະຄັ້ງ.

ແອັບນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກສຶກສາ ສຳລັບການຮຽນຮູ້ທາງອິນເຕີເນັດຫຼັງຈາກ CEO Eric Yuan ໄດ້ ດຳເນີນບາດກ້າວພິເສດເພື່ອໃຫ້ໂຮງຮຽນ K-12 ສາມາດ ນຳໃຊ້ເວທີດັ່ງກ່າວໄດ້ໂດຍບໍ່ເສຍຄ່າ. ບັນດາຜູ້ເຂົ້າເຖິງ Zoom ໄດ້ເພີ່ມຂື້ນໃນເດືອນທີ່ຜ່ານມາ ໂດຍເພີ່ມຂຶ້ນຈາກ 10 ລ້ານຄົນໃນເດືອນທັນວາ 2019 ເຖິງ 300 ລ້ານຄົນໃນເດືອນເມສາ 2020.

ສາຍການບິນທີ່ຢູ່ໃນຊ່ວງຂາລົງ

ລາຍໄດ້ຂອງອຸດສາຫະກຳການບິນແມ່ນມີທ່າອ່ຽງຂອງຫຼຸດລົງເລື້ອຍໆ, ຍ້ອນວ່າຂໍ້ຈຳກັດສາກົນຈົນເຖິງຂັ້ນປິດສະໜາມບິນ, ສາຍການບິນຊັ້ນນຳຂອງໂລກມີລາຍໄດ້ຫຼຸດລົງເຖິງ 62% ນັບແຕ່ທ້າຍເດືອນມັງກອນທີ່ຜ່ານມາ, ເມື່ອບັນດາປະເທດຕ່າງໆຕໍ່ສູ້ເພື່ອຄວບຄຸມການແຜ່ກະຈາຍຂອງ COVID-19, ສາຍການບິນຫຼາຍໆສາຍບໍ່ສາມາດທີ່ຈະໃຫ້ບໍລິການຜູ້ໂດຍສານ ແມ່ນແຕ່ນັກລົງທືນເຊັ່ນ Warren Buffett ກໍ່ໄດ້ປິດສາຍການບິນລົງ ເຊິ່ງມີຫຼາຍຄໍາຖາມວ່າຖ້າ ເມື່ອໃດທີ່ການເດີນທາງທາງອາກາດຈະກັບມາປົກະຕິ.

ຈະເກີດຫຍັງຂຶ້ນໃນອະນາຄົດ?

ຜົນສຳເລັດທີ່ຜ່ານມາຂອງ Zoom ຄືການນໍາໃຊ້ແອັບຈາກຄົນຈໍານວນຫຼາຍ ແຕ່ສິ່ງເຫຼ່ານີ້ຈະຢູ່ຕະຫຼອດໄປບໍ? ນັ້ນແມ່ນ ຄຳຖາມໜຶ່ງຂອງນັກລົງທືນ ແລະ ຜູ້ຊ່ຽວຊານຫລາຍທ່ານ. ແຕ່ທຸກຢ່າງກໍບໍ່ໄດ້ງ່າຍສຳລັບບໍລິສັດ Zoom ເພາະແອັບທີ່ກໍາລັງໄດ້ຮັບຄວາມສົນໃຈ ແລະ ເປັນທີ່ນິຍົມຕໍ່ບຸກຄົນຈໍານວນຫຼາຍນີ້ ຜູ້ໃຊ້ບໍ່ໄດ້ຖືກເຊີນເຂົ້າປະຊຸມ ເລີຍບໍ່່ໄດ້ປະຕິບັດມາດຕະການຄວາມປອດໄພພາຍໃຕ້ການກວດກາຂອງແອັບ security.

ໃນຂະນະທີ່ຫຼາຍປະເທດທົ່ວໂລກໄດ້ເລີ່ມດໍາເນີນກິດຈະກຳທາງເສດຖະກິດ, ສາຍການບິນຫຼາຍສາຍໃນທົ່ວໂລກອາດຈະກັບຄືນມາບິນຄືນໃໝ່ເຖິງແມ່ນວ່າການຟື້ນຕົວແບບນີ້ຈະເປັນ “ການເຕີບໂຕຊ້າ ແລະ ດົນນານ”.

ແຫຼ່ງຂໍ້ມູນ: https://www.visualcapitalist.com/zoom-boom-biggest-airlines/

 

 

 

 

Comments