ຊົມເຊີຍ!ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບຫຼາຍພາກສ່ວນ ມອບອຸປະກອນຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແກ່ກະຊວງສຶກສາ ມູນຄ່າ 180 ລ້ານກວ່າກີບ ເພື່ອນຳໄປແຈກຢາຍນັກຮຽນທີ່ຂາດເຂີນ-ເຂດຫ່າງໄກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບເຄື່ອງຊ່ວຍເຫຼືອເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກອງທຶນວັດທະນະທຳ ແລະ ການສຶກສາ ຫົວຢຽນ ເມືອງຊົງຊິງ ສປ ຈີນ ເພື່ອນຳໄປແຈກຢາຍໃຫ້ແກ່ລູກຫຼານນັກຮຽນໃນເຂດທີ່ຫ່າງໄກ ແລະ ຍັງຂາດເຂີນອຸປະກອນນຳໃຊ້ເຂົ້າໃນການປ້ອງກັນພະຍາດດັ່ງກ່າວ, ຊຶ່ງປະກອບມີປະກອບມີ ຜ້າອັດປາກ ຈຳນວນ 40.000 ອັນ (10 ແກັດ) ມູນຄ່າ 125.900.000 ກີບ, ສະບູເດັດຕໍ 10 ແກັດ (960 ກ້ອນ) ມູນຄ່າ 48.000.000 ກີບ, ນໍ້າຢາລ້າງມື 10 ແກັດ (100 ຕຸກ ຫຼື 100 ລິດ) ມູນຄ່າ 8.000.000 ກີບ ລວມມູນຄ່າທັງໝົດ 181.900.000 ກີບ.

ในภาพอาจจะมี 8 คน, ผู้คนกำลังยืน และสถานที่ในร่ม

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດກ່າວມອບຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກ່າວຮັບໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ເຊົາ ຈິຢັນ ຕາງໜ້າກອງທຶນວັດທະນະທຳ ແລະ ການສຶກສາ ຫົວຢຽນ ເມືອງຊົງຊິງ ສປ ຈີນ ພ້ອມດ້ວຍບັນດາພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ในภาพอาจจะมี 2 คน, ผู้คนกำลังนั่ง

Comments