News

ປັດຈຸບັນ ແອັບ​ໃດທີ່ຖືກດາວໂຫຼດຫຼາຍທີ່ສຸດໃນໂລກ

ຈາກການປະມວນຜົນແອັບທີ່ຖືກດາວໂຫຼດຫຼາຍທີ່ສຸດໃນ ເດືອນ ພຶດສະພາ ປີ 2020 ມີດັ່ງນີ້:   TikTok ແມ່ນແອັບທີ່ຖືກດາວໂຫລດຫຼາຍທີ່ສຸດໃນໂລກ ໂດຍສະເລ່ຍໃນເດືອນ ພຶດສະພາ ປີ 2020 ເຫັນວ່າມີການຕິດຕັ້ງແອັບນີ້ຫຼາຍກວ່າ 111,9 ລ້ານຄັ້ງ, ເຊິ່ງເປັນການເພີ່ມຂື້ນ 2 ເທົ່າຖ້າທຽບໃສ່ ເດືອນ ພຶດສະພາ ປີ 2019 ທີ່ຜ່ານມາ. ສໍາລັບປະເທດທີ່ມີການຕິດຕັ້ງແອັບ TikTok ຫຼາຍທີ່ສຸດໃນໄລຍະນີ້ ແມ່ນປະເທດອິນເດຍ ເຊິ່ງກວມເອົາຈໍານວນ 20% ຂອງການດາວໂຫລດທັງໝົດ ແລະ ສະຫະລັດອາເມລິກາ ກວມເອົາ 9,3%. ສ່ວນການຄາດຄະເນ ການດາວໂຫລດແອັບແມ່ນມາຈາກ Platform ຂອງ Sensor Tower’s Store Intelligence. Zoom ເປັນແອັບທີ່ຖືກຕິດຕັ້ງຫລາຍທີ່ສຸດໃນໂລກ ຖັດຈາກແອັບ TikTok ເພາະມີການຕິດຕັ້ງເກືອບ 94,6 ລ້ານຄັ້ງ, ເຊິ່ງເພີ່ມຂື້ນ 43 ເທົ່າຈາກເດືອນ ພຶດສະພາ ປີ 2019. ສ່ວນບັນດາປະເທດທີ່ມີຈຳນວນການຕິດຕັ້ງແອັບ ZOOM ຫຼາຍທີ່ສຸດແມ່ນສະຫະລັດອາເມລິກາສະເລ່ຍຢູ່ທີ່ 17%, ຕໍ່ມາແມ່ນປະເທດອິນເດຍຢູ່ທີ່ 17%. ...

Read More »

ຈີນ-ມົງໂກລີໃນ ປູກປ່າ ເພື່ອທັບຖົມການຂະຫຍາຍຂອງພື້ນທີ່ທະເລຊາຍ

ເດືອນເມສາ ທີ່ຜ່ານມາ ເຈົ້າໜ້າທີ່ທ້ອງຖິ່ນຂອງເຂດປົກຄອງມົງໂກລີໃນ ເຊິ່ງນັບວ່າເປັນພື້ນທີ່ແນວໜ້າຂອງປະເທດຈີນໃນການດໍາເນີນການເພື່ອຕໍ່ຕ້ານການປ່ຽນສະພາບທະເລຊາຍ (desertification) ໂດຍປະກາດວ່າ ພາຍໃນປີ 2019 ຈະປູກຕົ້ນໄມ້ໃຫ້ໄດ້ຫຼາຍກ່ວາ 860,000 ເຮັກຕາ ແລະ ຈະຂະຫຍາຍພື້ນທີ່ທົ່ງຫຍ້າໃຫ້ໄດ້ຫຼາຍກວ່າ 2,000,000 ເຮັກຕາ. ເນື່ອງຈາກ ມົງໂກລີໃນ ເປັນພື້ນທີ່ທີ່ມີທະເລຊາຍຢູ່ຫຼາຍແຫ່ງ ເຊິ່ງພື້ນທີ່ນີ້ເຄີຍເປັນທົ່ງຫຍ້າສີຂຽວມາກ່ອນ ແລະ ຖ້າຫາກພວກເຂົາບໍ່ລົງມືເຮັດຫຍັງ ພື້ນທີ່ທະເລຊາຍດັ່ງກ່າວຈະເພີ່ມຂຶ້ນຕໍ່ໄປເລື່ອຍໆ. ໃນປີຜ່ານມາ ມົງໂກລີໃນໄດ້ດໍາເນີນການປູກປ່າໄປແລ້ວຫຼາຍກວ່າ 666,700 ເຮັກຕາ/ປີ ຄິດເປັນຈໍານວນພື້ນທີ່ແມ່ນ 1 ໃນ 9 ຂອງໂຄງການທັງໝົດ. ໃນການແກ້ໄຂກ່ຽວກັບການຂະຫຍາຍຕົວຂອງພື້ນທີ່ທະເລຊາຍນັ້ນ ແມ່ນໄດ້ນໍາເອົາພົມຫຍ້າທຽມທີ່ເຮັດຈາກເຟືອງມາປູ ເພື່ອສະກັດກັ້ນຊາຍ. ນອກຈາກນີ້, ໃນການເພາະພັນຕົ້ນໄມ້ ບາງຕົ້ນກໍເປັນຕົ້ນໄມ້ກາຝາກທີ່ມີສັບພະຄຸນເປັນຢາ ຫຼືເປັນຢາສະໝຸນໄພ ເມື່ອພວກມັນເຕີບໃຫຍ່ ປະຊາຊົນຍັງສາມາດນໍາໄປໃຊ້ໄດ້ອີກດ້ວຍ. ປັດຈຸບັນ ມົງໂກລີໃນ ມີພື້ນທີ່ປ່າຫຼາຍກວ່າ 26,000,000 ເຮັກຕາ ແລະ ມີພື້ນທີ່ປ່າຄຸ້ມຄອງເພີ່ມຂຶ້ນໃນປິ 2013 ທີ່ມີຢູ່ຮ້ອຍລະ 21.03  ເພີ່ມຂຶ້ນເປັນ ຮ້ອຍລະ 22.1 ດ້ວຍຄວາມພະຍາຍາມນີ້ ສົ່ງຜົນໃຫ້ພາຍຸຊາຍໃນພາກເໜືອຂອງຈີນຫຼຸດລົງ ຖືໄດ້ວ່າເປັນຄວາມປະສົບຜົນສໍາເລັດທີ່ດີສໍາລັບການຕໍ່ຕ້ານ ການປ່ຽນສະພາບສູ່ທະເລຊາຍ. ການປະຕິບັດການຄັ້ງນີ້ ບໍ່ແມ່ນຄັ້ງທໍາອິດທີ່ພະຍາຍາມຕໍ່ສູ້ກັບທໍາມະຊາດ ເພາະໃນ ປີ 1986 ໃນຍ່ານ ...

Read More »

ສູນກວດສຸຂະພາບແຮງງານ ຈະລົງກວດສຸຂະພາບປະຈຳປີ ໃນເຂດເສດຖະກິດພິເສດທົ່ວປະເທດ…

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດໂຮງຫມໍມິດຕະພາບໄດ້ຈັດພິທີ ລົງນາມບັນທຶກຮ່ວມມືການຈັດຕັ່ງປະຕິບັດວຽກງານການກວດສຸຂະພາບປະຈຳປີ ໃຫ້ແຮງງານຢູ່ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ  ຂື້ນໃນວັນທີ 12 ມິຖຸນາ ນີ້, ຢູ່ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ຈຳປາ ຄຳສຸກໃສ ຫົວ ຫນ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກ່າວວ່າ: ປັດຈຸບັນ ສປປ ລາວ ໄດ້ມີສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ເງື່ອນໄຂ ແລະ ສະພາບຄວາມຮຽກຮ້ອງຕ້ອງການຂອງແຮງງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທາງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ດຳນົດໄວ້ໃນກົດຫມາຍ, ສູນດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂື້ນໂດຍການຮ່ວມມືລະຫວ່າງ ກະຊວງ ສາທາລະນະສຸກ ແລະ ກະຊວງແຮງງານ ແລະ ...

Read More »

ມາເບິ່ງ 10 ອັນດັບທໍາອິດ ນັກກິລາທີ່ລວຍທີ່ສຸດໃນໂລກ ປີ 2020

ມາເບິ່ງ 10  ອັນດັບທໍາອິດ ຂອງນັກກິລາທີ່ລວຍທີ່ສຸດໃນໂລກ ປີ 2020 ຈະມີໃຜແດ່? ອັນດັບທີ 1 Roger Federer Roger Federer ເປັນນັກກິລາເທັນນິດປະເທດສະວິດເຊີແລນ (Switzerland), ປັດຈຸບັນ ອາຍຸ 38 ປີ, ສະຖະນະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກອັນດັບທີ 1, ມີລາຍໄດ້ຈໍານວນ 106,3 ລ້ານໂດລາສະຫະລັ, ເຊິ່ງລາວໄດ້ເຊັນສັນຍາ 10 ປີ ກັບຍີ່ຫໍ້ເຄື່ອງແຕ່ງກາຍຍີ່ປຸ່ນ Uniqlo ໃນປີ 2018 ມູນຄ່າ 300 ລ້ານໂດລາສະຫະລັດ, ລາວໄດ້ລະດົມທຶນສ້າງມູນນິທິເດັກ ຈໍານວນ 50 ລ້ານໂດລາສະຫະລັດ. ອັນດັບທີ 2 Cristiano Ronaldo Cristiano Ronaldo ເປັນນັກກິລາບານເຕະປອກຕຸຍການ (Portugal), ປັດຈຸບັນ ອາຍຸ 35 ປີ, ສະຖານະໂສດ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 2, ມີລາຍໄດ້ຈໍານວນ 105 ລ້ານໂດລາສະຫະລັດ, ເປັນນັກກິລາທີ່ຄົນຕິດຕາມຫຼາຍທີ່ສຸດໃນສື່ສັງຄົມ ເຊິ່ງຜູ້ຕິດຕາມ Instagram ...

Read More »

ເສັ້ນທາງດ່ວນ!!! ວຽງຈັນ-ວັງວຽງ ສໍາເລັດໄປແລ້ວ 70% ພ້ອມເປີດໃຊ້ງານ ຢ່າງເປັນທາງການ ໃນ ວັນຊາດ ທີ່ 2 ທັນວາ 2020 ນີ້…

ປັດຈຸບັນ ໄດ້ສໍາເລັດການປູຢາງຫມາກຕອຍ ຊັ້ນທໍາອິດ ສໍາເລັດແລ້ວ ຫຼາຍກ່ວາ 50 ກມ ແລະ ການເຈາະອຸໂມງ ເຂດພູພະ ກໍ່ໄດ້ສໍາເລັດສົມບູນແລ້ວ. ປະຈຸບັນ ອີກຫນຶ່ງໜ້າວຽກທີ່ດໍາເນີນການຢູ່ ຄືການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ. ໂຄງການເສັ້ນທາງດ່ວນ ວຽງຈັນ ວັງວຽງ ເລີ້ມຕົ້ນການກໍ່ສ້າງ ມາແຕ່ ທ້າຍປີ 2018 ແລະ ໃນເບື້ອງຕົ້ນ ຄາດວ່າ ຈະສໍາເລັດ ໃນທ້າຍປີ 2021, ແຕ່ ໃນຕົວຈິງ ແມ່ນຈະສ້າງສໍາເລັດ ໃນປີ 2020. ເສັ້ນທາງດ່ວນດັງກ່າວ ເປັນເສັ້ນທາງ ຄູ່ຂະໜານ ມີຄວາມກ້ວາງ ໃນອຸໂມງ 900 ແມັດ. ລາຄາການບໍລິການໃຊ້ທາງດ່ວນ ແມ່ນ 550 ກີບຕໍ່ ກິໂລແມັດ ຫຼື ລວມທັງໝົດ 62,000 ກີບ ຈົນຮອດວັງວຽງ. ລົງທຶນໂດຍ ນັກລົງທຶນຈາກປະເທດຈີນ ມີອາຍຸ ສໍາປະທານທັງໝົດ 50 ປີ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ...

Read More »

ຫວຽດນາມກຽມເປີດສາຍການບິນລະຫວ່າງປະເທດ ໃນນັ້ນມີປະເທດລາວນຳ

ຈາກເຫດການຍີ່ປຸ່ນກຽມເປີດນ່ານຟ້າໃນໄວໆນີ້ ແລະ ບາງປະເທດທີ່ສາມາດຄວບຄຸມການລະບາດຂອງ Covid-19 ເລີ່ມເປີດປະເທດ  ຄືກັນກັບປະເທດຫວຽດນາມໃນປັດຈຸບັນ ທີ່ຈະສືບຕໍ່ເປີດນ່ານຟ້າບິນຄືນສູ່ບັນດາປະເທດທີ່ປອດໄພແລ້ວ ໃນນັ້ນຄາດວ່າປະເທດທີ່ຫວຽດນາມຈະອະນຸຍາດໃຫ້ບິນມີ ສປປລາວ ນຳ. ຫວຽດນາມ ກຳລັງຈະເລີ່ມເປີດສາຍການບິນຄືນລະຫວ່າງບັນດາປະເທດທີ່ບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ເປັນເວລາ 30 ວັນ, ເຊິ່ງປະເທດລາວ ຢູ່ໃນບັນຊີຈຸດໝາຍປາຍທາງບຸລິມະສິດ ສາເຫດທີ່ປະເທດລາວຢູ່ໃນບັນຊີຈຸດໝາຍປາຍບຸລິມະສິດ ກໍຍ້ອນວ່າ ປະເທດລາວເລີ່ມຄວບຄຸມ ແລະ ປ້ອງກັນຈາກການລະບາດໄດ້ຄ້ອນຂ້າງດີ ອີງຕາມຄະນະກຳມະການຊີ້ນຳລະດັບຊາດ ສຳລັບການປ້ອງກັນ ແລະ ຄວບຄຸມ Covid-19 ຂອງຫວຽດນາມ ທີ່ໄດ້ຮັບຜິດຊອບໃນການຮວບຮວມບັນຊີລາຍຊື່ຂອງບັນດາປະເທດທີ່ປອດໄພ ເຊິ່ງໃນນັ້ນລວມມີ ສປປລາວ ນຳ. ໃນວັນອັງຄານທີ່ຜ່ານມາ ນາຍົກລັດຖະມົນຕີຫວຽດນາມ ພະນະທ່ານ ຫງວຽນຊວນຟຸກ (Nguyen Xuan Phuc) ກ່າວວ່າ ການບິນຜ່ານ ແລະ ຈາກຈຸດໝາຍປາຍທາງທີ່ເປັນບຸລິມະສິດຈະຖືກອະນຸຍາດໃຫ້ເປີດຄືນໄດ້ ເຊິ່ງຈຸດໝາຍປາຍທາງທີ່ນາຍົກລັດຖະມົນຕີຫວຽດນາມກ່າວລວມມີ ປະເທດລາວ, ກຳປູເຈຍ, ໄຕ້ຫວັນ, ໂຊນ, ໂຕກຽວ, ແລະ ກວາງໂຈ. ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າຈະມີມາດຕະການກວດກາປະເພດໃດແດ່ຕໍ່ປະເທດຕ່າງໆ. ພ້ອມດຽວກັນນີ້ ທາງການລາວຍັງບໍ່ທັນໄດ້ອະນຸຍາດ ແຈ້ງວັນເວລາ ສຳລັບການເປີດຮັບຖ້ຽວບິນສາກົນຄືນເທື່ອ, ໃນຂະນະທີ່ຖ້ຽວບິນພາຍໃນປະເທດເລີ່ມເປີດບິນແຕ່ວັນທີ 18 ພຶດສະພາ ທີ່ຜ່ານມາ. ...

Read More »

Breaking news !‼️ ຕົກລົງແຕ່ງຕັ້ງຜູ້ວ່າການຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່…

ອີງຕາມແຈ້ງການວັນທີ 8 ມິຖຸນາ 2020 ສະບັບເລກທີ 1439/ກງ ເລື່ອງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ. ລັດຖະມົນຕີກະຊວງການເງິນໄດ້ຕົກລົງ ແຕ່ງຕັ້ງທ່ານ ຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ວ່າການ ຜູ້ອໍານວຍການຂອງລັດວິສາຫະກິດໄຟຟ້າລາວ ເຊິ່ງລາຍລະອຽດຕາມຂໍ້ຕົກລົງລຸ່ມນີ້ ແຫຼ່ງຂໍ້ມູນ:

Read More »

ບາງປະເທດທີ່ຄວບຄຸມ Covid-19 ໄດ້ ກຽມເປີດປະເທດແລ້ວ

ສະຖານະການຂອງຫຼາຍປະເທດໃນປັດຈຸບັນ ແມ່ນເລີ່ມມີການຜ່ອນຜັນເລື່ອງມາດຕະການປ້ອງກັນຄວາມປອດໄພ Lock down ແລ້ວ, ບາງປະເທດໄດ້ເລີ່ມເປີດນ່ານຟ້າແລ້ວ ແລະ ລັດຖະບານຍັງກຳລັງພິຈາລະນາສ້າງຕັ້ງສະຖານີຕ່າງໆເພື່ອດຳເນີນການກວດກາຄົນທີ່ ເຂົ້າ-ອອກ ປະເທດ ເຊິ່ງປະເທດຍີ່ປຸ່ນກໍາລັງຈະອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດຄືນໃໝ່ ຈາກທີ່ໄດ້ປິດປະເທດມາເປັນເວລາຫຼາຍເດືອນ ແຕ່ການຈະເປີດປະເທດຄັ້ງນີ້ ມີການຈໍາກັດເພື່ອປ້ອງກັນການແຜ່ລະບາດຂອງ Covid-19 ນັ້ນກໍຄື ມີການຈໍາກັດນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດບໍ່ໃຫ້ເກີນມື້ລະ 250 ຄົນ ຈາກທີ່ເຄິຍມີນັກທ່ອງທ່ຽວເດີນທາງເຂົ້າໄປປະເທດຍີ່ປຸ່ນຫຼາຍໝື່ນຄົນຕໍ່ມື້ ພ້ອມກັນນັ້ນ ນັກທ່ອງທ່ຽວທີ່ສາມາດເດີນທາງເຂົ້າປະເທດໄດ້ຕ້ອງເປັນຄົນທີ່ມາຈາກ 4 ປະເທດເທົ່ານັ້ນຄື ນັກທ່ອງທ່ຽວປະເທດອັອສເຕເລຍ, ປະເທດນິວຊີແລນ, ປະເທດໄທ ແລະ ປະເທດຫວຽດນາມ. ສາເຫດສໍາຄັນທີ່ເຮັດໃຫ້ຍີ່ປຸ່ນເລືອກ 4 ປະເທດເຫຼົ່ານີ້ກ່ອນ ຍ້ອນເຫັນວ່າແຕ່ລະປະເທດມີການຄວບຄຸມໂລກລະບາດໄດ້ຄ້ອນຄ້າງດີ ແລະ ມີຄວາມສໍາພັນທາງເສດຖະກິດທີ່ເຂັ້ມແຂງກັບຍີ່ປຸ່ນ ເຖິງຢ່າງໃດກໍຕາມ ຍັງຈະໄດ້ມີການຂະຫຍາຍໄປປະເທດອື່ນໆໃນພາຍຫຼັງ ເປັນຕົ້ນແມ່ນປະເທດຈີນ, ເກົາຫຼີໃຕ້ ແລະ ສະຫະລັດອາເມລິກາ… ຄາດວ່າການຫຼຸດຜ່ອນຂໍ້ຈໍາກັດນີ້ ຈະເລີ່ມປະຕິບັດໃນອີກບໍ່ດົນ ໃນເບື້ອງຕົ້ນ ແມ່ນຄົນຈະສາມາດເດີນທາງເຂົ້າປະເທດຍີ່ປຸ່ນໄດ້ ແຕ່ຈະອະນຸຍາດໃຫ້ບຸກຄົນສະເພາະກຸ່ມເດີນທາງເຂົ້າມາເຊັ່ນ: ຜູ້ບໍລິຫານ ຫຼືວິສະວະກອນ ແຕ່ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທົ່ວໄປເດີນທາງເຂົ້າໄປໄດ້ເທື່ອ. ແຫຼ່ງຂ່າວຍີ່ປຸ່ນໄດ້ແຈ້ງວ່າ ໃນປັດຈຸບັນແມ່ນຢູ່ໃນລະຫວ່າງການຫາລືກັບປະເທດຕ່າງໆ ກ່ຽວກັບວິທີການດໍາເນີນການດັ່ງກ່າວ ໂດຍບໍ່ໃຫ້ສ່ຽງຕໍ່ການແຜ່ລະບາດຂອງ Covid-19 ແລະ ລາຍລະອຽດອື່ນໆ ເຊັ່ນ: ນັກທ່ອງທ່ຽວແຕ່ລະປະເທດຈະຕ້ອງໄດ້ຮັບການອະນຸຍາດ ແລະ ມີວິທີການກວດກາຈາກປະເທດຂອງຕົນວ່າບໍ່ໄດ້ມີເຊື້ອ Covid-19. ແຫຼ່ງຂໍ້ມູນ: https://english.kyodonews.net/news/2020/06/04b42b672fc9-japan-to-let-in-250-foreigners-per-day-under-eased-travel-curbs.html  

Read More »

ອອກມາແລ້ວ!!! ນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງ ໂຄວິດ-19

ອອກມາແລ້ວ❗️❗️❗️ ນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບ ຊ່ວງ ໂຄວິດ -19  ຈາກອົງການປະກັນສັງຄົມແຫ່ງຊາດ 👉👉ທ່ານສາມາດສະຫມັກເຂົ້າເປັນສະມາຊິກໄດ້ ທີ ສຄອຊ 📍 ຖະໜົນ ໄກສອນພົມວິຫານ(ຫຼັກ05), ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ 📍 https://her.is/2LNVPpn ☎️ 021 453 312-4 ຕໍ່ສາຍ 108 📧 [email protected] 🌐 www.lncci.la

Read More »

ຂ່າວດີ!!! ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຊິ່ງຫຼ້າສຸດຈາກການເກັບຕົວ ຢ່າງມາກວດວິເຄາະທັງໝົດ 207 ຄົນໃນວັນທີ 10 ມິຖຸນາ 2020 ແມ່ນບໍ່ພົບເຊື້ອໄວຣັສປອດອັກເສບ. ໃນວັນທີ 11 ມິຖຸນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ. ຜ່ານການຖະແຫຼງຂ່າວໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 10 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 207 ຄົນ, ໃນນັ້ນ: ແຮງງານລາວກັບມາແຕ່ໄທ 182 ຄົນ, ແຮງງານຫວຽດນາມ 17 ຄົນ ແລະ ກໍລະນີສົງໄສ 08 ຄົນ. ...

Read More »