ຂ່າວດີ!!! 58 ມື້ ສປປ ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ…

ຮັບຟັງຂ່າວດີ ມາເກືອບ 2 ເດືອນເຕັມແລ້ວ ສໍາລັບສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ທີ່ນັບມື້ຜ່ອນຄາຍລົງເລື້ອຍໆ, ຫຼ້າສຸດ ມື້ນີ້ ປອດເຊື້ອອີກຄັ້ງ ຫຼັງເກັບຕົວຢ່າງມາກວດວິເຄາະ 319 ຄົນ ໃນວັນທີ 8 ມິຖຸນາ 2020 ຜົນກວດລ້ວນເປັນລົບ. ເຮັດໃຫ້ຍອດຜູ້ຕິດເຊື້ອໃນລາວສະສົມຢູ່ທີ່ 19 ຄົນ.

ໃນວັນທີ 9 ມິຖຸນາ 2020 ທີ່ ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມມີສທ່ມວນຊົນເຂົ້າຮ່ວມ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 8 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 319 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 227 ຄົນ, ແຮງງານຈີນ 77 ຄົນ, ກໍລະນີສົງໄສ 14 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 1 ຄົນ (ນໍ້າເບີ 07). ເຊິ່ງຜົນກວດຂອງ ແຮງງານລາວ, ແຮງງານຈີນ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ  ແລະ ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ, ໝາຍຄວາມວ່າໃນວັນທີ 8 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 8 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 8.926 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (58 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ນອກຈາກນີ້ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ພວກເຮົາຕີລາຄາວ່າສະພາບການລະບາດຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 58 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ.

ຜົນສຳເລັດໃນເບື້ອງຕົ້ນນີ້ ຍ້ອນມີການຊີ້ນຳ ນຳພາ ທີ່ດີຂອງການນຳຂັ້ນສູງພັກ-ລັດ ກໍ່ຄືອຳນາດການປົກຄອງທຸກຂັ້ນ, ຍ້ອນມີການຮ່ວມແຮງຮ່ວມໃຈຈາກພໍ່ແມ່ປະຊາຊົນບັນດາເຜົ່າ,ມີການສະໜັບສະໜູນຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມທຸກພາກສ່ວນ ເຊິ່ງຈະເປັນບົດຮຽນອັນສຳຄັນໃຫ້ແກ່ພວກເຮົາໃນການກຳນົດນະໂຍບາຍ, ແຜນປະຕິບັດງານໃນຕໍ່ໜ້າ ເພື່ອສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ກໍ່ຄືພະຍາດຕິດຕໍ່ອື່ນໆ.

Comments