New Zealand ເປັນປະເທດ​ທຳ​ອິດ​ ທີ່ສາມາດຄວບຄຸມການແຜ່ລະບາດຂອງ​​ໂຄ​ວິດ-19 ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ

ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ປະກາດ​ວ່າ: ນິວຊີແລນ ສາມາດ ຄວບຄຸມການແຜ່ລະບາດ ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ພາຍໃນ​ປະ​ເທ​ດ​ຂອງຕົນໄດ້​ແລ້ວ ​ໂດ​ຍນັບ​ເປັນ​ ປະ​ເທດ​ທຳ​ອິດ​ ທີ່​ເຮັດ​ໄດ້​ສຳ​ເລັດ ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ ​ເຫລືອ​ໄວ້​ພຽງ ການ​ປິດ​ຊາຍ​ແດນ.  ຫລັງ​ຈາກນີ້ ລັດຖະບານ ຈະ​ຫລຸດຜ່ອນ​ມາດ​ຕະການ​ເຝົ້າລະວັງ ຈາກ​ລະດັບ ສອງ ລົງ​ມາ​ເປັນ​ລະດັບ​ໜຶ່ງ ຄື​ຍົກ​ເລີກ​ ການ​ເວັ້ນ ​ໄລຍະ​ຫ່າງ ທາງ​ສັງຄົມ ​ຕັ້ງ​ແຕ່​ຕອນ​ທ່ຽງ​ຄືນ ວັນ​ທີ 8ມິຖຸນາ​ 2020 ຈາກ​ນີ້​ເປັນຕົ້ນ​ໄປ ກິດຈະກຳ​ສ່ວນ​ຕົວ ​ແລະ ສາທາລະນະ, ການ​ຄ້າ​ຍ່ອຍ ​ແລະ ທຸລະ​ກິດ​ບໍລິການ ລວມ​ເຖິງ ການ​ຂົນ​ສົ່ງ ສາທາລະນະ​ທັງ​ໝົດ ຈະ​ສາມາດ ​ກັບ​ມາ​ໃຫ້​ບໍລິການ​ໄດ້ ໂດຍ​ບໍ່​ຕ້ອງ​ເວັ້ນ ​ໄລຍະ​ຫ່າງ ​ທາງ​ສັງຄົມ ​ຄື​ກັບ​ທົ່ວ​ໂລກ ຍັງ​ຕ້ອງ​ປະຕິບັດ​ຢູ່. ປັດຈຸບັນ ນິວຊີແລນ ຢືນ​ຢູ່​ໃນ​ຈຸດ​ທີ່​ປອດ​ໄພ​ກວ່າ ​ແລະ ​ເຂັ້ມ​ແຂງ​ ກວ່າ​ເກົ່າ ​ແຕ່​ການ​ທີ່​ຈະ​ກັບ​ໄປ​ສູ່​ຊີວິດ ​ໄລຍະ​ກ່ອນ​ໂຄ​ວິດ-19 ກໍ​ຍັງ​ບໍ່​ແມ່ນ​ເລື່ອງ​ງ່າຍ ​ແລະ ຈາກ​ນີ້​ໄປ​ຄວາມ​ມຸ້ງ​ໝັ້ນຂອງ  ນິວຊີແລນ ​ຈະ​ຫັນ​ໄປ​ໃນ​ການ​ຟື້ນ​ຟູເສດຖະກິດ​ພາຍ​ໃນ​ປະ​ເທດໃຫ້ຫລາຍ​ຂຶ້ນ.

Why New Zealand's COVID-19 Elimination Strategy Unlikely to Work ...

 

Comments