ຂ່າວດີ!! ຕອນນີ້ ສປປ ລາວເຮົາກາຍເປັນປະເທດປອດຜູ້ຕິດເຊື້ອໂຄວິດ-19 ແລ້ວ

ນັບເປັນເວລາ 59 ມື້ ທີ່ ສປປ ລາວ ບໍ່ມີລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຂ່າວດີຍິ່ງກວ່າອີກແມ່ນ ຜູ້ປ່ວຍຕິດເຊື້ອທັງ 19 ຄົນ ປິ່ນປົວຫາຍດີ ອອກໂຮງໝໍໝົດແລ້ວ ໂດຍຄົນສູດທ້າຍແມ່ນອອກໃນວັນທີ 9 ມິຖຸນາ 2020 ທີ່ຜ່ານມາ.

ໃນວັນທີ 10 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫຼງກ່ຽວກັບຄວາມຄືບໜ້າຂອງວຽກງານການເຝົ້າລະວັງ ແລະ ຄວບຄຸມຂອງການລະບາດເຊື້ອພະຍາດໂຄວິດ-19 ໂດຍມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ໃຫ້ຮູ້ວ່າ: ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.859 ຄົນ ຈຸດຜ່ານດ່ານລາວ-ໄທ 1.240 ຄົນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານ 63 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 57 ຄົນ ແລະ ຄຳມ່ວນ 6 ຄົນ), ຜ່ານດ່ານຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 10 ຄົນ (ມີຖິ່ນຖານມາຈາກ ຄຳມ່ວນ 7, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດ ແຂວງລະ 1 ຄົນ).

ແຮງງານລາວເຂົ້າມາ ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 46 ຄົນ (ມີຖິ່ນຖານມາຈາກຈຳປາສັກ 32 ຄົນ, ສາລະວັນ 11 ຄົນ, ສະຫວັນນະເຂດ 6 ຄົນ ແລະ ຄຳມ່ວນ 2 ຄົນ) ເຫຼືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ 1,121 ຄົນ. ຈຸດຜ່ານດ່ານລາວ -ຈີນ 53 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ – ຫວຽດນາມ 566 ຄົນ, ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ. ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ ແມ່ນບໍ່ມີ.

ເຊິ່ງທຸກຄົນທີ່ຜ່ານເຂົ້າ-ອອກດ່ານແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ຜ່ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 9 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 294 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 284 ຄົນ ແລະ ກໍລະນີສົງໄສ 10 ຄົນ. ຜົນກວດຂອງ ແຮງງານລາວ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 9 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 9 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 9.220 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (59 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານກ່າວຕື່ມວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.344 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບທັງໝົດ 19 ຄົນ ແມ່ນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ (ຜູ້ສຸດທ້າຍ ແມ່ນໄດ້ອອກໂຮງໝໍ ໃນຕອນທ່ຽງຂອງວັນທີ 9 ມິຖຸນາ 2020).

 

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ Lao Economic Daily

Comments