ທຸກຄົນທີ່ເດີນທາງມາ ສປປ ລາວຄວນປະຕິບັດຕາມມາດຕະການຂັ້ນເທິງວາງອອກ…

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປ ລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍຕາມ ໂດຍ 19 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວແມ່ນສາມາດປິ່ນປົວດີແລ້ວ ແລະ ສາມາດກັບບ້ານໄດ້ແລ້ວ ແຕ່ໃນຕໍ່ໜ້າທາງກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງໄດ້ສືບຕໍ່ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຄືເກົ່າ ເຊິ່ງການເຝົ້າລະວັງຜູ້ທີ່ມາຈາກຕ່າງປະເທດເຂົ້າມາລາວນີ້ຈະແມ່ນມາດຕະການຫຼັກ ຫຼືສໍາຄັນທີ່ສຸດ ທີ່ເລັ່ງໃສ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາແຜ່ລະບາດຄືນໃໝ່ໃນຕໍ່ໜ້າ.

ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນບໍ່ດົນມານີ້ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ໃນຕໍ່ໜ້າວ່າ: ຫຼາຍປະເທດຍັງມີການແຜ່ລະບາດຄືນໃໝ່ຂອງພະຍາດດັ່ງກ່າວ, ບາງປະເທດມີການແຜ່ລະບາດຄືນໃໝ່ ເຖິງ 3-4 ເທື່ອແລ້ວກໍມີ. ດັ່ງນັ້ນ, ມາດຕະການປ້ອງກັນພະຍາດດັ່ງກ່າວໃນຕໍ່ໜ້າ ທາງລັດຖະບານ ໂດຍສະເພາະກະຊວງສາທາລະນະສຸກ ຍັງຕ້ອງໄດ້ເຮັດວຽກໜັກຄືເກົ່າເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາແຜ່ລະບາດຢູ່ລາວເປັນເທື່ອທີ 2. ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍ່ຕາມ ໂດຍ 19

ທ່ານ ຮສ ດຣ. ບຸນກອງ ໄດ້ກ່າວຕື່ມວ່າ: ໃນອະນາຄົດ ມາດຕະການທີ່ສໍາຄັນທີ່ສຸດທີ່ຕ້ອງໄດ້ເຮັດ ຫຼືວຽກການເຝົ້າລະວັງພະຍາດນີ້ ການເຝົ້າລະວັງຄົນທີ່ກັບມາແຕ່ຕ່າງປະເທດ ຖືວ່າແມ່ນສໍາຄັນຫຼາຍຕ້ອງເຂັ້ມງວດສຸດໆ ໂດຍສະເພາະມາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ນອກນັ້ນທຸກໆແຂວງຕ້ອງມີສູນກັກກັນໂດຍສະເພາະແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ, ທຸກຄົນທີ່ເຂົ້າມາຕ້ອງໄດ້ກວດ ແລະ ຕ້ອງກັກກັນໄວ້ກ່ອນ ນອກນັ້ນຕ້ອງປະຕິບັດລະບຽບການ ເຊັ່ນ: ທຸກຄົນຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ, ຕ້ອງໄດ້ກວດພະຍາດໂຄວິດ, ຕ້ອງບອກທີ່ພັກເພື່ອໃຫ້ສະດວກແກ່ທີມງານແພດໝໍໃນແຕ່ລະແຂວງໃນການຕິດຕາມ.

ສະເພາະປະຊາຊົນລາວ ທ່ານໄດ້ກ່າວເຕືອນວ່າ: ຕ້ອງມີຄວາມຕື່ນຕົວ ຫຼື ຕ້ອງຫັນປ່ຽນຊີວິດໃໝ່ ເພື່ອຕ້ານພະຍາດນີ້ ໂດຍສະເພາະໝັ່ນລ້າງມືໃຫ້ສະອາດດ້ວຍເຈວລ້າງມື, ສະບູ, ເຫຼົ້ົາເກົ້າສີບ, ຢູ່ຫ່າງກັນຍ່າງໜ້ອຍ 1 ແມັດ, ໄປບ່ອນຊຸມຊົນທີ່ມີຄົນຫຼາຍຕ້ອງໃສ່ຜ້າອັດປາກ-ດັງ  ໂດຍສະເພາະຜູ້ທີ່ເປັນຫວັດ ໄອ-ຈາມ ຕ້ອງໃສ່ຜ້າອັດປາກ-ດັງຕະຫຼອດເວລາ.

ຂ່າວ: ວຽງຈັນທາຍ

Comments