News

ມອບ-ຮັບ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ວ່າການ ອໍານວຍການຜູ້ໃໝ່ ‼️ ພ້ອມແຕ່ງຕັ້ງ ຮອງຜູ້ອໍານວຍການ ເພີ່ມຕື່ມ 4 ທ່ານ…

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020 ຢູ່ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ ຂອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບໍານານ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການເງີນ, ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມ. ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍທຸລະກິດຂອງລັດ ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ຕາມກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຂາຍອອກຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ...

Read More »

ການປະເມີນຜົນ ສະບັບປັບປຸງກ່ຽວກັບຜົນກະທົບຂອງ COVID-19 ໃນທົ່ວໂລກ

ນັບຕັ້ງແຕ່ COVID-19  ໄດ້ລະບາດຈາກເອີຣົບ ແລະ ອາເມລິກາເໜືອໄປສູ່ທາງທິດໃຕ້ຂອງໂລກ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂື້ນເລື້ອຍໆ ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ, ເຊິ່ງເຮັດໃຫ້ມີການປິດປະເທດຕໍ່ເນື່ອງເປັນເວລາດົນ ແລະ ເຮັດໃຫ້ມີຜົນກະທົບໜັກຕໍ່ຕົ້ນທຶນເສດຖະກິດຂອງໂລກ. ໃນເດືອນ ເມສາ ທີ່ຜ່ານມາ ໄດ້ຄາດຄະເນວ່າ COVID-19 ກຳລັງຈະເຮັດໃຫ້ຄົນຈໍານວນ 40 ຫາ 60 ລ້ານຄົນ ເຂົ້າສູ່ຄວາມທຸກຍາກທີ່ສຸດ, ແຕ່ການຄາດຄະເນເສດຖະກິດໂລກ ໃນເດືອນມິຖຸນາ ຜ່ານມາ ເຫັນໄດ້ວ່າການແຜ່ລະບາດອາດຈະເຮັດໃຫ້ຄົນຈໍານວນຫຼາຍພົບກັບຄວາມທຸກຍາກ ຫຼາຍກວ່າ 71 ລ້ານຄົນ . ໃນປັດຈຸບັນ ການລະບາດຍັງຮຸນແຮງເກີນຄາດໝາຍ, ການບັງຄັບໃຊ້ມາດຕະການປິດລ້ອມເພື່ອຮັກສາຄວາມປອດໄພ ແມ່ນຈະສົ່ງຜົນໃຫ້ບໍລິສັດຕ່າງໆມີການປັບຮູບແບບເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ຄອບຄົວທີ່ມີຄວາມສ່ຽງຈະຫຼຸດຜ່ອນການຊົມໃຊ້ ຫຼືການຊື້ສິ່ງຂອງທີ່ບໍ່ຈໍາເປັນ ແລະ ຫຼາຍໆປະເທດທີ່ມີລາຍໄດ້ຕໍ່າຫາປານກາງ ຈະເຫັນຄວາມກົດດັນດ້ານການເງິນສູງຂື້ນ. ການຄາດຄະເນຜົນກະທົບຂອງ COVID-19 ຕໍ່ຄວາມທຸກຍາກໂດຍການປຽບທຽບ GDP ໃໝ່ ກັບ GDP ກ່ອນ COVID-19 ເຫັນໄດ້ວ່າ ຜູ້ຄົນຈໍານວນ 71 ລ້ານຄົນ ຈະຕົກສູ່ຄວາມທຸກຍາກທີ່ສຸດ, ເຊິ່ງຈາກສະຖານະການປັດຈຸບັນອາດເຮັດໃຫ້ເພີ່ມຂຶ້ນເຖິງ  100 ລ້ານຄົນ ກໍເປັນໄດ້ ໂດຍວັດແທກຈາກຄວາມທຸກຍາກລະດັບສາກົນຄື: ຄ່າລາຍໄດ້ສະເລ່ຍຫົວຄົນຕໍ່ມື້ແມ່ນຕໍ່າກ່ວາ 1,90 ໂດລາສະຫະລັດ, ເຊິ່ງການຄາດຄະເນວ່າຈະມີຫຍັງເກີດຂື້ນໃນປີ 2021 ແມ່ນມາພ້ອມກັບຄວາມບໍ່ແນ່ນອນຫລາຍຂື້ນ. ...

Read More »

ກະຊວງສຶກສາ ແລະ ກິລາ ແຈ້ງລະອຽດ ກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ ປ5, ມ4, ມ7

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ເລື່ອງ ການສອບເສັງຈົບຊັ້ນສາຍສາມັນສຶກສາປະຈໍາສົກຮຽນ 2019-2020, ສະບັບເລກທີ 1767/ຫກ, ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ: ຊັ້ນປະຖົມສຶກສາ ການສອບເສັງຈົບຊັ້ນປະຖົມ ປ5 ກໍານົດເອົາ 3 ວິຊາຄື ພາສາລາວ(ພາກຫັດແຕ່ງ, ພາກຂຽນທວາຍ, ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ5, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງຫ້ອງສອງພາສາລາວ-ຝຣັ່ງ, ຈໍານວນຫ້ອງ, ສູນສອບເສັງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020. ວັນທີ 16-17 ກໍລະກົດ 2020 ສອບເສັງຈົບຊັ້ນ ປ5. ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ. ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ...

Read More »

ກົມໃຫ່ຍການເມືອງ ປກສ ແຈ້ງບໍ່ຮັບເອກະສານທຸກພາກສ່ວນ ທີ່ສະເໜີຂໍຝາກລູກຫຼານ ເຂົ້າຮຽນ

ກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ຈື່ງແຈ້ງມາຍັງທ່ານ ກ່ຽວກັບການບໍ່ຮັບເອກະສານທຸກພາກສ່ວນທີ່ສະເໜີຂໍຝາກລູກ, ຫຼານເຂົ້າໂຮງຮຽນວັດທະນະທຳຫຼັກ 67 ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງມໍ 4 ພິເສດ ຢູ່ໂຮງຮຽນວັດທະນະທຳເລກ 1 ສສ ຫວຽດນາມ ສົກປີ 2020-2021. ໝາຍເຫດ: ຍ້ອນສະພາບຄວາມເປັນຈິງຂອງພື້ນຖານໂຄງລ່າງ: ຫ້ອງຮຽນ, ຫໍພັກ ມີຄວາມແອອັດບໍ່ສາມາດຕອບສະໝອງໄດ້ຕາມຄວາມຮຽກຮ້ອງຕ້ອງການ. ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.  

Read More »

ສາຍການບິນດັງ Air Asia Malaysia ຈະເລີ່ມຖ້ຽວບິນໃນປະເທດ ຕັ້ງແຕ່ເດືອນກໍລະກົດ… ເປັນຕົ້ນໄປ

ຕາມ​ຂ່າວ​ຈາກ ​ກົວ​ລາ​ລຳ​ເປີ, ວັນ​ທີ 15 ມິຖຸນາ 2020 ທີ່ຜ່ານມາ ທ່ານ ​ໂທ​ນີ ​ເຟີ​ນັນ​ເດ​ສ, ປະທານ ​ເຈົ້າໜ້າ​ທີ່ ​ບໍລິຫານ (CEO) ສາຍ​ການບິນ ​ແອ​ເອ​ເຊຍ ມາ​ເລ​ເຊຍ (Air Asia Malaysia Airlines)​ ເປີດ​ເຜີຍ​ວ່າ: ຈະ​ເລີ່​ມຖ້ຽວ​ບິນ​ ໃນ​ປະ​ເທດ ທຸກ​ເສັ້ນທາງ ນັບຕັ້ງ​ແຕ່​ເດືອນ​ກໍລະກົດ ​ເປັນຕົ້ນ​ໄປ ​ເນື່ອງ​ຈາກ​ ລັດຖະບານ ມາ​ເລ​ເຊຍ ຫລຸດຜ່ອນ ມາດ​ຕະການຈຳກັດການ​ເດີນທາງ ​ເພື່ອ​ຄວບ​ຄຸມ​ເຊື້ອພະຍາດໂຄ​ວິດ-19 ​ແຕ່​ຄວາມຖີ່​ ຂອງ​ຖ້ຽວ​ບິນ ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ຕ້ອງການ ​ເດີນທາງ​ຂອງ​ຜູ້​ໂດຍສານ ​ເນື່ອງ​ຈາກ​ຂະນະ​ນີ້ ມີ​ຄວາມ​ຕ້ອງການ ​ເດີນທາງ​ ດ້ວຍ​ເຮືອບິນ​ ສູງ​ຂຶ້ນ ຄົນ​ຕ້ອງການ​ເດີນທາງ, ຕ້ອງການ​ເຮັດ​ວຽກ ​ແລະ ຕ້ອງການ​ກັບ​ເຮືອນ. ສ່ວນ​ລັດຖະບານ ມາ​ເລ​ເຊຍ ອະນຸຍາດ ​ໃຫ້​ເດີນທາງ ລະຫວ່າງ ​ລັດ​ ໄດ້ຕັ້ງ​ແຕ່​ອາທິດ​ກ່ອນ ຕາມ​ມາດ​ຕະການຟື້ນຟູ​ເສດຖະກິດ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຄ​ວິດ-19 ຫລັງ​ຈາກ​ ປະກາດ​ວ່າ ປະສົບ​ຜົນສຳ​ເລັດ ​ໃນ​ການ​ຄວບ​ຄຸມພະ​ຍາດ​ໄດ້​ແລ້ວ. ...

Read More »

ການເປີດການທ່ອງທ່ຽວແບບ “travel bubble” ແມ່ນຫຍັງກັນແທ້?

ໃນວັນທີ 14 ມິຖຸນາ ຜ່ານມາ ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ (Ms. Triksi Trisornkun) ເປີດເຜີຍວ່າ ລັດຖະມົນຕີວ່າການທ່ອງທ່ຽວ ແລະ ກິລາ (Mr. Phiphat Ratchakitprakan) ໄດ້ຜັກດັນແຜນການ “travel bubble” ການຈັບຄູ່ປະເທດ ເພື່ອເຊື່ອມຕໍ່ການເດີນທາງລະຫວ່າງປະເທດທີ່ສາມາດຈັດການ Covid-19 ໄດ້ດີເທົ່າໆກັນ, ເຊິ່ງເປັນຄວາມຮ່ວມມືໃນລັກສະນະສອງຝ່າຍ ດ້ານການທ່ອງທ່ຽວແບບໃໝ່ທີ່ທົ່ວໂລກກໍາລັງຫັນມາສົນໃຈ ພາຍຫຼັງສະຖານະການ Covid-19 ໃນຫຼາຍໆປະເທດເລີ່ມດີຂຶ້ນ ໂດຍຈະມີການເປີດຮັບນັກທ່ອງທ່ຽວ ມື້ລະ 1,000 ຄົນ ເຂົ້າປະເທດ ໂດຍບໍ່ຕ້ອງກັກໂຕ 14 ມື້. ປັດຈຸບັນ ການປະຊຸມສູນບໍລິການສະຖານະການ Covid-19 ໄດ້ເຫັນດີໃນຫຼັກການແລ້ວ ເຊິ່ງໃນຕອນນີ້ ຢູ່ໃນຂັ້ນຂອງການຫາລືລະຫວ່າງກະຊວງການທ່ອງທ່ຽວ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງການມະຫາດໄທ ແລະ ກະຊວງການຕ່າງປະເທດ ເພື່ອຫາຂໍ້ສະຫຼຸບໃນແນວທາງການດໍາເນີນການ ບໍ່ວ່າຈະເປັນແນວທາງການເຈລະຈາກັບປະເທດກຸ່ມເປົ້າໝາຍ, ຂໍ້ປະຕິບັດຕ່າງໆ ລວມເຖິງການປ້ອງກັນການລະບາດຂອງພະຍາດ ກ່ອນສູນບໍລິຫານສະຖານະການ Covid-19 ຈະພິຈາລະນາອີກຄັ້ງໜຶ່ງ ໃນວັນທີ 17 ມິຖຸນາ ນີ້. ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ ໄດ້ໃຫ້ຂໍ້ມູນວ່າ: ເສດຖະກິດໄທ ແລະ ທົ່ວໂລກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ  Covid-19 ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສປປ ລາວ ປະຈໍາເດືອນ 5 ປີ 2020 ບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 264 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 447 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 183 ລ້ານໂດລາສະຫາລັດ      ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 264 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 33 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ , ໝາກກ້ວຍ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ...

Read More »

ການນໍາສອງປະເທດ ຈີນ-ລາວ ຝາກຄວາມຢື້ຢາມຖາມຂ່າວ ເຊິ່ງກັນແລະກັນ ກ່ຽວກັບການຮ່ວມມືກັນ ຕ້ານກັບພະຍາດໂຄວິດ-19

ວັນທີ 15 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວກ່ຽວກັບຈີນ ແລະ ລາວໄດ້ຮ່ວມມືກັນຕ້ານກັບພະຍາດໂຄວິດ-19. ທ່ານສີຈິ້ນຜິງກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບຈາກສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ. ເມື່ອໄດ້ຮູ້ວ່າການຊ່ວຍເຫຼືອຂອງຈີນໃຫ້ກັບລາວໃນການຕ້ານກັບພະຍາດໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ. ນະທີ່ນີ້, ຂ້າພະເຈົ້າຂໍຕາງໜ້າພັກ-ລັດແລະປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຝ່າຍລາວທີ່ໄດ້ຮັບໄຊຊະນະເປັນກ້າວໆໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນແກນນຳ. ຈີນຍິນດີຮ່ວມກັບລາວເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງຈີນ-ລາວກໍຄືປະຊາຄົມໂລກ, ຈະໄດ້ຮັບໄຊຊະນະໄລຍະສຸດທ້າຍຂອງບັ້ນຕ້ານກັບພະຍາດຄັ້ງນີ້ຢ່າງແນ່ນອນ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຂອງສອງພັກສອງລັດຈີນ-ລາວ, ຍິນດີຮ່ວມກັບສະຫາຍພະຍາຍາມຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໜັກແໜ້ນ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.   ແຫຼ່ງຂ່າວ: CRI China is ready to strengthen cooperation with Laos in fighting #COVID19 epidemic, Xi Jinping tells President of Laos, Bounnhang Vorachith, in a verbal message xhne.ws/4tfRl Xinhua News

Read More »

ໄທ ກຽມເປີດດ່ານຊາຍແດນ 24 ຊົ່ວໂມງ ພ້ອມທັງເຮັດ “ດັບເບີລ ວີຊ້າ” ກະຕຸ້ນນັກທ້ອງທ່ຽວ 42 ລ້ານຄົນ

ທາງໜ່ວຍງານພາກລັດຂອງປະເທດໄທກໍາລັງພິຈາລະນາອອກ “ດັບເບິລ ວີຊາ”  (Double Visa)  ເພື່ອໃຫ້ນັກທ່ອງທ່ຽວເດີນທາງເຂົ້າອອກປະເທດໄທ ໄດ້ 2 ເທື່ອ ຕາມໄລຍະເວລາທີ່ກໍານົດ ເຊິ່ງມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຕ່າງປະເທດ ທີ່ຕ້ອງການເດີນທາງລະຫວ່າງປະເທດ ອາຊຽນ ເຊັ່ນ: ເດີນທາງມາພັກທີ່ປະເທດໄທໄລຍະໜຶ່ງ ແລ້ວຕ້ອງການເດີນທາງໄປທ່ຽວປະເທດລາວ ເພື່ອຢ້ຽມຊົມສະຖານທີ່ຕ່າງໆ​ແລ້ວ ຈຶ່ງເດີນທາງກັບມາທີ່ປະເທດໄທຄືນ ເພື່ອບິນກັບໄປປະເທດຕົນ ໂດຍໄດ້ປະກາດ ແຈ້ງມາດຕະການ ກະຕຸ້ນການທ່ອງທ່ຽວ ຕັ້ງ”ດັບເບິລ ວີຊາ”  (Double Visa) ເຂົ້າອອກປະເທດໄທໄດ້ ໂດຍເປີດດ່ານຊາຍແດນ 24 ຊົ່ວໂມງ ຄາດໝາຍດຶງນັກທ່ອງທ່ຽວເຂົ້າປະເທດປະມານ 42 ລ້ານຄົນ ໃນປີ 2020 ນີ້. ສ່ວນການທົດລອງເປີດດ່ານ 24 ຊົ່ວໂມງ ມີແຜນຈະເປີດໃນທ້າຍ ປີ 2019  ໂດຍຈະທົດລອງໄປກ່ອນ ເປັນເວລາ 3 ເດືອນ.​ ໃນເບື້ອງຕົ້ນ ແມ່ນມີແຜນຈະເປີດດ້ານຊາຍແດນ 2 ດ່ານ ຕະຫຼອດ 24 ຊົ່ວໂມງ ໃນຊ່ວງເທດສະການສໍາຄັນເຊັ່ນ: ດ່ານໜອງຄາຍ ຈັງຫວັດໜອງຄາຍ ແລະ ດ່ານ ສະເດົາ  ຈັງຫວັດສົງຂາ. ...

Read More »

ສປປ ລາວ ຈະມີການໃຫ້ບໍລິການການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ການດໍາເນີນກິດຈະການໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ. ສະນັ້ນ, ຈຶ່ງໄດ້ມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນກິດຈະການໃຫ້ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.      ລາຍເຊັນເອເລັກໂຕຣນິກ ແມ່ນຕົວອັກສອນ, ເຄື່ອງໝາຍ, ສັນຍາລັກຕົວເລກ, ສຽງ ຫຼື ສິ່ງອື່ນທີ່ສ້າງຂື້ນໃນຮູບແບບເອເລັກໂຕຣນິກທີ່ຕິດກັບຂໍ້ມູນເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນ ຕົວຕົນຂອງຜູ້ລົງລາຍເຊັນ ແລະ ຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ. ໃນນັ້ນ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີ 2 ລະດັບ ຄື: ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root Certificate Authority) ແມ່ນໜ່ວຍງານໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແກ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ ເຊິ່ງແມ່ນ ສູນອິນເຕິເນັດແຫ່ງຊາດ ...

Read More »