ຂ່າວດີ!!! ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຊິ່ງຫຼ້າສຸດຈາກການເກັບຕົວ ຢ່າງມາກວດວິເຄາະທັງໝົດ 207 ຄົນໃນວັນທີ 10 ມິຖຸນາ 2020 ແມ່ນບໍ່ພົບເຊື້ອໄວຣັສປອດອັກເສບ.

ໃນວັນທີ 11 ມິຖຸນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ.

ຜ່ານການຖະແຫຼງຂ່າວໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 10 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 207 ຄົນ, ໃນນັ້ນ: ແຮງງານລາວກັບມາແຕ່ໄທ 182 ຄົນ, ແຮງງານຫວຽດນາມ 17 ຄົນ ແລະ ກໍລະນີສົງໄສ 08 ຄົນ. ຜົນກວດຂອງ ແຮງງານລາວ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 10 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 9.427 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (60 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາກໍ່ຄື ຢູ່ໃນບັນດາປະເທດອາຊຽນ ແລະ ໃນທົ່ວໂລກ. ພວກເຮົາຕີລາຄາວ່າສະພາບການລະບາດຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 60 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ.

 

Comments