ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ໃນນາມເປັນເຈົ້າພາບ ໄດ້ກ່າວເປີດ ກອງປະຊຸມທາງໄກສະໄໝພິເສດ ຂອງ​ລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ພາຍໃຕ້ຫົວຂໍ້: ການຫລຸດຜ່ອນຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ວັນທີ 10 ມິຖຸນາ 2020ໂດຍຜ່ານ (Video Conference) ເປັນທາງການ, ໂດຍ ມີບັນດາ ທ່ານລັດຖະມົນຕີ ປະເທດສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມເຂົ້າຮ່ວມ.

ในภาพอาจจะมี 1 คน, ข้อความ

ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຖືເປັນໂອກາດທີ່ດີຫຼາຍ ທີ່ພວກເຮົາຈະໄດ້ພ້ອມກັນ ປຶກສາຫາລືແລກປ່ຽນ ຄໍາຄິດເຫັນ, ບົດຮຽນໃນລະດັບຊາດ ແລະ ບູລິມະສິດຍຸດທະສາດໃນການຈັດຕັ້ງປະຕິບັດວາລະຂອງ ອາຊຽນ ກ່ຽວກັບການປົກປ້ອງສັງຄົມ ແລະ ສະຫວັດດີການສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ໃນຊ່ວງເວລາ ທີ່ມີການລະບາດຂອງພະຍາດ ໂຄວິດ-19, ເພື່ອເປັນແນວທາງໃນການຍົກສູງ ພາລະບົດບາດ ການເປັນຈຸດປະສານງານຂອງພາກພື້ນ ໃນການສົ່ງເສີມການປົກປ້ອງສັງຄົມ ແລະ ສະຫວັດດີການສັງຄົມ ສໍາລັບກຸ່ມດ້ອຍໂອກາດໃນການຮັບມື ແລະ ຫຼຸດຜ່ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຈະໄດ້ພ້ອມກັນພິຈາລະນາຮັບຮອງຮ່າງຖະແຫຼງການຮ່ວມ ວ່າດ້ວຍການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ກຸ່ມຄົນດ້ອຍໂອກາດໃນພາກພື້ນອາຊຽນ ເພື່ອເຮັດໃຫ້ທຸກຄົນໃນສັງຄົມຂອງພວກເຮົາ ໂດຍສະເພາະກຸ່ມຄົນດ້ອຍໂອກາດ ໄດ້ມີສິດເທ່ົາທຽມກັນໃນການເຂົ້າເຖິງການບໍລິການຕ່າງໆໂດຍບໍ່ປະຖິ້ມ ຜູ້ໃດໄວ້ຂ້າງຫຼັງ.

ในภาพอาจจะมี 7 คน, ผู้คนกำลังยืน

ຕອນທ້າຍ ທ່ານ ປະທານກອງປະຊຸມ ຍັງໄດ້ກ່າວຕື່ມອີກວ່າ: ຫວັງວ່າການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງມີສີ່ງທ້າທ້າຍຫລາຍດ້ານ ທີ່ຈະຕ້ອງໄດ້ຮັບການຮ່ວມມືກັນຢ່າງໃກ້ສິດ ເພື່ອການແກ້ໄຂບັນຫາສັງຄົມ ແລະ ການປົກປ້ອງສົ່ງເສີມສິດທິມະນຸດ ໂດຍສະເພາະແມ່ນ ເດັກນ້ອຍ, ຜູ້ອາຍຸສູງ, ຜູ້ພິການ ແລະ ກຸ່ມຄົນທີ່ດ້ອຍໂອກາດ ເພື່ອຫຼຸດຜ່ອນສິ່ງກີດຂວາງ ແລະ ການເຂົ້າເຖິງການບໍລິການຕ່າງໆ ທີ່ເທົ່າທຽມກັນ ຊື່ງເປັນບຸລິມະສິດຂອງແຜນຍຸດທະສາດວຽກສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ 2016-2020 ແລະ ຫວັງຢ່າງຍິ່ງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງໃກ້ຊິດຈາກບັນດາທ່ານລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໃນໄລຍະທີ່ ສປປ ລາວ ເຮັດໝ້າທີ່ໃນການເປັນປະທານ ເພື່ອເຮັດໃຫ້ການພັດທະນາວຽກສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄດ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດຫຼາຍຂຶ້ນ.

(ຂ່າວຮສສ:ເພັດສະໄໝ)

Comments