ມາຮູ້ຈັກ!!! “New Normal” ດ້ານເສດຖະກິດ

1. ຮູບແບບຂອງປະເທດຈີນຈະເປັນສູນກາງເສດຖະກິດ

ເພາະຈີນ ເປັນປະເທດທໍາອິດທີ່ໄດ້ຮັບຜົນກະທົບ ແລະ ກໍເປັນປະເທດທໍາອິດທີ່ຈະຟື້ນຕົວໄດ້ໄວທີ່ສຸດ ສະນັ້ນ, ການລົງທຶນ ຫຼືທິດທາງຂອງເສດຖະກິດທັງໃນ ແລະ ນອກປະເທດລ້ວນແລ້ວແຕ່ມີສິ່ງກ່ຽວຂ້ອງກັບຈີນທັງນັ້ນ ເຊັ່ນແຫຼ່ງການຜະລິດສິນຄ້າເປັນຕົ້ນ.

2. ການຟື້ນຟູເສດຖະກິດຕ້ອງອາໄສພາກລັດ ແລະ ທຸລະກິດຂະໜາດໃຫຍ່ 

ພາກລັດ ແລະ ທຸລະກິດຂະໜາດໃຫຍ່ ທີ່ມີເງິນທຶນສໍາຮອງມີອໍານາດຊ່ວຍເຫຼືອທີ່ສູງຫຼາຍ ຈຶ່ງເປັນສາເຫດທີ່ເຮົາອາດຈະໄດ້ເຫັນການຮ່ວມມືຂອງພາກລັດ ແລະ ທຸລະກິດຂະໜາດໃຫຍ່ ໃນການພັດທະນາເສດຖະກິດໃນປະເທດ.

3. ຜູ້ປະກອບການຈະລົງທຶນກັບການໃຊ້ເທັກໂນໂລຢີໃນການເຮັດວຽກຫຼາຍຂຶ້ນ 

ຈາກສະຖານະການ Covid-19 ເຮັດໃຫ້ຫຼາຍໆທຸລະກິດຮຽນຮູ້ເຖິງວິທີການໃຊ້ເທັກໂນໂລຢີໃນການເຮັດວຽກຫຼາຍຂຶ້ນ ແລະ ເຫັນເຖິງຂໍ້ດີໃນການໃຊ້ເທັັກໂນໂລຢີເຫຼົ່ານີ້ ເພື່ອຫຼຸດບັນຫາຂອງພະລັງງານຄົນອີກດ້ວຍ.

4. ເງິນ DIgital ເປັນສິ່ງທີ່ແຕ່ລະປະເທດໃຫ້ຄວາມສົນໃຈ 

ປັດຈູບັນ ຈີນໄດ້ຫັນມາໃຊ້ລະບົບເງິນ DIgital ເຕັມຮູບແບບແລ້ວ ແລະ ຈີນຈະເປັນສູນກາງຂອງໂລກໃນໄລຍະເວລາໜຶ່ງ ເຮັດໃຫ້ຫຼາຍໆປະເທດຕ້ອງຫັນມາສົນໃຈຄ່າເງິນດັ່ງກ່າວຢ່າງຈິງຈັງຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Comments