ມາຮູ້ຈັກ!!! “New Normal” ດ້ານທຸລະກິດຫຼັງ Covid-19

1. ທຸລະກິດດ້ານເທັກໂນໂລຢີຂັ້ນສູງຈະມີການພັດທະນາຢ່າງເຫັນໄດ້ຊັດເຈນ

ເພາະຈາກສະຖານະການ Covid-19 ທີ່ທຸກຄົນຫັນໄປໃຫ້ຄວາມສົນໃຈກັບເທັກໂນໂລຢີ ເຮັດໃຫ້ສິ່ງເຫຼົ່ານີ້ ເປັນໂອກາດຂອງທຸລະກິດສາຍນີ້ຈະເລັ່ງແກ້ບັນຫາ ຈົນອາດສາມາດສ້າງຈຸຢືນທີ່ໝັ້ນຄົງໃນຕະຫຼາດໄດ້.

2. ທຸລະກິດ Start-up ຈະເປັນເລື່ອງທີ່ຍາກຂຶ້ນ

ເນື່ອງຈາກທຸລະກິດແນວນີ້ ຈະຕ້ອງມີນັກລົງທຶນເປັນສ່ວນທີ່ຫຼໍ່ລ້ຽງ ແລະ ພັດທະນາທຸລະກິດ ແຕ່ສະພາວະທີ່ເປັນຢູ່ ແລະ ຫຼັງຈາກນີ້ ຈະຍັງເປັນຊ່ວງເວລາທີ່ນັກລົງທຶນ ຈະຄໍານຶງໃນສ່ວນຂອງການລົງທຶນເອົາໄວ້ຢູ່.

3. ທຸລະກິດຕ່າງໆ ຈະລົງທຶນກັບລະບົບ E-Commerce ຫຼາຍຂຶ້ນ

ຜົນກະທົບຈາກ Covid-19 ເຮັດໃຫ້ພຶດຕິກໍາຂອງຜູ້ບໍລິໂພກປ່ຽນໄປ ແລະ ເບິ່ງຄືວ່າລະບົບ E-Commerce ຈະສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ເປັນຢ່າງດີ.

4. ທຸລະກິດແຟຊັ່ນຈະມີ Platform ເປັນຂອງຕົວເອງ

ເຊິ່ງໃນ Platform ນີ້ ຈະມີເທັກໂນໂລຢີທີ່ຈໍາເປັນສໍາລັບການສື່ສານກັບລູກຄ້າໂດຍບໍ່ຕ້ອງໄປທີ່ໜ້າຮ້ານ ເພື່ອຫຼຸດຜ່ອນການເກີດເຫດການທີ່ບໍ່ຄາດຄິດເຊັ່ນວ່າ ການລອງເຄື່ອງນຸ່ງຜ່ານລະບົບ 3D Showroom ເປັນຕົ້ນ.

5. ທຸລະກິດກ່ຽວກັບຄ້າຍ່ອຍທີ່ຂາຍສິນຄ້າບໍ່ຈໍາເປັນຈະຕ້ອງປັບຕົວເຂົ້າສູ່ລະບົບ Online 

ຮ້ານຄ້າຍ່ອຍທີ່ຂາຍສິນຄ້າບໍ່ຈໍາເປັນເຊັ່ນວ່າ: ອຸປະກອນກໍ່ສ້າງ, ຂອງຕົກແຕ່ງ ແລະ ອື່ນໆ ຈະຕ້ອງເຂົ້າສູ່ລະບົບ Online ຫຼາຍຂຶ້ນໃນສັດສ່ວນ 70% ເພື່ອເຂົ້າເຖິງຜູ້ບໍລິໂພກທີ່ມີພຶດທິກໍາການຊື້ສິນຄ້າເຫຼົ່ານີ້ຜ່ານລະບົບ Online ຫຼາຍຂຶ້ນ.

6. ທຸລະກິດຮ້ານອາຫານຈະມີການປັບຮູບແບບໃໝ່ ເພີ່ມໄລຍະເວລາຫຼາຍຂຶ້ນ

ຈາກບົດຮຽນຂອງ Covid-19 ທຸລະກິດຮ້ານອາຫານກໍເລີ່ມຈະໃຫ້ຄວາມສໍາຄັນກັບພື້ນທີ່ໃນຮ້ານຫຼາຍຂຶ້ນ ເພື່ອເພີ່ມຄວາມປອດໄພໃນເລື່ອງຂອງສຸຂະອະນາໄມ ແລະ ເຫດການບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຢູ່ສະເໝີ.

ການປ່ຽນແປງທາງສັງຄົມທີ່ເກີດຂຶ້ນ ຈະເອີ້ນວ່າທິດສະດີ New Normal ສິ່ງເຫຼົ່ານີ້ຈະມີຜົນກະທົບຢ່າງຫຼວງຫຼາຍກັບສະພາບເສດຖະກິດ, ທຸລະກິດ, ການຕະຫຼາດ ແລະ ອື່ນໆ ກໍວ່າໄດ້  ທັງຜູ້ບໍລິໂພກ ແລະ ຜູ້ປະກອບການຈະຕ້ອງກຽມຮັບມືກັບຄວາມປ່ຽນແປງທີ່ຈະເກີດຂຶ້ນດ້ວຍຂໍ້ມູນທີ່ເຊື່ອຖືໄດ້ ແລະ ການປັບຕົວຈາກຂໍ້ມູນເຫຼົ່ານັ້ນ ຈະເປັນຕົວບົ່ງບອກຈຸດຢືນໃໝ່ໆ ໃຫ້ກັບຕົວທຸລະກິດຂອງທ່ານ. ນອກຈາກທິດສະດີ New Normal ທີ່ໄດ້ກ່າວມາ ໃນອະນາຄົດອັນໃກ້ ຫຼືແມ່ນແຕ່ກະແສລາຍວັນ ກໍມັກຈະມີການປ່ຽນແປງບາງຢ່າງທີ່ເຮັດໃຫ້ເກີດ New Normal  ກັບສະຖານະກນາບາງຢ່າງສະເໝີ ເພາະສະນັ້ນ, ສິ່ງສໍາຄັນຢູ່ທີ່ວ່າເຮົາຈະເຂົ້າເຖິງ ແລະ ຕອບສະໜອງຄວາມຕ້ອງການໃນພຶດຕິກໍາເຫຼົ່ານັ້ນໄດ້ດີ ແລະ ໄວວາປານໃດ ທ້າຍທີ່ສຸດກໍຂຶ້ນຢູ່ກັບວ່າ ຖ້າເຮົາຫາ New Normal ໃໝ່ໆ ໄດ້ຫຼາຍເທົ່າໃດເຮົາກໍຈະມີຄວາມໄດ້ປຽບທາງດ້ານທຸລະກິດ ແລະ ການຕະຫຼາດຫຼາຍຂຶ້ນເທົ່ານັ້ນ.

ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Comments