ລັດຖະບານ ເລັ່ງຟື້ນຟູການທ່ອງທ່ຽວລາວ ຫລັງໂຄວິດ-19 (ພ້ອມທັງຊຸກຍູ້ບັນດາແຂວງໃນທົ່ວປະເທດ ຈັດກິດຈະກຳ ເພື່ອສົ່ງເສີມ “ລາວທ່ຽວລາວ”)

ປັດຈຸບັນ ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດຖະກິດລາວ ໂດຍສະເພາະ ຕໍ່ຂະແໜງການທ່ອງທ່ຽວ, ຊຶ່ງລັດຖະບານ ໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກ່ຽວກັບມາດຕະການຮອງຮັບນັກທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ພາຍຫລັງໂຄວິດ-19 ໂດຍສົມທົບກັບຂະແໜງສາທາລະນະສຸກ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້ພາກທຸລະກິດ ສ້າງລາຍການທ່ອງທ່ຽວ ໃຫ້ຫລາກຫລາຍ ເພື່ອສົ່ງເສີມການທ່ອງທ່ຽວ ແບບ “ລາວທ່ຽວລາວ”.


ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານໃຫ້ຮູ້ໃນວັນທີ 1 ກໍລະກົດ 2020 ນີ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະ ຊວງ ຖວທ ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວ ສ້າງກິດຈະກໍາການທ່ອງທ່ຽວ ທີ່ຕິດພັນກັບ ວັດທະນະທໍາ, ຮີດຄອງປະເພນີຂອງທ້ອງຖິ່ນ, ວິຖີຊີວິດຂອງທ້ອງຖິ່ນ, ຫັດຖະກໍາທ້ອງຖິ່ນ, ອາຫານທ້ອງຖິ່ນ ແລະ ການທ່ຽວຊົມທໍາມະຊາດ. ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນນີ້ເນັ້ນໃສ່ດ້ານມາດຕະການ ດ້ານຄວາມປອດໄພ, ວິທີການຮັກສາສຸຂະອະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການ ເດີນທາງ, ກ່ຽວກັບບັນຫາດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ ຜູ້ໃຫ້ບໍລິການຂອງພາກລັດ ແລະ ພາກທຸລະກິດ ໃນຂະແໜງການທ່ອງທ່ຽວ ພ້ອມສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເພື່ອໃຫ້ຄົນລາວອອກເດີນທາງທ່ອງທ່ຽວ ພາຍໃນ “ລາວທ່ຽວລາວ”.

ในภาพอาจจะมี 1 คน

ພ້ອມດຽວກັນນັ້ນ, ຍັງຈະຊຸກຍູ້ ແລະ ສົ່ງເສີມ ບັນດາແຂວງໃນທົ່ວປະເທດ ຈັດກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວລາວ ເຊັ່ນ: ງານບຸນປະເພນີຂອງແຕ່ລະທ່ອງຖິ່ນ, ງານເທດສະການອາ ຫານແຕ່ລະພາກ, ເທດສະການດື່ມຊາ 400 ປີ, ເທດສະການກາເຟລາວ, ເທດສະການອາຫານພື້ນບ້ານ, ງານວາງສະແດງ ແລະ ຂາຍສິນຄ້າເຄື່ອງຫັດຖະກຳ. ພ້ອມນັ້ນ, ຍັງຈະສ້າງວີດີໂອສັ້ນ ເພື່ອໂຄສະນາການທ່ອງທ່ຽວ ພາຍຫລັງສິ້ນສຸດການລະບາດຂອງພະຍາດໂຄວິດ-19 ແລ້ວໂພດຕາມສື່ອອນລາຍຕ່າງໆ ເຊັ່ນ: FB, Twitter, IG, Tik Tok, Wechat ແລະ Youtube, ພ້ອມທັງຈະຈັດກິດຈະກໍາ ຮ່ວມກັບປະເທດໃກ້ຄຽງ ເພື່ອກະຕຸ້ນການທ່ອງທ່ຽວ ເຊັ່ນ: ຂີ່ລົດຖີບ, ງານວາງສະແດງຜະ ລິດຕະພັນການທ່ອງທ່ຽວ ແລະ ອື່ນໆ.

ຂ່າວ:ຂປລ

Comments