ໄລຍະ 5 ປີທີ່ຜ່ານມາ, ລັດຖະບານ ໄດ້ແຈ້ງຍົກເລີກໂຄງການທັງໝົດ 82 ໂຄງການ… 

ວັນທີ 25 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ເຊິ່ງໜຶ່ໃນປະເດັນທີ່ມີການຊັກຖາມຈາກສະມາຊິກສະພາແຫ່ງຊາດແມ່ນກ່ຽວກັບ ວິທີການແກ້ໄຂ ແລະ ການຄຸ້ມຄອງ ຕໍ່ກັບບັນຫາການຈັບຈອງໂຄງການລົງທຶນແລ້ວຂາຍຕໍ່ ໂດຍທີ່ບໍ່ມີການພັດທະນາ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕໍ່ປະຊຸມວ່າ ຜ່ານມາ ລັດຖະບານ ໄດ້ອະນຸຍາດໂຄງການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນຫລາຍຂະແໜງການໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ.

ພາຍຫລັງໄດ້ຮັບອະນຸມັດແລ້ວ, ຫລາຍໂຄງການກໍມີຄວາມຄືບໜ້າດີ ແຕ່ມີບາງໂຄງການທີ່ຈັດຕັ້ງປະຕິບັດຫລ້າຊ້າ, ບໍ່ມີຄວາມຄືບໜ້າ ແລະ ມີລັກສະນະຈັບຈອງໂຄງການ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງແຜນການ ແລະ ການລົງທຶນ ໄດ້ມີມາດຕະການໃນການຕິດຕາມກວດກາໂຄງການເພື່ອປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕາມເນື້ອໃນຂອງສັນຍາ. ພ້ອມດຽວກັນ, ກໍເອົາໃຈໃສ່ປະຕິບັດນິຕິກຳຂອງລັດຖະບານຕ່າງໆ ເປັນຕົ້ນຄຳສັ່ງ 08/ນຍ ແລະ 09/ນຍ ກ່ຽວກັບການກວດກາປະເມີນຕີລາຄາການຈັດຕັ້ງບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດ.

ຜ່ານການກວດກາບັນດາໂຄງການນັບແຕ່ປີ 2016 ເປັນຕົ້ນມາ ໄດ້ພົບເຫັນໂຄງການບໍ່ມີຄວາມຄືບໜ້າ ແລະ ເຮັດຜິດສັນຍາທີ່ໄດ້ເຊັນກັບລັດຖະບານ ເຊິ່ງໄດ້ມີການແຈ້ງຍົກເລີກໂຄງການທັງໝົດ 82 ໂຄງການ (ໃນນັ້ນ, ຂະແໜງບໍ່ແຮ່ 70 ໂຄງການ, ໄຟຟ້າ 9 ໂຄງການ ແລະ ກະສິກໍາ 3 ໂຄງການ).

ພ້ອມນັ້ນ, ກໍໄດ້ຢຶດເງິນຄໍ້າປະກັນການປະຕິບັດສັນຍາຂອງ 5 ໂຄງການ ເປັນຈຳນວນເງິນ 160.000 ໂດລາ. ເຖິງຈະມີການຈັດຕັ້ງປະຕິບັດມາດຕະການດັ່ງກ່າວແລ້ວກໍຕາມ ແຕ່ກໍເຫັນວ່າສະພາບການຈັບຈອງໂຄງການ ແລະ ການບໍ່ປະຕິບັດພັນທະຕາມສັນຍາຍັງມີຢູ່ ເຊິ່ງຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໂດຍການເພີ່ມທະວີຄວາມເຄັ່ງຂັດໃນການຕິດຕາມກວດກາ ໃນລະດັບຂັ້ນສູນກາງ ແລະ ທ້ອງຖິ່ນ

ຂໍ້ມູນ: Lao Youth Radio FM 90.0 Mhz

Comments