ຈີນ-ລາວ ໄປຄຽງຄູ່ກັນຕາມເສັ້ນທາງແຫ່ງການຮ່ວມມື, ເຂັ້ມແຂງ, ຟື້ນຟູ ແລະ ເຕີບໂຕ (“ໜຶ່ງແລວໜຶ່ງເສັ້ນທາງ”ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີ)

ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສເປັນລາຍລັກອັກສອນຕໍ່ກອງປະຊຸມວິດີໂອລະດັບສູງ ກ່ຽວກັບການຮ່ວມມືສາກົນໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໂດຍຊີ້ໃຫ້ເຫັນວ່າ ຈະສ້າງ”ໜຶ່ງແລວໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງການຮ່ວມມືທີ່ສາມັກຄີກັນຮັບມືກັບບັນດາສິ່ງທ້າທາຍ, ເປັນເສັ້ນທາງແຫ່ງຄວາມເຂັ້ມແຂງ ທີ່ຮັກສາສຸຂະພາບ ແລະຄວາມປອດໄພຂອງປະຊາຊົນ, ເປັນເສັ້ນທາງແຫ່ງການຟື້ນຟູທີ່ສົ່ງເສີມເສດຖະກິດ-ສັງຄົມ ແລະ ເປັນເສັ້ນທາງແຫ່ງການເຕີບໂຕທີ່ກະຕຸ້ນກໍາລັງແຮງ ຂອງການພັດທະນາ ທີ່ໄດ້ຊີ້ບອກທິດທາງການສົ່ງເສີມ”ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອ ສືບຕໍ່ຮ່ວມມືແບບຍືນຍົງ ແລະ ບັນລຸບົດບາດສໍາຄັນດ້ານການຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ພັດທະນາໃນໄລຍະຍາວ ພາຍໃຕ້ສະຖານະການໃໝ່.

“ໜຶ່ງແລວໜຶ່ງເສັ້ນທາງ”ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີ ແລະ ການຮ່ວມມືຢ່າງກວ້າງຂວາງ ເຊິ່ງຄວາມສາມັກຄີ ແລະ ການຮ່ວມມືແມ່ນ “ຄຳຫລັກ” ທີ່ທ່ານປະທານປະເທດ ສີ ຈິ້ນຜິງ ເຄີຍນໍາໃຊ້ຫລາຍຄັ້ງໃນການຊຸກຍູ້ການຮ່ວມມືສາກົນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19. ໃນ 7 ປີນັບຕັ້ງແຕ່ “ໜຶ່ງແລວໜຶ່ງເສັ້ນທາງ” ເລີ່ມຕົ້ນມາ ໂດຍຖືເອົາຫລັກການແຫ່ງ ການປຶກສາຫາລືຮ່ວມກັນ ກໍ່ສ້າງ ແລະ ຊົມໃຊ້ຮ່ວມກັນ, 137 ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມໃນການພັດທະນາຫລາຍກ່ວາ 2.000 ໂຄງການ, ໂຄງການນີ້ ໄດ້ຂະຫຍາຍຕົວເປັນເວທີການຮ່ວມມືສາກົນ ທີ່ໃຫຍ່ທີ່ສຸດຂອງໂລກ. ໝາກຜົນດັ່ງກ່າວນີ້ ກໍ່ຍ້ອນວ່າທຸກຝ່າຍລ້ວນແຕ່ຢຶດໝັ້ນຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີ ແລະ ການຮ່ວມມືກັນຕະຫລອດເວລາ. ປັດຈຸບັນນີ້ ທົ່ວໂລກກໍາລັງປະເຊີນໜ້າກັບການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະມີຄວາມກົດດັນໃນການພັດທະນາເສດຖະກິດ, ຍິ່ງມີຄວາມຈຳເປັນຕ້ອງສາມັກຄີ ເພື່ອຮັບມືກັບຄວາມທ້າທາຍ ໂດຍຜ່ານການເພີ່ມທະວີກົນໄກການຮ່ວມມືທົ່ວໂລກ ເຮັດໃຫ້ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ເປັນເວທີຫລາຍຝ່າຍທີ່ສໍາຄັນຍ່ອມຈະມີບົດບາດສໍາຄັນຫລາຍກວ່າເກົ່າ, ທັງຈະຊ່ວຍຮັກສາສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນຕາມເສັ້ນທາງໃຫ້ດີຂື້ນ.

ທ່ານ ປະທານປະເທດ ສີ ຈິ້ນຜິງ ໄດ້ເນັ້ນໜັກເຖິງລັດ ຖະບານຈີນ ຍາມໃດກໍຖືເອົາປະຊາຊົນ ແລະ ສຸຂະພາບ-ຄວາມປອດໄພ ເປັນບຸລິມະສິດ ແລະ ສໍາຄັນກ່ວາໝູ່, ພ້ອມສະເໜີໃຫ້ກໍ່ສ້າງ “ເສັ້ນທາງສາຍໄໝດ້ານສຸຂະພາບ” ໃນປີ 2016. ຫຼັງຈາກການລະບາດຂອງພະຍາດໂຄວິດ-19,ບັນດາຄູ່ຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ລວມທັງປະເທດລາວ ໄດ້ໃຫ້ການຊ່ວຍເຫລືອ ທີ່ມີຄ່າແກ່ຈີນ,ໃນຂະນະທີ່ ຈີນກໍໃຫ້ການຊ່ວຍເຫລືອຕໍ່ 122 ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ສົ່ງທີມແພດໄປ 25 ປະເທດ, ແບ່ງປັນປະສົບການໃນການປ້ອງກັນ ແລະປິ່ນປົວ. ບັນດາປະເທດ”ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເລັ່ງການຮ່ວມມືໃນຂົງເຂດສາທາລະນະສຸກຢ່າງເຕັມສ່ວນ, “ເສັ້ນທາງສາຍໄໝດ້ານສຸຂະພາບ” ຈະກາຍເປັນ“ ຈຸດເຊື່ອມຕໍ່ຂອງການຮ່ວມຊະຕາກໍາ” ສຳລັບການຮັກສາສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນຕາມເສັ້ນທາງ.

“ໜຶ່ງແລວໜຶ່ງເສັ້ນທາງ” ຈະສົ່ງເສີມການຟື້ນຟູ ແລະ ການພັດທະນາເສດຖະກິດ ຂອງບັນດາປະເທດຢ່າງເຂັ້ມແຂງ. ການແຊກແຊງຂອງລັດທິຝ່າຍດຽວ ແລະ ລັດທິປ້ອງກັນ ແລະ ການແຜ່ລະບາດກະທັນຫັນຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດໂລກຖືກຜົນກະທົບທາງລົບຢ່າງຫລວງຫລາຍ ແຕ່ວ່າສະພາບແວດລ້ອມທາງນອກທີ່ສັບສົນ ບໍ່ໄດ້ຫັນປ່ຽນທ່າທ່ຽງການຮ່ວມມືຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ຍັງສະແດງໃຫ້ເຫັນເຖິງຊີວິດຊີວາຂອງມັນ. ໄຕມາດທໍາອິດຂອງປີນີ້ ທຽບໃສ່ເວລາດຽວກັນຂອງປີກາຍ ຍອດມູນຄ່າການຄ້າລະຫວ່າງຈີນກັບຄູ່ຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 3,2% ແລະ ຍອດມູນຄ່າການລົງທຶນໂດຍກົງໄດ້ເພີ່ມຂຶ້ນ 11,7%. 5 ເດືອນທີ່ຜ່ານມາຂອງຕົ້ນປີນີ້ ການລົງທຶນໂດຍກົງນອກຂະແຫນງການທະນາຄານຂອງຈີນຕໍ່ປະເທດລຽບ”ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 16%. ກໍາລັງແຮງທີ່ເກີດຂຶ້ນທາງໃນຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”ຈະຊ່ວຍສົ່ງເສີມແຕ່ລະປະເທດເພີ່ມທະວີການຟື້ນຟູການຜະລິດ ການເຕີບໂຕດ້ານເສດຖະກິດ ແລະ ສ້າງຄວາມຫມັ້ນໃຈໃຫມ່ຕໍ່ການພັດທະນາຕົວເອງ.

“ໜຶ່ງແລວໜຶ່ງເສັ້ນທາງ”ຈະເສີມຂະຫຍາຍການປ່ອຍຄວາມສາມາດບົ່ມຊ້ອນ ແຫ່ງການເຕີບໂຕຂອງບັນດາປະເທດ. ເວລາປະເຊີນຫນ້າກັບວິກິດການ ພະຍາດໂຄວິດ-19 “ໜຶ່ງແລວໜຶ່ງເສັ້ນທາງ” ຈະປະດິດສ້າງຮູບແບບການຮ່ວມມືໃຫມ່ ເສີມຂະຫຍາຍເນື້ອໃນ ແລະ ຜ່ານການເປີດຊ່ອງທາງປະຕູດຽວ ໃຫ້ແກ່ການພົວພັນຂອງປະຊາຊົນແລະການຂົນສົ່ງສິນຄ້າຂ້າມຊາຍແດນ ເພື່ອຮັກສາຄວາມຫມັ້ນຄົງຂອງສາຍພົວພັນການເຊື່ອມໂຍງ ເຊື່ອມຈອດລະຫວ່າງຂະແຫນງການຕ່າງໆ ແລະ ​ຕ່ອງ​ໂສ້ສະ​ໜອງ​ສິນ​ຄ້າຂອງທົ່ວໂລກ ເຊິ່ງຈະສຸມໃສ່ການຊຸກຍູ້ເສດຖະກິດຕີຈີຕອນ ຕົວເມືອງອັດສະລິຍະ ພະລັງງານສີຂຽວ 5G ແລະອື່ນໆ ທີ່ເປັນຂະແຫນງການໃຫມ່ ເພື່ອສ້າງຈຸດເພີ່ມຕື່ມໃຫມ່ຢ່າງຫລວງຫລາຍ ໃຫ້ແກ່ການພັດທະນາເສດຖະກິດຂອງບັນດາປະເທດ ແລະ ອຳນວຍພະລັງໃຫມ່ໃຫ້ແກ່ການຟື້ນຟູເສດຖະກິດຂອງປະເທດຕ່າງໆ.

ໃນຂະບວນການຮ່ວມສ້າງ”ໜຶ່ງແລວໜຶ່ງເສັ້ນທາງ” ຈີນກັບລາວ ຮ່ວມມືສາມະຄີກັນສະເຫມີ ແລະ ພວມເຂົ້າໄປສູ່ແຖວຫນ້າ. ພາຍໃຕ້ການຊີ້ນຳນຳພາຂອງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ທີ່ລົງນາມ ໂດຍການນຳສູງສຸດສອງປະເທດ, ຂໍ້ລິເລີ່ມ”ໜຶ່ງແລວໜຶ່ງເສັ້ນ ທາງ” ໄດ້ເຊື່ອມຈອດນຳ ຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດ ກັບປະເທດອ້ອມຂ້າງໂດຍໄວ ເສັ້ນທາງລົດໄຟຈີນ-ລາວ ຄາດວ່າຈະເລີ່ມແລ່ນລົດໄຟ ໃນທ້າຍປີ 2021 ປະເທດຈີນ ໄດ້ເປັນປະເທດຄູ່ຮ່ວມການຄ້າໃຫຍ່ອັນດັບທີ່ສອງ ແລະ ປະເທດການລົງທຶນອັນດັບທີ່ຫນຶ່ງຂອງປະເທດລາວລຽນຕິດກັນຫລາຍປີ. ໃນກອງປະຊຸມ ວີດີໂອເທື່ອນີ້ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດລາວ ໄດ້ກ່າວວ່າ ຈະສົ່ງເສີມການຮ່ວມມືສາມັກຄີກັນ ສະຫນັບສະຫນູນລັດທິຫລາຍຝ່າຍ ແລະ ຢຶດຫມັ້ນເຂົ້າ ຮ່ວມການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”.

ໃນສະພາບການໃໝ່ ແຫ່ງການປ້ອງກັນພະຍາດໂຄວິດ-19, ການຮັກສາສຸຂະພາບແລະ ຄວາມປອດໄພຂອງປະຊາຊົນ ໄດ້ເຮັດໃຫ້ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນ ທາງ” ລະຫວ່າງ ຈີນ-ລາວ ຍິ່ງມີເນື້ອໃນອຸດົມສົມບູນຂຶ້ນ. ໂຄງການບັບປຸງໂຮງໝໍມະໂຫສົດ ທີ່ຝ່າຍຈີນຊ່ວຍຝ່າຍລາວກໍ່ສ້າງນັ້ນ ຫລັງຈາກສ້າງສໍາເລັດແລ້ວ ຈະເປັນໂຮງໝໍກວມລວມທີ່ມີຂະໜາດໃຫຍ່ກວ່າໝູ່ ແລະ ພະແນກຄົບ ຖ້ວນທີ່ສຸດຢູ່ໃນທົ່ວປະເທດລາວ. ພາຍໃຕ້ການຊີ້ນໍາຂອງຈິດໃຈລົມໂທລະສັບລະຫວ່າງການນໍາສູງສຸດຈີນ-ລາວ, ທັງສອງຝ່າຍໄດ້ຊ່ວຍເຫລືອກັນ ຮ່ວມຈິດຮ່ວມໃຈໃນການຕ້ານພະຍາດ. ຝ່າຍລາວໄດ້ສະໜັບສະໜູນຝ່າຍຈີນຢ່າງທັນທີ ໂດຍຜ່ານການສົ່ງໂທລະເລກລະຫວ່າງການນໍາ ແລະ ມອບທຶນຮອນ ນັບທັງເຄື່ອງອຸປະກອນໃຫ້ຝ່າຍຈີນ, ຝ່າຍຈີນໄດ້ສົ່ງຄະນະແພດໝໍສອງຄະນະ ພ້ອມກັບເຄື່ອງຊ່ວຍ ເຫລືອຢ່າງຫລວງຫລາຍມາສະໜັບສະໜູນຝ່າຍລາວ ເຊິ່ງໄດ້ຊ່ວຍວຽກປ້ອງກັນພະຍາດຂອງຝ່າຍລາວ ຍົກລະດັບດ້ານເຕັກນິກ ແລະມີລະບຽບຫລາຍຕື່ມອີກ, ທັງໄດ້ເສີມຂະຫຍາຍບົດບາດສໍາຄັນ ໃນການຊ່ວຍຜູ້ຕິດເຊື້ອພະຍາດຢູ່ລາວໃຫ້ປົວດີໄດ້ໝົດ. “ເສັ້ນທາງສາຍໄໝດ້ານສຸຂະພາບ” ກໍາລັງປະກອບສ່ວນອັນໜັກແໜ້ນເຂົ້າໃນການຮັກສາສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນສອງຊາດ.

ໃນການພະຍາຍາມຟື້ນຟູ ການພັດທະເສດຖະກິດ-ສັງຄົມ, ສອງຝ່າຍ ຈີນ-ລາວ ໄດ້ລົງມືເຮັດວຽກໄວທີ່ສຸດ ແລະໄດ້ມີໝາກຜົນຢ່າງຫລວງຫລາຍ. ໂຄງການທາງລົດໄຟ ຈີນ-ລາວໄດ້ບັນລຸຄວາມຄືບໜ້າຕາມແຜນໃນໄລຍະປ້ອງກັນພະຍາດ ວິສາວະກອນຂອງໂຄງການບໍ່ໄດ້ມີຜູ້ຕິດເຊື້ອພະຍາດຈັກຄົນ ຄຽງຄູ່ກັນນັ້ນ ກໍໄດ້ສໍາເລັດໂຄງປະກອບທີ່ເປັນຂໍກົນແຈຫລາຍແຫ່ງໃນໂຄງການ ເຊັ່ນ ສໍາເລັດການເຈາະອຸໂມງສໍາຄັນສີ່ແຫ່ງ ເລີ່ມວາງລາງລົດໄຟ ເຊື່ອມຈອດຂົວຂ້າມແມ່ນໍ້າ ແລະ ຕິດຕັ້ງເສົາສົ່ງສັນຍານສື່ສານແຫ່ງທໍາອິດ. ພ້ອມນັ້ນ ໂຄງການຕ່າງໆເຊັ່ນ ທາງດ່ວນວຽງຈັນ-ວັງວຽງ, ເຂື່ອນໄຟຟ້ານໍ້າອູ, ເຂດພັດທະນາໄຊເສດຖາ ແລະອື່ນໆ ກໍໄດ້ຮັກສາທ່າອ່ຽງທີ່ດີຢ່າງໝັ້ນທ່ຽງ. ເພື່ອຕອບສະໜອງຄວາມຕ້ອງການຕ້ານພະຍາດ, ສອງຝ່າຍຈີນ-ລາວໄດ້ວາງແຜນລ່ວງໜ້າ ແລກປ່ຽກຄໍາຄິດເຫັນຢ່າງເລິກເຊິ່ງ ໃນການເປີດຊ່ອງທາງສີຂຽວ ຄົ້ນຄວ້າການຂົນສົ່ງເຄື່ອງຜ່ານດ່ານ ແລະ ຕັດຂັ້ນຕອນແລ່ນເອກະສານໃຫ້ຜ່ານປະຕູດຽວ ເປັນຕົ້ນ ເຊິ່ງຈະນໍາໄປປະຕິບັດໃນຕົວຈິງໂດຍອີງໃສ່ສະພາບການປ້ອງກັນພະຍາດ ແລະ ການຮ່ວມມືສອງຝ່າຍ.

ປີໜ້າຈະເປັນປີການສ້າງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 60 ປີ, ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງສອງຝ່າຍ ຈະມີອະນາຄົດການພັດ ທະນາທີ່ກວ້າງຂວາງ. ຫລັງຈາກທາງລົດໄຟສ້າງສໍາເລັດ ແລະນໍາໃຊ້ບໍລິການແລ້ວ ປະເທດລາວຈະເປັນປະເທດທໍາອິດໃນພາກພື້ນອາຊຽນ ທີ່ມີລົດໄຟມາດຕະຖານສາກົນ ເຊິ່ງຈະເປັນບາດກ້າວທີ່ສໍາຄັນໃນການຫັນປ່ຽນ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດ. ຄຽງຄູ່ກັບການຊຸກຍູ້ສ້າງແລວເສດຖະກິດ ຈີນ-ລາວ ເຊິ່ງມີທາງລົດໄຟເປັນສາຍຫລັກ ມີເຂດພັດທະນາໄຊເສດຖາແລະ ເຂດຮ່ວມມືບໍ່ຫານ-ບໍ່ເຕ່ນ ເປັນບ່ອນອີງນັ້ນ, ຄວາມສາມາດບົ່ມຊ້ອນຂອງປະເທດລາວ ແນ່ນອນຈະກາຍເປັນກໍາລັງແຮງຊຸກຍູ້ໃນການຂະຫຍາຍຕົວ, ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ ທາງດ້ານກະສິກໍາທັນສະໄໝ, ການທ່ອງທ່ຽວ, ພະລັງງານ, ການຂົນສົ່ງເຄື່ອງ, ການປຸງແຕ່ງ ການຜະລິດ ແລະ ຂະແໜງການອື່ນໆ ແນ່ນອນກໍຈະສ້າງຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນລາວ. ພວກເຮົາຈະຮ່ວມມືກັນ ກ້າວເດີນໄປຕາມເສັ້ນທາງແຫ່ງການຮ່ວມມື ເຂັ້ມແຂງ ຟື້ນຟູ ແລະ ເຕີບໂຕ ເພື່ອຕ້ອນຮັບອະນາຄົດສົດໃສຂອງການ ເສີມສ້າງຄູ່ຮ່ວມຊະຕາກໍາຈີນ-ລາວ.

ຂປລ.

Comments