ປັດຈຸບັນ ລາວເສຍດຸນການຄ້າຍ້ອນຫຍັງ? ມາເບິ່ງນຳກັນ…

ສັງຄົມລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ, ບໍ່ມີການແຂ່ງຂັນຍາດຊິງ ເພື່ອເອົາໂຕລອດ ເພາະປະຊາກອນມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດງ່າຍໆ . ຄວາມໜາແໜ້ນຂອງປະຊາກອນຕິດພັນກັບອຸບປະສົງ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດນີ້ ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ຂອງປະຊາກອນ. ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜະລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜະລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ. ສະນັ້ນ, ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳເພາະຕະຫຼາດນ້ອຍ ບໍ່ຄຸ້ມຄ່າໃນການລົງທຶນ, ອີກຢ່າງໜຶ່ງການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ເຊິ່ງກໍເປັນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງການຜະລິດໃນໂຮງງານອຸດສາຫະກຳ ຍິ່ງ ຜະລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜະລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສຍໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະ ບໍ່ອາດຄວບຄຸມຄຸນນະພາບໄດ້ ເຊິ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນດ້ານການຕະຫຼາດ.


ສຳຫຼັບວິທີການແກ້ໄຂຄື: ອາດຈະຕ້ອງຕັ້ງໂຮງງານໃຫຍ່ ມີເຄື່ອງຈັກອັນທັນສະໄໝ ຖືກຕ້ອງຕາມມາດຕະຖານສາກົນ ແລ້ວເຮັດໜ້າທີ່ເປັນມືປືນຮັບຈ້າງ ຜະລິດໃຫ້ທຸກຍີ່ຫໍ້ຕາມຂະບວນການການຜະລິດ ຫຼື Process specification ຂອງເຈົ້າຂອງຍີ່ຫໍ້. ອາດຮັບເປັນແບບ Turn key subcontractor ຫຼື ແບບ Consignment ກໍ່ໄດ້ ການກວດສອບ ແລະ ຮັບຮອງແມ່ນໃຫ້ເປັນໄປຕາມ Control Plan ຂອງເຈົ້າຂອງຍີ່ຫໍ້ . ຍົກຕົວຢ່າງ ໂຮງງານຜະລິດໝີ່ສຳເລັດຮູບ ອາດໄປສັນຍາກັບ ເຄືອສະຫະພັດເພື່ອເປັນ Subcontractor ໃຫ້ປະໂຫຍດໄດ້ ແລະ ຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ, ຫຼຸດ Production overhead ຂອງໂຕເອງ ບໍ່ສ່ຽງກັບ Lot rejection ເພາະຈະຈ່າຍສະເພາະສິນຄ້າທີ່ໄດ້ຄຸນະພາບ ສ່ວນຂອງເສຍແມ່ນເປັນພາລະຕົ້ນທຶນຂອງ subcontractor. Packaging and Labeling ແມ່ນສ້າງເພື່ອຕະຫຼາດໃນລາວແນ່ນອນ ອາດບໍ່ເຊັນສັນຍາກັບພຽງລູກຄ້າເຈົ້າດຽວ ອາດຜະລິດໝີ່ສຳເລັດຮູບຂອງທຸກຍີ່ຫໍ້ທີ່ມາຂາຍຢູ່ລາວ. ວິທີນີ້ ມີການນຳໃຊ້ຢ່າງກວ້າງຂວາງ ຢູ່ໃນຫຼາຍປະເທດລວມທັງປະະເທດໃກ້ຄຽງ ເຊັ່ນປະເທດໄທ ມີໂຮງງານຜະລິດເກີບກິລາຢູ່ແຖວຈັງຫວັດ ອ່າງທອງ ເຊິ່ງຜະລິດເກີບໃຫ້ເກືອບທຸກຍີ່ຫໍ້ ຕາມ Spec ຂອງແຕ່ລະຍີ່ຫໍ້ດ້ວຍສາຍການຜະລິດດຽວກັນ.

ມີແຕ່ວິທີນີ້ ເຮົາຈຶ່ງຈະສົ່ງເສີມໃຫ້ອຸດສາຫະກຳໃນປະເທດເຕີບໂຕໄດ້ ແລະ ຍັງຈະກະຕຸ້ນການຜະລິດກະສິກຳ ເພື່ອເປັນວັດຖຸດິບປ້ອນໂຮງງານເຫຼົ່ານີ້. ໃນອານາຄົດເມື່ອເຮົາພ້ອມ ການສ້າງ Brand ໂຕເອງກໍ່ບໍ່ແມ່ນເລື່ອງຍາກ ສຳຄັນແມ່ນ ມາດຕະຖານການຜະລິດ ສ່ວນ Brand ເປັນເລື່ອງການຕະຫຼາດ.

ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=644071049651401&id=197252647666579

Comments