ເມືອງໄຊທານີ ຈັດພິທີໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວໄຮ່ນາ…

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ  ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ຜ່ານມາ ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ.

ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ເພື່ອເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້  ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ, ພືດຜັກ 90 ກິໂລຕໍ່ຄົນຕໍ່ປີ, ໝາກໄມ້ສົດ 50 ກິໂລຕໍ່ຄົນຕໍ່ປີ ແລະ ສະເພາະໃນປີ 2020 ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 309.900 ໂຕນຕໍ່ປີ, ພືດຜັກໃຫ້ໄດ້ 110.271 ໂຕນ, ໝາກໄມ້ 13.945 ໂຕນ ຕາມຄາດໝາຍຕົ້ນຕໍຂອງແຜນພັດທະນາກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດປະຈຳປີ 2020 ຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການຫັນໄປນຳໃຊ້ກົນຈັກ ແລະ ເຕັກນິກອື່ນໆທີ່ຫຼຸດຜ່ອນແຮງງານຊາວກະສິກອນເຊັ່ນ: ເຮັດນາດຳດ້ວຍກົນຈັກ, ນາຫວ່ານ, ນາຢອດ, ນາໂຍນ ແລະ ນຳໃຊ້ແນວພັນປັບປຸງທີ່ມີຄຸນນະພາບ ການນຳໃຊ້ປັດໄຈການຜະລິດ ເປັນຕົ້ນແມ່ນ ຝຸ່ນຊີວະພາບ ແລະ ຝຸ່ນວິທະຍາສາດ ເພື່ອຍົກສູງຜະລິດຕະພາບ.

ສະເພາະການຊຸກຍູ້ການປູກເຂົ້ານາແຊງປີ 2020 ແຜນການທັງໝົດ 14.300 ເຮັກຕາ, ປັກດຳ 14.089 ເຮັກຕາ,ເກັບກ່ຽວໄດ້ 14.074 ເຮັກຕາ, ຜົນຜະລິດ 66.492 ໂຕນ ໃນນັ້ນມີນາທີ່ດຳດ້ວຍກົນຈັກ 650 ເຮັກຕາ, ນາຫວ່ານ 6.783 ເຮັກຕາ, ສາມາດປະຕິບັດໄດ້ລື່ນແຜນການ 1,82 ເຮັກຕາ, ໃນເນື້ອທີ່ແຜນການ 660 ເຮັກຕາ, ເກັບກ່ຽວເຂົ້າດ້ວຍກົນຈັກໄດ້ 4.911 ເຮັກຕາ, ສາມາດຫຼຸດຜ່ອນແຮງງານໄດ້ 3.162 ຄົນ ເທົ່າກັບ 39% ຂອງແຜນການ 8.085 ຄົນ ແຜນການຜະລິດເຂົ້າລະດູຝົນປີ 2020 ເນື້ອທີ່ແຜນການ 52.080 ເຮັກຕາ, ຄາດຄະເນຜົນຜະລິດ 235.862 ໂຕນ, ສະເພາະ ເມືອງໄຊທານີ ເນື້ອທີ່ແຜນການ 15.300 ເຮັກຕາ ແລະ ຜົນຜະລິດ 70.380 ໂຕນ.

ແຫຼ່ງຂໍ້ມູນ:​ໜັງສືພິມວຽງຈັນໃໝ່

 

Comments