ຫວຽດນາມເປີດໂຕໂຮງແຮມທີ່ຕົກແຕ່ງດ້ວຍຄຳແທ້ ທີ່ຢູ່ໃຈກາງເມືອງ ຮາໂນ່ຍ…

ເປີດໂຕໂຮງແຮມ ທີ່ເຄືອບດ້ວຍ ຄໍາປິວ ຂອງແທ້ ຢ່າງເປັນທາງການ ແຫ່ງທໍາອິດຂອງໂລກ!!!

ໂຮງແຮມນີ້ ມີຊື່ວ່າ The Dolce Hanoi Golden Lake Hotel ເປັນໂຮງແຮມ ທີ່ມີຄວາມສູງ 25 ຊັ້ນ ຕັ້ງຢູ່ໃກ້ກັບ Giang Vo Lake ໃນນະຄອນຫຼວງ ຮາໂນຍ, ມີມູນຄ່າ ການກໍ່ສ້າງທັງໝົດ 200 ລ້ານໂດລ້າສະຫະລັດ, ນໍາໃຊ້ຄໍາແທ້ 24 ກະລັດ ເປັນໂຕເຄືອບ ທົ່ວທຸກບ່ອນ ໃນຫ້ອງຮັບແຂກ, ຫ້ອງນອນ, ຫ້ອງນໍ້າ, ສະລອຍນໍ້າ ແລະ ອີກຫຼາຍໆບ່ອນ. ລາຄາພັກຕໍ່ຄືນ ບໍ່ແພງຫຼາຍ ໃນໄລຍະ ໂຄວິດ-19 ລາຄາພຽງແຕ່ 250 USD ເທົ່ານັ້ນ.

ແຫຼ່ງຂໍ້ມູນ: Idsala ອິດສະຫຼະ

Comments