ເມື່ອອາທິດທີ່ຜ່ານມາ ທີ່ກະຊວງສາທາລະນະສຸກ ສປປ ລາວ, ລັດຖະບານ ແລະ ປະ ຊາຊົນອິນເດຍ ໄດ້ນຳເອົາຢາ ແລະ ອຸປະກອນການແພດມອບໃຫ້ແກ່ລັດຖະບານລາວ ຈຳນວນ 188 ແກັດ ເພື່ອເປັນການປະກອບສ່ວນຊ່ວຍເຫລືອ ໃນການຕ້ານການລະບາດ ໂຄວິດ-19 ແລະ ເປັນນິ ມິດໝາຍອັນດີ ໃນຂົງເຂດການພົວພັນສອງຝ່າຍ ອັນສະໜິດແໜ້ນຂອງສອງປະເທດ, ໂດຍສະເພາະແມ່ນສາຍພົວພັນທາງສາສະໜາ, ວັດທະນະທຳ ແລະ ປະຫວັດສາດ. ຕາງໜ້າມອບເຄື່ອງໃນຄັ້ງນີ້,ໂດຍ ທ່ານ ດິນກາ ອັສຕານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ສະແດງຄວາມຂອບໃຈ ມາຍັງປະຊາຊົນ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານຢາປົວພະຍາດ ແລະ ເຄື່ອງໃຊ້ທາງການແພດ ເພື່ອເປັນການຕໍ່ສູ້ກັບການລະບາດຂອງ ...
Read More »News
ພູປ່ຽນສີ ຍ້ອນບັນຫາສິ່ງແວດລ້ອມຈາກບໍ່ທອງແດງຢູ່ຣັດເຊຍ…
ຮູບພາບ Drone ໄດ້ເປີດເຜີຍແຫຼ່ງນໍ້າ ທີ່ໄຫຼອອກຈາກບໍ່ແຮ່ທອງແດງໃນອະດີດຂອງປະເທດຣັດເຊຍ ກຳລັງປ່ຽນເປັນແມ່ນໍ້າ ໃນພູສີສົ້ມ Ural. ເຊິ່ງນໍ້າດັ່ງກ່າວ ເປັນນໍ້າທີ່ເຊື່ອກັນມາແຕ່ວ່າມີມາຈາກບໍ່ແຮ່ທອງແດງ Levikhinsky ທີ່ເຄີຍຖືກປິດໃນປີ 2004. ອຳນາດການປົກຄອງທ້ອງຖິ່ນກ່າວວ່າ: ນໍ້າໃນແມ່ນໍ້າ ສາມາດອະທິບາຍໄດ້ພຽງແຕ່ເປັນ “ໜອງນໍ້າເສຍ” ແລະ ເປັນຜົນມາຈາກການເຮັດໃຫ້ນໍ້າກົດອາຊິດ ທີ່ໃຊ້ໃນລະຫວ່າງການຂຸດຄົ້ນບໍ່ແຮ່. ອົງການໄອຍະການຂອງ Nizhny Tagil ກຳລັງກວດກາເພື່ອກຳນົດວ່າ ມີການລະເມີດສິ່ງແວດລ້ອມທີ່ອາດຈະເກີດຂື້ນເຮັດໃຫ້ແມ່ນໍ້າປ່ຽນເປັນສີສົ້ມ ຫລືບໍ່. ເຈົ້າໜ້າທີ່ກ່າວວ່າ ການປົນເປື້ອນດັ່ງກ່າວ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ການສະໜອງນໍ້າດື່ມໃຫ້ແກ່ປະຊາຊົນໃນເມືອງໃກ້ຄຽງ. ແຫຼ່ງຂໍ້ມູນ: https://www.9news.com.au
Read More »ຍອດຜູ້ເສຍຊີວິດໃນຫວຽດນາມ ເພີ່ມຂຶ້ນເປັນ 11 ຄົນ…
ສສ ຫວຽດນາມ ລາຍງານວ່າ ໃນວັນທີ 10 ສິງຫາ 2020 ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເຮັດໃຫ້ມີຍອດຜູ້ເສຍຊີວິດທົ່ວປະເທດ ເພີ່ມຂຶ້ນເປັນ 11 ຄົນ, ມີຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນ 31 ຄົນ ໂດຍທັງໝົດ ມີສ່ວນພົວພັນກັບ ກໍລະນີການແຜ່ລະບາດຢູ່ນະຄອນ ດານັງ. ຕົວເລກສະສົມ ຜູ້ຕິດເຊື້ອທັງໝົດ ຢູ່ປະເທດ ຫວຽດນາມ ໃນເວລານີ້ ຢູ່ທີ່ 841 ຄົນ.
Read More »ໄຂ້ຍຸງລາຍລະບາດໜັກ ເຖິງ 4,700 ກໍລະນີ…
ວັນທີ 10 ສິງຫາ 2020, ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍ ໂຕເລກຫຼ້າສຸດ (8 ສິງຫາ 2020) ວ່າ: ມາຮອດວັນທີ 8 ສິງຫາ 2020 ມີລາຍງານຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 4,707 ກໍລະນີ ໃນນີ້ຕິດເຊື້ອເພີ່ມ 194 ກໍລະນີ ແລະ ເສຍຊີວິດແລ້ວ 9 ກໍລະນີ, ເຊິ່ງຈາກບົດລາຍງານສັງເກດເຫັນວ່າ ຕົວເລກຜູ້ຕິດເຊື້ອສະສົມຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ (1,065 ກໍລະນີ ເພີ່ມຂຶ້ນ 38 ກໍລະນີ) ຮອງລົງມາແມ່ນແຂວງບໍລິຄໍາໄຊ (542 ກໍລະນີ ເພີ່ມຂຶ້ນ 10 ກໍລະນີ) ແລະ ແຂວງວຽງຈັນ (541 ກໍລະນີ ເພີ່ມຂຶ້ນ 76 ກໍລະນີ) ສ່ວນແຂວງທີ່ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ແມ່ນ ແຂວງຊຽງຂວາງ (1 ກໍລະນີ) ແລະ ແຂວງຫົວພັນ (2 ກໍລະນີ). ພາບປະກອບເທົ່ານັ້ນ ແນວໃດກໍ່ຕາມ, ທາງຄະນະສະເພາະກິດຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ...
Read More »ປະເທດໄທ ລິເລີ່ມໂຄງການຖະໜົນກິນໄດ້ ປາສະຈາກສານຜິດ
ປະເທດໄທ ລິເລີ່ມໂຄງການ “ຖະໜົນກິນໄດ້ ປາສະຈາກສານຜິດ” ໂດຍເລີ່ມຈັດຕັ້ງປະຕິບັດ ຢູ່ແຂວງ ສຸຣາດທານີ. ໂຄງການນີ້ ອະທິບາຍໃຫ້ເຂົ້າໃຈງ່າຍໆ ກໍ່ແມ່ນການຊັກຊວນໃຫ້ແຕ່ລະບ້ານ ຫັນມາປູກຜັກໄວ້ກິນແຄມທາງ ເຂດທີ່ມີພື້ນທີ່ເປົ່າຫວ່າງ ໂດຍທາງໂຄງການຈະໃຫ້ທຶນສົມທົບ ແຕ່ລະບ້ານ ມູນຄ່າ 6,000 ບາດ ສະກຸນເງິນໄທ. ເງື່ອນໄຂຂອງໂຄງການແມ່ນ ບ້ານທີ່ຈະເຂົ້າຮ່ວມໂຄງການ ຕ້ອງເລືອກເອົາເສັ້ນທາງຜ່ານບ້ານ ຄວາມຍາວ 1 ກິໂລແມັດ 1 ເສັ້ນທາງ ເພື່ອປູກຜັກຊະນິດໃດກໍ່ໄດ້ ໃນເງື່ອນໄຂທຸກຄົນເປັນເຈົ້າຂອງຮ່ວມກັນ, ຫ້າມນໍາເອົາຜັກໄປຂາຍ, ຫ້າມໃສ່ສານເຄມີ ແລະ ຕ້ອງສ້າງຄວາມສວຍງາມໃຫ້ໝູ່ບ້ານ. ປະຈຸບັນ, ມີທັງໝົດ12 ບ້ານ ເຂົ້າຮ່ວມໂຄງການ ແລະ ສາມາດປູກຜັກແຄມທາງ ໃນຄວາມຍາວ 21 ກິໂລແມັດໄດ້ສໍາເລັດ. ແຫຼ່ງຂໍ້ມູນ: https://www.facebook.com/112344190116834/posts
Read More »ຫວຽດນາມ ປ່ຽນແປງສະໜາມກິລາໃນຮົ່ມໃຫ້ເປັນໂຮງໝໍຂະໜາດ 1.000 ຕຽງ
ຕາມຂ່າວຈາກ ຫວຽດນາມ, ກະຊວງ ສາທາລະນະສຸກ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ໃກ້ສຳເລັດ ໃນການປ່ຽນແປງ ສະໜາມ ກິລາ ໃນຮົ່ມ ໃຫ້ເປັນໂຮງໝໍ ຂະໜາດ 1.000 ຕຽງ ຫລັງຈາກ ທີ່ເມືອງດານັງ ກາຍເປັນ ສູນກາງ ການແຜ່ລະບາດ ຂອງໂຄວິດ-19. ສະໜາມກິລາ ທຽນຊັນ ສະປອດ ພາເລສ ໃນເມືອງດານັງ ຈະຖືກໃຊ້ ເປັນໂຮງໝໍ ພາກສະໜາມ ຕັ້ງແຕ່ ວັນທີ 8 ສິງຫາ ເປັນຕົ້ນໄປ ເພື່ອໃຊ້ ໃນການຮັກສາ ຄົນຕິດເຊື້ອ ໂຄວິດ-19 ທີ່ມີຈຳນວນ ເພີ່ມສູງຂຶ້ນ ຈົນໂຮງໝໍ ຫລາຍແຫ່ງ ບໍ່ພຽງພໍ ກັບຈຳນວນ ຄົນຕິດເຊື້ອ ເພີ່ມຂຶ້ນກວ່າ 200 ຄົນ ນັບຕັ້ງແຕ່ ກັບມາພົບ ຜູ້ຕິດເຊື້ອ ໃນວັນທີ 25ກໍລະກົດ ເປັນຕົ້ນມາ.ຂະນະນີ້ ສາມາດ ຄວບຄຸມ ສະຖານະການ ໄວ້ໄດ້ແລ້ວ ແຕ່ການລະບາດ ...
Read More »ລັດຖະບານ ຮຽກຮ້ອງໃຫ້ທົ່ວສັງຄົມ ປະຕິບັດມາດຕະການຢ່າງເຄັ່ງຄັດ ຖ້າໃຜຝ່າຝືນຕ້ອງຮັບຜິດຊອບໃຊ້ຈ່າຍຜົນເສຍຫາຍທີ່ເກີດຂຶ້ນທັງໝົດ
ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕອນເຊົ້າວັນທີ 7 ສິງຫາ 2020 ນີ້ ເຖິງສະພາບການລະບາດຂອງພະຍາດໂຄວິດ19 ຢູປະເທດຕ່າງໆໃນໂລກ ເຫັນວ່າຍັງມີການລະບາດເປັນວົງກວ້າງ, ບາງປະເທດກັບມາລະບາດເປັນຮອບທີສອງ ແລະມີຄວາມຮ້າຍແຮງກວ່າເກົ່າ, ສະເລ່ຍມື້ໜຶ່ງມີຜູ້ຕິດເຊື້ອເພີ່ມຂຶ້ນປະມານ 200.000ຄົນ, ເສຍຊີວິດປະມານ 6.000 ຫາ 7.000ຄົນ, ລວມແລ້ວທົ່ວໂລກມີຜູ້ຕິດເຊື້ອ 19ລ້ານກວ່າຄົນ, ມີຜູ້ເສຍຊີວິດ 700.000 ກວ່າຄົນ. ສໍາລັບ ສປປ ລາວ ເຖິງວ່າຈະສາມາດຄວບຄຸມການລະບາດໄດ້ໃນເບື້ອງຕົ້ນກໍຕາມ ແຕ່ກໍໃຫ້ສືບຕໍ່ປະຕິບັດມາດຕະການໃຫ້ດີຂຶ້ນກວ່າເກົ່າ ໃນນັ້ນໃຫ້ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກຊະຊາຍ. ພ້ອມກັນນັ້ນ ຕ້ອງເພີ່ມທະວີການໂຄສະນາ ປະຊາສໍາພັນໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ19 ໃຫ້ປະຊາຊົນບັນດາເຜົ່າ ຕະຫລອດຮອດທະຫານ, ພະນັກງານ, ຕໍາຫລວດ ແລະຊັ້ນຄົນຕ່າງໆໃນສັງຄົມ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະຮັບຮູ້ -ເຂົ້າໃຈ ເຖິງໄພອັນຕະລາຍຂອງພະຍາດ ທີ່ກະທົບເຖິງເສດຖະກິດ-ສັງຄົມຂອງຊາດ, ຄຽງຄູ່ກັນນັ້ນ ຕ້ອງໄດ້ຄຸ້ມຄອງການເຂົ້າມາຂອງນັກລົງທຶນ, ນັກທຸລະກິດ, ວິຊາການ, ຊ່ຽວຊານ ຫລືແຮງງານດ້ານຕ່າງໆທີ່ມີຄວາມຈໍາເປັນເຂົ້າມາປະເທດເຮົາໃນໄລຍະນີ້ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດແລ້ວ ໃຫ້ຮັດກຸມຂຶ້ນກວ່າເກົ່າ, ສ່ວນນັກສຶກສາລາວ ກໍຄືປະຊາຊົນລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ທີ່ຕ້ອງການເດີນທາງກັບຄືນປະເທດ ຕ້ອງໄດ້ເກັບກໍາຂໍ້ມູນ ...
Read More »ສປຊ ຮຽກຮ້ອງໃຫ້ນາໆຊາດສ້າງໂລກທີ່ປອດອາວຸດນິວເຄລຍ…
ສຳນັກຂ່າວກຽວໂຕ ລາຍງານວ່າ ທ່ານ ແອນໂຕນີໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ( ສປຊ ) ສະແດງ ຄວາມເຫັນຜ່ານວິດີໂອໃນພິທີລະນຶກ ຄົບຮອບ 75 ປີ ເຫດການຖິ້ມລະເບີດປະລະມານູທີ່ເມືອງຮີໂຣຊີມາ ປະເທດຍີ່ປຸ່ນ ເມື່ອວັນທີ 6 ສິງຫານີ້ວ່າ: ໂລກຍັງມີຄວາມສ່ຽງຕໍ່ການໃຊ້ອາວຸດນິວເຄລຍຫຼາຍຂຶ້ນ ແລະ ຮຽກຮ້ອງໃຫ້ທຸກປະເທດທົ່ວໂລກມຸ່ງໝັ້ນສ້າງໂລກທີ່ປອດອາວຸດນິວເຄລຍ. ເລຂາທິການ ສປຊ ກ່າວອີກວ່າ: “ ການແບ່ງແຍກ, ຄວາມບໍ່ໄວ້ວາງໃຈ ແລະ ການຂາດການເຈລະຈາ ເຮັດໃຫ້ໂລກມີຄວາມສ່ຽງເຂົ້າສູ່ການແຂ່ງຂັນການຜະລິດອາວຸດນິວເຄລຍແບບບໍ່ມີຂີດຈຳກັດ ”. ທ່ານກ່າວອີກວ່າ: “ ຄວາມສ່ຽງການໃຊ້ອາວຸດນິວເຄລຍໂດຍເຈຕະນາ, ໂດຍອຸບັດເຫດ ຫຼື ແມ່ນແຕ່ການອ້າງວ່າການຄຳນວນຜິດພາດນັ້ນມີທ່າອ່ຽງຈະເກີດຂຶ້ນໃນອະນາຄົດ ”. ທ່ານ ກູເຕີເຣສ ກ່າວອີກວ່າ: ທຸກປະເທດໃນໂລກລ້ວນແຕ່ມີບົດບາດສຳຄັນໃນການກຳຈັດອາວຸດນິວເຄລຍ ແຕ່ບັນດາປະເທດທີ່ມີສິດຄອບຄອງອາວຸດເຫຼົ່ານັ້ນຄວນມີຄວາມຮັບຜິດຊອບເປັນພິເສດ. ເລຂາທິການ ສປຊ ຍັງມີຄວາມຫວັງວ່າປະຊາຄົມໂລກຈະກັບມາມີວິໄສທັດຮ່ວມກັນໃນການຍົກເລີກການໃຊ້ອາວຸດນິວເຄລຍໂດຍສົມບູນ ເມື່ອລັດຖະບານຕ່າງໆຈະທົບທວນສົນທິສັນຍາວ່າດ້ວຍການບໍ່ແຜ່ອາວຸດນິວ ເຄລຍ ເຊິ່ງເປັນພື້ນຖານສຳຄັນຂອງການປົດອາວຸດນິວ ເຄລຍທົ່ວໂລກໃນປີໜ້າ. ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php
Read More »ຮູ້ແລ້ວບໍ? ປະເທດ ທີ່ຕິດເຊື້ອ Covid-19 ຫຼາຍທີ່ສຸດໃນອາຊຽນ…
ໃນວັນທີ 2 ສິງຫາ ຜ່ານມາ ປະທານາທິບໍດີ ຂອງຟິລິບປິນ ປະກາດ Lock Down ໃນນະຄອນຫຼວງມິນິລາ ແລະ ພື້ນທີ່ໃກ້ຄຽງ ເປັນເວລາ 2 ອາທິດ ເຊິ່ງການ Lock Down ຄັ້ງນີ້ເຮັດໃຫ້ລົດສາທາລະນະຕ້ອງຢຸດໃຫ້ບໍລິການ, ພະນັກງານຕ້ອງເຮັດວຽກຢູ່ເຮືອນ ແລະ ອະນຸຍາດໃຫ້ແຕ່ລະຫຼັງຄາເຮືອນ ສົ່ງສະມາຊິກອອກຈາກເຮືອນໄປຊື້ສິນຄ້າຈຳເປັນໄດ້ພຽງ 1 ຄົນ ເທົ່ານັ້ນ. ຕົວເລກຜູ້ຕິດເຊື້ອ Covid-19 ໃນຟິລິບປິນ ເພີ່ມຂຶ້ນຕໍ່່ເນື່ອງ, ຫຼ້າສຸດ ແຊງໜ້າອິນໂດເນເຊຍຂຶ້ນເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດໃນອາຊຽນ. ໃນວັນທີ 6 ສິງຫາ ຜ່ານມາ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 3,561 ຄົນ, ລວມມີຜູ້ຕິດເຊື້ອທັງໝົດ 119,460 ຄົນ, ໃນຂະນະທີ່ອິນໂດເນເຊຍ ເຊິ່ງເຄີຍມີຕິດເຊື້ອຫຼາຍທີ່ສຸດ ໂດຍມີຕົວເລກຜູ້ຕິດເຊື້ອລວມ 118,753 ຄົນ. ດ້ານຕົວເລກຜູ້ເສຍຊີວິດໃນວິລິບປິນ ເພີ່ມຂຶ້ນຈາກ 28 ຄົນ ເປັນ 2,150 ຄົນ, ເຊິ່ງນ້ອຍກ່ວາອິນໂດເນເຊຍ ຢູ່ທີ່ 5,521 ຄົນ, ...
Read More »ມຽນມາ ພ້ອມສົ່ງອອກແຮງງານຄືນສູ່ຕະຫລາດຕ່າງປະເທດ…
ຕາມແຫລ່ງຂ່າວຈາກ ຊິນຮວາຂອງຈີນ,ເມື່ອບໍ່ດົນມານີ້, ມຽນມາ ພ້ອມສົ່ງອອກ ແຮງງານ ຄືນສູ່ ຕະຫລາດ ຕ່າງປະເທດອີກຄັ້ງ ຫາກປະເທດ ປາຍທາງ ພ້ອມທີ່ ຈະເປີດຮັບ ແຮງງານກັບໄປເຮັດວຽກ ຢ່າງເປັນທາງການ. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ້ນ ຕາມປົກກະຕິແລ້ວ ແຮງງານ ອົບພະຍົບ ຊາວມຽນມາ ຈະຖືກສົ່ງຕົວ ໄປຍັງ ປະເທດໄທ, ມາເລເຊຍ, ຍີ່ປຸ່ນ, ສ.ເກົາຫລີ, ຍີ່ປຸ່ນ, ສິງກະໂປ, ຊອກດານີ (Jordan),ສະຫະນະຄອນ ເອເມເຣັດ ອາຣັບ(UAE),ກາຕາ ແລະ ອື່ນໆ. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php
Read More »