ສປຊ ຮຽກຮ້ອງໃຫ້ນາໆຊາດສ້າງໂລກທີ່ປອດອາວຸດນິວເຄລຍ…

ສຳນັກຂ່າວກຽວໂຕ ລາຍງານວ່າ ທ່ານ ແອນໂຕນີໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ( ສປຊ ) ສະແດງ ຄວາມເຫັນຜ່ານວິດີໂອໃນພິທີລະນຶກ ຄົບຮອບ 75 ປີ ເຫດການຖິ້ມລະເບີດປະລະມານູທີ່ເມືອງຮີໂຣຊີມາ ປະເທດຍີ່ປຸ່ນ ເມື່ອວັນທີ 6 ສິງຫານີ້ວ່າ: ໂລກຍັງມີຄວາມສ່ຽງຕໍ່ການໃຊ້ອາວຸດນິວເຄລຍຫຼາຍຂຶ້ນ ແລະ ຮຽກຮ້ອງໃຫ້ທຸກປະເທດທົ່ວໂລກມຸ່ງໝັ້ນສ້າງໂລກທີ່ປອດອາວຸດນິວເຄລຍ.

ເລຂາທິການ ສປຊ ກ່າວອີກວ່າ: “ ການແບ່ງແຍກ, ຄວາມບໍ່ໄວ້ວາງໃຈ ແລະ ການຂາດການເຈລະຈາ ເຮັດໃຫ້ໂລກມີຄວາມສ່ຽງເຂົ້າສູ່ການແຂ່ງຂັນການຜະລິດອາວຸດນິວເຄລຍແບບບໍ່ມີຂີດຈຳກັດ ”. ທ່ານກ່າວອີກວ່າ: “ ຄວາມສ່ຽງການໃຊ້ອາວຸດນິວເຄລຍໂດຍເຈຕະນາ, ໂດຍອຸບັດເຫດ ຫຼື ແມ່ນແຕ່ການອ້າງວ່າການຄຳນວນຜິດພາດນັ້ນມີທ່າອ່ຽງຈະເກີດຂຶ້ນໃນອະນາຄົດ ”.

ທ່ານ ກູເຕີເຣສ ກ່າວອີກວ່າ: ທຸກປະເທດໃນໂລກລ້ວນແຕ່ມີບົດບາດສຳຄັນໃນການກຳຈັດອາວຸດນິວເຄລຍ ແຕ່ບັນດາປະເທດທີ່ມີສິດຄອບຄອງອາວຸດເຫຼົ່ານັ້ນຄວນມີຄວາມຮັບຜິດຊອບເປັນພິເສດ. ເລຂາທິການ ສປຊ ຍັງມີຄວາມຫວັງວ່າປະຊາຄົມໂລກຈະກັບມາມີວິໄສທັດຮ່ວມກັນໃນການຍົກເລີກການໃຊ້ອາວຸດນິວເຄລຍໂດຍສົມບູນ ເມື່ອລັດຖະບານຕ່າງໆຈະທົບທວນສົນທິສັນຍາວ່າດ້ວຍການບໍ່ແຜ່ອາວຸດນິວ ເຄລຍ ເຊິ່ງເປັນພື້ນຖານສຳຄັນຂອງການປົດອາວຸດນິວ ເຄລຍທົ່ວໂລກໃນປີໜ້າ.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Comments