ຕາມຂ່າວຈາກ ຫວຽດນາມ, ກະຊວງ ສາທາລະນະສຸກ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ໃກ້ສຳເລັດ ໃນການປ່ຽນແປງ ສະໜາມ ກິລາ ໃນຮົ່ມ ໃຫ້ເປັນໂຮງໝໍ ຂະໜາດ 1.000 ຕຽງ ຫລັງຈາກ ທີ່ເມືອງດານັງ ກາຍເປັນ ສູນກາງ ການແຜ່ລະບາດ ຂອງໂຄວິດ-19.

ສະໜາມກິລາ ທຽນຊັນ ສະປອດ ພາເລສ ໃນເມືອງດານັງ ຈະຖືກໃຊ້ ເປັນໂຮງໝໍ ພາກສະໜາມ ຕັ້ງແຕ່ ວັນທີ 8 ສິງຫາ ເປັນຕົ້ນໄປ ເພື່ອໃຊ້ ໃນການຮັກສາ ຄົນຕິດເຊື້ອ ໂຄວິດ-19 ທີ່ມີຈຳນວນ ເພີ່ມສູງຂຶ້ນ ຈົນໂຮງໝໍ ຫລາຍແຫ່ງ ບໍ່ພຽງພໍ ກັບຈຳນວນ ຄົນຕິດເຊື້ອ ເພີ່ມຂຶ້ນກວ່າ 200 ຄົນ ນັບຕັ້ງແຕ່ ກັບມາພົບ ຜູ້ຕິດເຊື້ອ ໃນວັນທີ 25ກໍລະກົດ ເປັນຕົ້ນມາ.ຂະນະນີ້ ສາມາດ ຄວບຄຸມ ສະຖານະການ ໄວ້ໄດ້ແລ້ວ ແຕ່ການລະບາດ ມີແນວໂນ້ມ ຈະຮຸນແຮງໃນອີກ 10 ວັນຂ້າງໜ້າ. ປັດຈຸບັນ ພົບຜູ້ຕິດເຊື້ອ ລາຍໃໝ່ 5 ຄົນ ເຮັດໃຫ້ຍອດ ຜູ້ຕິດເຊື້ອ ສະສົມ 718 ຄົນ ແລະ ເສຍຊີວິດແລ້ວ 10 ຄົນ.

ແຫຼ່ງຂໍ້ມູນ: https://www.facebook.com