News

ເຕືອນ ເມືອງທຸລະຄົມ ກຽມຮັບມືນໍ້າຖ້ວມ…

ເມືອງທຸລະຄົມແຈ້ງການ ໃຫ້ປະຊາຊົນເຝົ້າລະວັງສະພາບນໍ້າຂຶ້ນໃນແຕ່ລະສາຍ !!! ເນື່ອງຈາກເລີ່ມແຕ່ຕົ້ນເດືອນສິງຫາ 2020 ມາຮອດປັດຈຸບັນ ມີຝົນຕົກນັກ ແລະ ຕົກລິນ ເປັນບໍລິເວນກວ້າງ ເຮັດໃຫ້ມີນໍ້າຖ້ວມຂັງຕາມເສັ້ນທາງ ແລະ ເຂດຕໍ່າ ໂດຍສະເພາະແມ່ນລະດັບນໍ້າງື່ມແມ່ນມີປະລິມານເພີ່ມຂຶ້ນສູງໃນແຕ່ລະວັນ ສະນັ້ນ ເພື່ອກຽມຮັບມື ແລະ ຮັບປະກັນຄວາມປອດໄພຂອງປະຊາຊົນທາງເມືອງຈື່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ກຽມສັດລ້ຽງໄວ້ບ່ອນສູງ ປອດໄພ, ກຽມເປົາຫິນຊາຍ ເພື່ອເຮັດຄູກັນນໍ້າ ແລະ ຖ້າມີເຂດໃດທີ່ນໍ້າຖ້ວມ ໃຫ້ທາງບ້ານແຈ້ງເຖິງກຸ່ມບ້ານ ຫຼື ຫ້ອງວ່າການເມືອງ ເພື່ອຮີບຮ້ອນແກ້ໄຂສຸກເສີນໂດຍໄວ ແຫຼ່ງຂໍ້ມູນ: ຫ້ອງວ່າການເມືອງທຸລະຄົມ

Read More »

ແຂວງໄຊຍະບູລີ ນ້ຳຖ້ວມເປັນຮອບ 2

ຜູ້ໃຊ້ Facebook ຊື່: ສົນຄຳ ປັນຍາດີ ໄດ້ໂພສວ່າ: ນ້ຳຖ້ວມຮອບສອງທີ່ບ້ານຜາບ່ອງ,​ ເມືອງຄອບ, ແຂວງໄຊຍະບູລີ ວັນທີ 7.8.2020

Read More »

ຫວຽດນາມ ມີຕູ້ ATM ແຈກໜ້າກາກອະນາໄມ ຟຣີ…

ໃນຕູ້ ATM ດັ່ງກ່າວ ມີຄຳແນະສຳລັບການໃຊ້ດັ່ງນີ້: 1. ເມື່ອຍ່າງເຂົ້າໄປເຖິງເສັ້ນແດນຢູ່ຕໍ່ໜ້າຕູ້ແລ້ວ ຕ້ອງໄດ້ລ້າງມືດ້ວຍເຈວຂ້າເຊື້ອກ່ອນ. 2. ຍ່າງເຂົ້າໄປໃກ້ກັບຕູ້ ATM 3. ຈ້ອງຕາໃສ່ ກ້ອງຮູບພາບ 4. ໜ້າກາກ ອະນາໄມຈະໄຫຼອອກມາທັນທີ ແຫຼ່ງຂໍ້ມູນ: Zing News

Read More »

ຜົນກອງປະຊຸມຮ່ວມທ່ານນາຍົກ ແລະ ຄະນະສະເພາະກິດ

ວັນທີ 5 ສິງຫາ ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນເດືອນໄລຍະເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ ຈາກທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງ ຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານແລະ ສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງຫວ່າງ ທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ. ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫລຸບສັງລວມ ...

Read More »

ຜູ້ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມເພີ່ມຂຶ້ນເປັນ 700 ກວ່າຄົນ …

ຄະນະກຳມະການຊີ້ນຳການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຫວຽດນາມໄດ້ລາຍງານໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມໄດ້ເພີ່ມຂຶ້ນເປັນ 747 ຄົນ. ໃນຂະນະທີ່ ຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວເພີ່ມຂຶ້ນເປັນ 10 ຄົນ. ສ່ວນຕົວເລກຄົນທີ່ໄດ້ຮັບການປິ່ນປົວດີແມ່ນເພີ່ມຂຶ້ນເປັນ 392 ຄົນ. ແຫຼ່ງຂໍ້ມູນ: ຂປລ

Read More »

ອິນເດຍ ມີຜູ້ຕິດເຊື້ອ Covid-19 ມື້ນີ້ 62,170 ຄົນ ຕົວເລກທັງໝົດທະລຸ 2 ລ້ານ ກໍລະນີ…

ຜູ້ຕິດເຊື້ອ Covid-19 ໃນອິນເດຍ ເພີ່ມຂຶ້ນເລື້ອຍໆ ເປັນອັນດັບທີ 3 ຂອງໂລກ ເຊິ່ງໃນນັ້ນ, ລວມມີຕິດເຊື້ອ Covid-19 ຈຳນວນ 2 ລ້ານ ກໍລະນີ, ມີຕົວເລກການເສຍຊີວິດໄປແລ້ວ 40,700 ກໍລະນີ ແລະ ຕົວເລກຜູ້ຕິດເຊື້ອໃໝ່ ໃນວັນທີ 07 ສິງຫາ 2020 ມື້ດຽວ ຢູ່ທີ່ 62,170 ຄົນ, ລວມທັງໝົດ ເປັນ 2,025,409 ກໍລະນີ. ສະຖິຕິ ສະເລ່ຍ ຕິດເຊື້ອ 1 ລ້ານຄົນ ພາຍໃນໄລຍະເວລາ 20 ມື້. ແຫຼ່ງຂໍ້ມູນ: BBC

Read More »

ສນກ ຕ້ອງເຕົ້າໂຮມຜູ້ປະກອບການທຸລະກິດນໍ້າມັນ ໃຫ້ເຄື່ອນໄຫວ ສອດຄ່ອງຕາມລະບຽບກົດໝາຍ

ໃນວັນທີ 5 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໄດ້ຈັດກອງປະຊຸມຂອງສະມາຄົມດັ່ງກ່າວຂຶ້ນ, ເຊິ່ງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນ ຕໍ່ສະ ມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໂດຍເນັ້ນໃຫ້ຄະນະບໍລິຫານງານ ສນກ ເອົາໃຈ ໃສ່ເປັນຈຸດໃຈກາງເຕົ້າໂຮມ ບັນດາຜູ້ປະກອບການທຸລະກິດນໍ້າມັນ ໃຫ້ມີການເຄື່ອນໄຫວທີ່ສອດຄ່ອງຕາມລະບຽບກົດໝາຍ ແລະ ສືບຕໍ່ຜັນຂະຫຍາຍດໍາລັດ 331/ນຍ ໃຫ້ເຂັ້ມງວດ, ພ້ອມເປັນຂົວຕໍ່ປະ ສານງານກັບຂະແໜງການກ່ຽວຂ້ອງກັບລັດຖະບານ ເພື່ອເຮັດແນວໃດ ໃຫ້ສາມາດຂັບເຄື່ອນທຸລະກິດ ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ໃນຕໍ່ໜ້າການເປີດນໍາໃຊ້ໂຮງກັ່ນນໍ້າມັນແຫ່ງທໍາອິດ ຕ້ອງໃຫ້ມີການປະສານງານກັນລະອຽດ ໂດຍສະເພາະການກໍານົດໂຄງສ້າງລາຄາຂາຍ ໃຫ້ສົມເຫດສົມຜົນ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້. ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ໃຫ້ຮູ້ວ່າ: ...

Read More »

ອົງການ​ກວດ​ສອບ​ແຫ່ງ​ລັດກວດພົບລາຍ​​ຮັບ​ເພີ່ມ 3.808,38 ຕື້​ກີບ ແລະ ລາຍ​ຈ່າຍ​ເພີ່ມ 9.990,73 ຕື້​ກີບ

ປະທານອົງການກວດສອບແຫ່ງລັດ ທ່ານນາງວຽງທອງ ສີພັນດອນ ໄດ້ກ່າວໃນພິທີສະຫຼອງ ວັນສ້າງຕັ້ງ ອົງການກວດສອບແຫ່ງລັດ ໂດຍການເປັນປະທານ ຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ວ່າ ໃນໄລຍະຜ່ານມາ ອົງການກວດສອບແຫ່ງລັດ ສາມາດດໍາເນີນການກວດສອບ ບັນດາກະຊວງ ອົງການ ແຂວງ ນະຄອນຫຼວງ ທະນາຄານ ວິສາຫະກິດ ແລະ ໂຄງການກູ້ຢືມເງິນຕ່າງປະເທດ ໄດ້ທັງໝົດ 810 ເທື່ອ ຊຶ່ງໄດ້ກວດສອບເຫັນ ລາຍຮັບເພີ່ມ 3.808,38 ຕື້ກີບ, ແລະ ລາຍຈ່າຍເພີ່ມເຖິງ 9.990,73 ຕື້ກີບ. ເນື່ອງໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໜັກໃຫ້ອົງການກວດສອບ ສ້າງນັກກວດສອບຢ່າງມີຄຸນນະພາບ, ມີຈັນຍາບັນ, ຈັນຍາທໍາ ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມທ່ຽງທໍາ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ພົບພຣະພຸດທະຮູບເກົ່າແກ່ຈຳນວນຫຼາຍ ທີ່ ຜາແກ້ວ ແຂວງໄຊຍະບູລີ

ວັນທີ 6 ສິງຫາ 2020, ເພຈ Art and Culture of Laos ໄດ້ນຳສະເໜີ ເລື່ອງການຄົ້ນພົບພຣະພຸດທະຮູບເກົ່າແກ່ ໂດຍໄດ້ລະບຸວ່າ: ວັນທີ 04 ສິງຫາ 2020 ໄດ້ມີພະນັກງານຜູ້ໜຶ່ງ ຊື່ວ່າ ຕຸ້ຍ ຫຼັງຈາກເລີກວຽກແລ້ວ ຈຶ່ງໄດ້ໄປຊັກຊວນຫມູ່ຄູ່ຈຳນວນ 4 ຄົນ ໄປໃສ່ມອງເຈຍ ຢູ່ເທິງຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ໄດ້ພົບພຣະພຸດທະຮູບຈຳນວນຫລາຍ ຢູ່ໃນຖ້ຳແຫ່ງນັ້ນ. ຫຼັງຈາກນັ້ນ, ຈຶ່ງໄດ້ໄປແຈ້ງນາຍບ້ານເຖົ້າແກ່ນາຍໂຮມໃຫ້ຮັບຊາບ ຕົກມາຮອດວັນທີ 05 ສິງຫາ 2020 ໂດຍການຊີ້ນຳຂອງຄະນະເຈົ້າເມືອງປາກລາຍ ເຫັນສົມຄວນນຳໄປເກັບຮັກສາໄວ້ທີ່ວັດ ເພື່ອຄວາມເປັນສິຣິມຸງຄຸນ ແລະ ຄວາມປອດໄພ. ແຫຼ່ງຂໍ້ມູນ: Art and Culture of Laos

Read More »

ເມືອງລະຄອນເພັງ ທຳລາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງສຳອາງຕ້ອງຫ້າມ

ແຫລ່ງຂ່າວຈາກ ຖວທ ເມືອງລະຄອນເພັງ ໃຫ້ຮູ້ວ່າ: ວັນທີ 5 ສິງຫາ 2020 ນີ້, ຫ້ອງການສາທາລະນະສຸກ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈູດທຳລາຍລິດຕະພັນເຄື່ອງສຳອາງທີ່ມີສານຕ້ອງຫ້າມ, ອາຫານໝົດອາຍຸ, ເສື່ອມຄຸນນະພາບ, ບໍ່ມີສະຫລາກ ແລະ ບໍ່ຮັບປະກັນຄຸນນະພາບ ຢູ່ເດີ່ນຫ້ອງການສາທາລະນະສຸກເມືອງ. ໃນນັ້ນ ປະກອບມີ ອາຫານກະປ໋ອງ, ໜີ່, ນົມ, ນໍ້າແປບຊີ, ເຄື່ອງດື່ມຕ່າງໆ ແລະ ເຄື່ອງສຳອາງຈໍານວນໜຶ່ງ. ທັງນີ້ ກໍເພື່ອເຮັດໃຫ້ປະຊາຊົນ ເມືອງລະຄອນເພັງ ໄດ້ບໍລິການຊົມໃຊ້ ຜະລິດຕະພັນປະເພດອາຫານເຄື່ອງດື່ມ ແລະ ເຄື່ອງສຳອາງ ທີ່ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ແຫຼ່ງຂໍ້ມູນ: ຂປລ

Read More »