ຮູ້ແລ້ວບໍ? ປະເທດ ທີ່ຕິດເຊື້ອ Covid-19 ຫຼາຍທີ່ສຸດໃນອາຊຽນ…

ໃນວັນທີ 2 ສິງຫາ ຜ່ານມາ ປະທານາທິບໍດີ ຂອງຟິລິບປິນ ປະກາດ Lock Down ໃນນະຄອນຫຼວງມິນິລາ ແລະ ພື້ນທີ່ໃກ້ຄຽງ ເປັນເວລາ 2 ອາທິດ ເຊິ່ງການ Lock Down ຄັ້ງນີ້ເຮັດໃຫ້ລົດສາທາລະນະຕ້ອງຢຸດໃຫ້ບໍລິການ, ພະນັກງານຕ້ອງເຮັດວຽກຢູ່ເຮືອນ ແລະ ອະນຸຍາດໃຫ້ແຕ່ລະຫຼັງຄາເຮືອນ ສົ່ງສະມາຊິກອອກຈາກເຮືອນໄປຊື້ສິນຄ້າຈຳເປັນໄດ້ພຽງ 1 ຄົນ ເທົ່ານັ້ນ.

ຕົວເລກຜູ້ຕິດເຊື້ອ Covid-19 ໃນຟິລິບປິນ ເພີ່ມຂຶ້ນຕໍ່່ເນື່ອງ, ຫຼ້າສຸດ ແຊງໜ້າອິນໂດເນເຊຍຂຶ້ນເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດໃນອາຊຽນ.

ໃນວັນທີ 6 ສິງຫາ ຜ່ານມາ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 3,561 ຄົນ, ລວມມີຜູ້ຕິດເຊື້ອທັງໝົດ 119,460 ຄົນ, ໃນຂະນະທີ່ອິນໂດເນເຊຍ ເຊິ່ງເຄີຍມີຕິດເຊື້ອຫຼາຍທີ່ສຸດ ໂດຍມີຕົວເລກຜູ້ຕິດເຊື້ອລວມ 118,753 ຄົນ.

ດ້ານຕົວເລກຜູ້ເສຍຊີວິດໃນວິລິບປິນ ເພີ່ມຂຶ້ນຈາກ 28 ຄົນ ເປັນ 2,150 ຄົນ, ເຊິ່ງນ້ອຍກ່ວາອິນໂດເນເຊຍ ຢູ່ທີ່ 5,521 ຄົນ, ແຕ່ຄາດວ່າ ຕົວເລກຂອງຟິລິບປິນຈະເພີ່ມຂຶ້ນອີກ ຫຼັງພົບການລະບາດຮອບໃໝ່ທີ່ນະຄອນຫຼວງມິນນິລາ.

ແຫຼ່ງຂໍ້ມູນ: https://www.posttoday.com/world/630126

Comments